ຮູບເງົາກາຕູນເຄື່ອນໄຫວເລື່ອງ “ Save Ralph “ ເພື່ອລົນນະລົງຢຸດການທົດລອງນຳສັດເພື່ອເຮັດເຄື່ອງສຳອາງ

0
3016

ວັນອັງຄານ ທີ 07 ເມສາ— ຜູ້ສ້າງຮູບເງົາແລະດາລານັກສະແດງຫຼາຍຄົນຂອງຮໍລີວູດໄດ້ຮ່ວມແຮງນຳ Humane Society International ໄດ້ຜະລິດໜັງກາຕູນເຄື່ອນໄຫວສັ້ນທີ່ມີປະສິດຕິພາບ, Save Ralph,ເພື່ອຢຸດການນຳສັດມາທົດລອງເພື່ອເຮັດເຄື່ອງສຳອາງທົ່ວໂລກ ເຖິງວ່າ 40 ປະເທດໄດ້ມີກົດໝາຍຕ້ອງຫ້າມໄປແລ້ວກໍຕາມ, ແຕ່ການທົດລອງກໍ່ຍັງຖືກກົດໝາຍໃນຫຼາຍປະເທດ ແລະມີການກັບມາທົດລອງຄືນໃນບາງສວ່ນຂອງໂລກ. ສັດຫຼາຍພັນໂຕຕ້ອງຖືກທໍລະມານແລະຕາຍລົງໂດຍບໍ່ຈຳເປັນ ໂດຍທີ່ເລື່ອງມັນບໍ່ໄດ້ກ່າວເຖີງ.

Taika waititi, Ricky Gervais, Zac Efron, Olivia Munn, Pom Klementieff, Tricia Helfer ແລະຄົນອື່ນໆໄດ້ມາຮ່ວມກັນຊ່ວຍ HSI ປ່ຽນແປງໂດຍໃຫ້ສຽງເພື່ອເລື່ອງ Save Ralph,ໂດຍມີເປົ້າໝາຍທີ່ຈະສອ່ງແສງຂອງການອົດທົນຂອງສັດທີ່ກຳລັງທໍລະມານແລະເຂົ້າເຖິງຜູ້ຊົມໃຊ້ແລະຜູ້ໃຫ້ນະໂຍບາຍໃນພາລະກິດ HSI ໃນການຢຸດການກະທຳ. ນັກຂຽນແລະຜູ້ກໍາກັບໜັງSpencer Susser (Hesher, the Greatest Showman) ແລະຜູ້ສ້າງໜັງ, Jeff Vespa (Voices of Parkland) ໄດ້ຮ່ວມມືກັນນຳArch Model Studio of puppet maker supreme Andy Gent ໃນການສ້າງແລະນຳ ຣາບ (Ralph) ໃຫ້ມີຊີວິດ. ໜັງໄດ້ອອກມາໃນພາສາ ປອກຕຸຍການ, ຝຣັ່ງແລະຫວຽດນາມນຳ Rodrigo Santoro, Denis Villeneu ແລະຄົນອື່ນໆໃນການໃຫ້ສຽງໂຕລະຄອນໃນເລື່ອງໃນພາສານັ້ນໆແລະ Maggie Q ໄດ້ຕອບສະໜອງການສະໜັບສະໜຸນໂດຍວິດີໂອຂໍ້ຄວາມ.

