ເປບຊີ ສ້າງປະກົດການສຸດເຊີໄພຣ໌ໂດຍໄດ້ນຳເອົາ 4 ສາວຊຸບເປີສະຕາແຫ່ງວົງການເພງເກົາຫຼີ “BLACKPINK” ມາເປັນພຼີເຊັນເຕີຄົນໃໝ່.

0
2967

ເປບຊີ ເຄື່ອງດື່ມທີ່ໄດ້ຮັບຄວາມນິຍົມລະດັບໂລກ ພ້ອມທັງເປັນຜູ້ນຳໜ້າຄ່ານິຍົມທາງແຟ່ຊັ້ນ ແລະ ວັດທະນະທຳຂອງໄວໜຸ່ມ ໄດ້ຄົ້ວໂຕ “BLACKPINK”ຊຶ່ງເປັນກຸ່ມນັກຮ້ອງຍິງຊຸບເປີສະຕາຂອງວົງການເພັງ ສ. ເກົາຫຼີມາເປັນພຼີເຊັນເຕີ ປະຈຳພາກພື້ນອາຊີປາຊີຟິກ ຫວັງເຈາະຕະຫຼາດກຸ່ມ Gen Z ໃນພາກພື້ນ ເຊິ່ງລວມທັງ ລາວ, ກໍາປູເຈຍ, ພະມ້າ, ມາເລເຊຍ, ຈີນ, ຫວຽດນາມ, ໄທ ແລະ ຟິລິບປິນ.

ພ້ອມກັນນັ້ນ, ເປບຊີຍັງໄດ້ອອກເເບບຂວດບັນຈຸພັນພິເສດທີ່ມີສີສັນທີ່ສະແດງເຖິງຄວາມເປັນຕົວຕົນຂອງ BLACKPINK ໃນຜະລິດຕະພັນ ເປບຊີ ແລະ ເປບຊີແມັກສ ລິມິຕິດ-ອິດິຊັ່ນ ແຊບຊ້າເຕັ້ມທີ່ແບບບໍ່ມີນໍ້າຕານໃຫ້ສາວົກຄົນລາວໄດ້ຊື່ນຊົມ ແລະ ເກັບສະສົມ.

ເປບຊີຍັງໄດ້ຮ່ວມມືກັບສະມາຊິກໃນວົງ BLACKPINK ຢ່າງ: ໂຣເຊ, ຈີຊູ, ເຈນນີ້ ແລະ ລີ່ຊ້າ ເຮັດເເຄມເປນໂຄສະນາພາຍໃຕ້ຊະໂລແກນ ‘ເຕັ້ມທີ່ກັບສິ່ງທີ່ມັກ’ ເພື່ອເປັນແຮງບັນດານໃຈໃຫ້ກຸ່ມໄວລຸ້ນ Gen Z ແລະ ກຸ່ມໄວໜຸ່ມໃຫ້ມີຄວາມກ້າ ແລະ ເພື່ອປົດປ່ອຍຂີດຄວາມສາມາດ ແລະ ຕາມຫາສິ່ງທີ່ຕົນໃຝຝັນ ແລະ ມີຄວາມເຊື່ອໝັນໃນຕົນເອງ.  

ເລື່ອງລາວ ແລະ ຄວາມກ້າທີ່ໜ້າປະທັບໃຈ ຂອງ BLACKPINK ໃນຊຸມປີຜ່ານມາເພື່ອສານຝັນໃຫ້ເປັນຈິງ ຈົນໃນທີສຸດກໍເຮັດໃຫ້ພວກເຂົາປະສົບຜົນສຳເລັດ ແລະ ມີຊື່ສຽງ ເຊິ່ງເປັນໄດ້ກະຕຸ້ນ ແລະ ແຮງບັນດານໃຈໃຫ້ກຸ່ມໄວລຸ້ນ Gen Z ຖືເອົາພວກເຂົາເປັນແບບຢ່າງ ແລະ ໃຫ້ຄົ້ນພົບຈຸດແຂງທີ່ເຊື່ອງຢູ່ພາຍໃນຕົວຕົນຂອງເຂົາ ໃຫ້ມີຄວາມກ້າ ແລະ ຄວາມໝັ້ນໃຈ.