ຄົ້ນຫາໜັງສັ້ນແລະຂໍ້ມູນກ່ຽວກັບການທົດລອງນຳສັດໃນປະຈຸບັນແລະເຈົ້າສາມາດເບິ່ງໄດ້ທີ່ hsi.org/Ralph

Jeffrey Flockenປະທານຂອງ Humane Society lnternational ໄດ້ເວົ້າວ່າ’’Save Ralph ແມ່ນການປຸກໃຫ້ຮູ້ວ່າສັດຍັງຖືກທໍລະມານເພື່ອເຄື່ອງສຳອາງແລະຕອນນີ້ແມ່ນໄດ້ເວລາທີ່ພວກເຮົາຄວນມາຮ່ວມມືກັນເພື່ອຫ້າມບໍ່ໃຫ້ມີການທົດລອງທົ່ວໂລກ. ທຸກມື້ນີ້ເຮົາມີຫຼາຍວິທີການເພື່ອຮັບປະກັນຄວາມປອດໄພຂອງສິນຄ້າທີ່ບໍ່ຕ້ອງທົດລອງນຳສັດ, ດັ່ງນັ້ນຈື່ງບໍ່ມີຂໍ້ອ້າງນໍາໃຊ້ສັດຄື ຣາບ ຕ້ອງມາທໍລະມານໃນກັບການທົດລອງເຄຶ່ອງສຳອາງຫຼືສ່ວນປະສົມຂອງເຄື່ອງສຳອາງ.

ໃນໜັງລົນນະລົງຂອງ HSI ຈຸດເດັ່ນຂອງຕົວລະຄອນກະຕ່າຍ,ຣາບ ໃຫ້ສຽງໂດຍ Taika Waititi, ກຳລັງຖືກສຳພາດຄືລາວເຮັດກິດຈະກຳປະຈຳວັນຂອງລາວຄື  ‘’ໂຕທົດລອງ’’ ໃນສູນທົດລອງເຄມີ.ການລົນນະລົງຂອງ HSI’s #SaveRalph ຈັດການກັບບັນຫາທີ່ລົບກວນຂອງການທົດລອງນຳສັດໃນຕົວຈິງແລະແບບທີ່ບໍ່ຕັ້ງໃຈນຳໃຊ້ເລື່ອງຂອງກະຕ່າຍໂຕໜຶ່ງເພື່ອສອ່ງແສງໃຫ້ເຫັນໃນຄວາມລຳບາກ ຂອງກະຕ່າຍແລະສັດອື່ນໆທີ່ທໍລະມານໃນສູນທົດລອງຕອນນີ້ຢູ່ທົ່ວໂລກ. ໃຫ້ຜູ້ຊົມມີສ່ວນຮ່ວມໃນການຫ້າມບໍ່ໃຫ້ເຄື່ອງສຳອາງທົດລອງນຳສັດຕະຫຼອດໄປ.

Spencer Susser, ຜູ້ກຳກັບຮູບເງົາ,ໄດ້ເວົ້າວ່າ ‘’ການທົດລອງນຳສັດໃນຫ້ອງທົດລອງຂອງເຄື່ອງສຳອາງບໍ່ມີທາງເລືອກແລະແມ່ນຄວາມຮັບຜິດຊອບຂອງເຮົາທີ່ຈະຕ້ອງເຮັດອັນໃດອັນໜຶ່ງ.ເມື່ອມີໂອກາດຂື້ນມາທີ່ຈະເຮັດການລົນນະລົງໃໝ່ໃຫ້ Humane Society International, ຂ້ອຍຮູ້ສຶກວ່າເພື່ອຢຸດເຄື່ອນໄຫວການສົ່ງຂໍ້ຄວາມແມ່ນດີທີ່ສຸດ. ເວລາເຈົ້າເຫັນຄວາມເປັນຕາຢ້ານໂຕຈິງໃນການທີ່ສັດຖືກທົດລອງ,ເຮົາຈະບໍ່ສາມາດເບິ່ງຂ້າມມັນໄປໄດ້ ອັນທີ່ຂ້ອຍຫວັງໃນການເຮັດໜັງເລື່ອງນີ້ແມ່ນເພື່ອສ້າງອັນໃດອັນໜຶ່ງທີ່ສົ່ງຄວາມໝາຍໂດຍທີ່ບໍ່ຮຸນແຮງເກີນໄປ. ຂ້ອຍຫວັງວ່າຜູ້ຊົມຈະຫຼົງຮັກກັບ Rຣາບ ແລະມີຄວາມຕ້ອງການທີ່ຈະສູ້ເພື່ອລາວ ແລະ ສັດອື່ນໆຄືລາວ, ດັ່ງນັ້ນເຮົາສາມາດຫ້າມບໍ່ໃຫ້ມີການທົດລອງນຳສັດຕະຫຼອດໄປ.

Claudia Dang Tsi Psuong Tsao, ຜູ້ຈັດການໂຄງການລົນນະລົງດັ່ງກ່າວຂອງ Humane Society International ASEAN ເວົ້າວ່າ ‘’ລາວມີບົດບາດສຳຄັນໃນການຊ່ວຍເຂດອາຊຽນໃຫ້ກາຍເປັນເຂດຕະຫຼາດເຄື່ອງສຳອາງທີ່ປາສະຈາກຄວາມຮຸນແຮງແລະປະຊາຊົນລາວເຮັດໃຫ້ເຫັນຫວາເຂົາຢາກໃຫ້ມີການປຽ່ນແປງ. ບໍ່ພຽງແຕ່ການທົດລອງນຳສັດໃນເຄື່ອງສຳອາງຍັງຖືກກົດໝາຍໃນສີ່ຂອງຫ້າປະເທດໃນໂລກ, ລວມທັງຫລາຍປະເທດໃນຕະເວັນອອກສ່ຽງໃຕ້ນຳ,ແຕ່ການທົດລອງໄດ້ມີເພິ່ມຂື້ນ ໂດຍໄດ້ປ່ຽນມາເອີ້ນວ່າການປະເມີນທາງສານເຄມີ. ໃນປີ 2019 Humane Society International ໄດ້ເຮັດການສຳຫຼວດໂດຍ Ipsos ໄດ້ເຫັນວ່າຄົນສວ່ນຫຼາຍສະໜັບສະໜຸນໃນການຫ້າມການທົດລອງນຳສັດຂອງເຄື່ອງສຳອາງໃນທົ່ວອາຊຽນ , 98%.ໃນລາວສະໜັບສະໜຸນແລະ 87% ໂດຍສະເລ່ຍສະໜັບສະໜຸນທົ່ວປະເທດໃນອາຊຽນ. #SaveRalph ແມ່ນການສະໜັບສະໜຸນໂດຍສາທາລະນະໃນທົ່ວໂລກແລະການສ້າງຄວາມຮັບຮູ້ຂອງການລົນນະລົງທີ່ມີເປົ້າໝາຍເພື່ອເຮັດໃຫ້ເຫັນຄວາມໂຫດຮ້າຍຂອງການທໍລະມານທີ່ສັດຕ້ອງໄດ້ທົນໃນການທົດລອງແລະເປັນການເຕືອນຜູ້ທີ່ເຮັດກົດໝາຍວ່າ ເຮົາຢາກໃຫ້ມີຂໍ້ຫ້າມທີ່ເດັດຂາດໃນກົດໝາຍເພາະບໍ່ຄວນມີສັດໂຕໃດຄວນມາທໍລະມານຫຼືຕາຍໃນນາມຂອງຄວາມງາມ.’’