ເປບຊີໄດ້ເຮັດໃຫ້ຄົນຮັກດົນຕີ ແລະ ແຟນໆໃນລາວຂອງ BLACKPINK ຮູ້ສຶກຕື່ນເຕັ້ນໂດຍການນຳເອົາ ໄອດໍ້ຂອງພວກເຂົາມາໃຫ້ສຳຜັດໄກ້ຊິດຍິງຂື້ນ. ຄວາມສົດໃສ ແລະ ຄວາມເປັນຕົວຂອງຕົວຕົນທີ່ເປັນເອກະລັກແບບໄວໜຸ່ມຂອງ BLACKPINK ໄດ້ບົ່ງບອກເຖິງຕົວຕົນຂອງແບຣນເປບຊີ້ໄດ້ຢ່າງລົງຕົວ.   

ແຟນໆ ແລະ ກຸ່ມໄວລຸ້ນ Gen Z ໃນລາວ ຈະຕ້ອງປະທັບໃຈກັບບັນຈຸພັນໃໝ່ທີ່ໄດ້ຮັບແຮງບັນດານໃຈຈາກ PEPSI x BLACKPINK ເຊິ່ງໄດ້ເປີດໂຕທຳອິດໃນ ເປບຊີ ແມັກ. ພ້ອມກັນນັ້ນ ເປບຊີ ຍັງໄດ້ຮ່ວມກັບ BLACKPINK ຮ່ວມກັນຜະລິດວິດິໂອສື່ໂຄສະນາທີ່ນຳສະເໜີຜົນງານໃນວົງການ ແລະ ຊີວິດສ່ວນຕົວຂອງສະມາຊິກທັງສີ່ຄົນໃນການຕາມຫາຝັນທາງດົນຕຼີ.

ໃນຄະນະດຽວກັນ, ເປບຊີ ລິມິຕິດ ອິດິຊັ່ນ ຍັງໄດ້ປ່ອຍອອກມາທັງ ແບບກະປ໋ອງ ແລະ ກະຕຸກຂອງ ເປບຊີ ຊຶ່ງໄດ້ອອກແບບພິເສດ ໂດຍນໍາໃຊ້ສີບົວປະສົມປະສານກັບສີດຳໄດ້ຢ່າງລົງຕົວ ແລະ ຍັງມີຮູບສາວໆສະມາຊິກວົງ BLACKPINK ທັງ 4 ຄົນຄື: ຈີຊູ, ເຈນນີ, ໂຣເຊ້ ແລະ ລີຊ່າ (Jisoo, Jennie, Rosé and Lisa) ຢູ່ເທິງກະປ໋ອງພິເສດນີ້ອີກດ້ວຍ. ແຟນຄຣັບໃນລາວສາມາດຈັບຈອງເປັນເຈົ້າຂອງໄດ້ແລ້ວ ເຊິ່ງມີໃຫ້ເລືອກທັງແບບກະປ໋ອງ 320ມລ ແລະ ແບບຕຸກ 490ມລ ພ້ອມມີວາງຈໍາໜ່າຍແລ້ວມື້ນີ້ ທີ່ຮ້ານສະດວກຊື້, ຕົວແທນຈໍາໜ່າຍ ແລະ ຮ້ານຄ້າຊັ້ນນໍາທົ່ວປະເທດ.

ຮ່ວມສຳພັດຄວາມແຊບຊ່າເຕັມທີ່ ແບບບໍ່ມີນໍ້າຕານຂອງ ເປບຊີ ແມັກ ກັບຄໍເລັດຊັ່ນພິເສດ Pepsi Max x BlackPink ໄດ້ແລ້ວມື້້ນີ້ ແລະ ສາມາດຕິມຕາມກິດຈະກໍາຕ່າງໆໄດ້ທາງ Facebook: PepsiLaos.

LEAVE A REPLY

Please enter your comment!
Please enter your name here