ນັກສະແດງ Maggie Q, ໄດ້ເວົ້າວ່າ “ ຂ້ອຍເຊື່ອໃນຄົນ.  ຂ້ອຍຮູ້ສຶກວ່າຖ້າພວກເຂົາໄດ້ຮູ້ເຖິງຄວາມທຸກທໍລະມານອັນມະຫາສານທີ່ເກີດຂື້ນນຳສັດໃນນາມຂອງຄວາມງາມ-ພວກເຂົາຊິຮຽກຮ້ອງຕ່າງອອກໄປ. ການທົດລອງນຳສັດເພື່ອເຄື່ອງສຳອາງຍັງຖືກກົດໝາຍໃນຫຼາຍປະເທດທົ່ວໂລກ, ລວມປະເທດໃນຕະເວັນອອກຊຽນໃຕ້. ຂ້ອຍສົ່ງເສີມຜູ້ຊົມໃຊ້ຢູ່ໃນເຂດນີ້ໃຫ້ຄິດທົບທວນວ່າຈະໃຊ້ເງີນເຈົ້າຢູ່ໃສ. ສຳລັບຂ້ອຍ, ຂ້ອຍຮູ້ວ່າຂ້ອຍບໍ່ຕ້ອງການສີນຄ້າທີ່ມີຄວາມໂຫດຮ້າຍທີ່ຈະງາມ. ແລະເຈົ້າກໍ່ບໍ່ຄວນຄືກັນແມ່ນບໍ! ໃຫ້ເຮົາເຮັດການປະກາດນຳກັນ!!

Troy Seidle, ຮອງປະທານຝ່າຍຄົ້ນຄ້ວາແລະພະແນກສານພິດຂອງ HSI , ໄດ້ເວົ້າວ່າ’’ ງ່າຍທີ່ຈະຄິດວ່າບໍລິສັດແມ່ນບັນຫາ, ແຕ່ຄວາມຈິງແລ້ວເຂົາແມ່ນສ່ວນສຳຄັນໃນການແກ້ບັນຫາ. ກົດໝາຍຕ້ອງມີການປ່ຽນແປງ ແລະເຈົ້າຂອງບໍລິສັດຊັ້ນນຳຄື Lush, Unilever, P&G, L’Oreal, ແລະ Avon ແມ່ນເຮັດວຽກນຳພວກເຮົາເພື່ອປະກັນການຫ້າມບໍ່ໃຫ້ມີການທົດລອງນຳສັດທີ່ມີຄຸນຄ່າໃນຫຼາຍໆຜູ້ທີ່ມີອິດທິພົນໃນຕະຫຼາດເຄື່ອງສຳອາງແລະຄວາມງາມ ພວກເຮົາໄດ້ຊັກຊວນຣາບໃຫ້ມາເປັນຜູ້ຕ່າງໜ້າເພື່ອຊ່ວຍໃຫ້ກົດໝາຍໄປຮອດເສັ້ນໄຊ.’’

ການລົນນະລົງແມ່ນສຸມໃສ່ 16 ປະເທດຫຼັກໆຄື: ບຣາຊິວ, ການນາດາ, ຊີລີ, ແມັກຊິໂກ, ອາຟິກກາໃຕ້ ແລະ 10 ປະເທດທີ່ອາຊີຕະເວັນອອກສ່ຽງໃຕ້ແລະ ຮວ່ມມືນຳອົງກອນ, Humane Society ຂອງສະຫະລັດອາເມລິກາແລະ ກອງທຶນ Humane Society ແມ່ນສຸມໃສ່ນິຕິບັນຢັດໃນສະຫະລັດອາເມລິກາ. HSI ແມ່ນຍັງຢືນຕໍ່ສູ້ເພື່ອການຫ້າມທີ່ມີແລ້ວກໍ່ຕາມ, ຄືຢູ່ທີ່ຢູໂລບທີ່ເຈົ້າໜ້າທີ່ພະຍາຍາມຫາຜົນປະໂຫຍດໃນຊ່ອງວ່າງຂອງກົດໝາຍດ້ວຍການຮຽກຮ້ອງການທົດລອງສ່ວນປະກອບເຄື່ອງສຳອາງໃໝ່ໃຫ້ຢູ່ພາຍໃຕ້ກົດໝາຍຂອງສານເຄມີ, Save Ralph ຈະສ່ອງແສງຈຸດເດັ່ນຂອງທຸກໆປະເທດເລົ່ານີ້, ດ້ວຍການພັກດັນພວກເຂົາໄປສູ່ການປາສະຈາກຄວາມໂຫດຮ້າຍໃນອະນາຄົດທີ່ສາທາລະນະແລະຜູ້ຊົມໃຊ້ໄດ້ຄາດຫວັງໄວ້.

ຂໍ້ເທັດຈິງ:

  • ຜົນຂອງການສຳຫຼວດຄັ້ງລ່າສຸດໄດ້ເຫັນວ່າ 98% ຂອງພົນລະເມືອງລາວສະໜັບສະໜູນຫ້າມບໍ່ໃຫ້ຜູ້ຜະລິດເຄື່ອງສຳອາງເຮັດການທົດລອງນຳສັດ.
  • ໃນສ່ວນໜື່ງຂອງໂລກ,ກະຕ່າຍຄືຣາບແມ່ນຖືກລັອກຄໍແລະໃຊ້ເຄື່ອງສຳອາງແລະສ່ວນປະກອບຢອດໃສ່ຕາຂອງເຂົາແລະຢອດໃສ່ໜັງບ່ອນທີ່ຂົນຖືກແຖທາງຫຼັງຂອງເຂົາ. ໜູສະເພົາແລະໂຕໜູແມ່ນຖືກສານເຄມີສີດໃສ່ໜັງທີ່ຖືກແຖຫລືໃສ່ຫູຂອງເຂົາສັດເລົ່ານີ້ບໍ່ມີໂຕໃດໄດ້ຮັບຢາແກ້ປວດ, ແລະໃນສຸດທ້າຍສັດທຸກໆໂຕຈະຖືກຂ້າ.
  • ການທົດລອງນຳສັດເພື່ອເຄື່ອງສຳອາງແມ່ນຕ້ອງຫ້າມເປັນທາງການໃນ 40 ປະເທດແລ້ວ.HSI ແລະພັນທະມິດເປັນເຄື່ອງມືໃນການປະກັນການຫ້າມໃຊ້ໃນປະເທດອິນເດຍ, ໃຕ້ຫວັນ, ນິວຊີແລນ, ເກົາຫລີໃຕ້, ອົດສະຕຣາລີແລະ 10 ລັດໃນບຣາຊິວ. ການທົດລອງແບບນີ້ແມ່ນຖືກຫ້າມຄືກັນໃນປະເທດຕວກກີ, ອິດສະລາເອວ, ນໍເວ, ໄອສ໌ແລນ, ສະວິດສະແລນ, ແລະຢູ່ໃນສະຫະລັດອາເມລິກາ.  ລັດຄາລິຟໍເນຍ, ລັດອີລິນອຍ, ລັດເນວາດາແລະລັດເວີຈິເນຍ.
  • ມີຫລາຍກ່ວາ 2000 ຍີ່ຫໍ້ຂອງເຄື່ອງສຳອາງທີ່ປາສະຈາກຄວາມໂຫດຮ້າຍແມ່ນມີຂາຍທົ່ວໂລກ ລວມເຖິງ Lush, Garnier, Dove, Herbal Essences ແລະ H&M.  ສິນຄ້າຂອງບໍລິສັດເລົ່ານີ້ແມ່ນສິນຄ້າທີ່ປອດໄພໂດຍໃຊ້ສວ່ນປະກອບທີ່ມີປະຫວັດໃນຄວາມປອດໄພທີ່ໃຊ້ນຳກັນກັບເຄື່ອງມືທີ່ທັນສະໄໝໃນການປະເມີນຜົນທີ່ປອດການທົດລອງນຳສັດ.  ຍັງບໍ່ທັນມີຄູ່ມືຂອງສີນຄ້າສຳລັບທົ່ວໂລກ,  ແຕ່ HSI ຮັບຮູ້ວ່າ LeapingBunny.org ເປັນສູນຂໍ້ມູນທີ່ດີ.
  • HSI ເຕືອນວ່າແມ້ແຕ່ເຄື່ອງສຳອາງທີ່ບໍ່ມີຄວາມໂຫດຮ້າຍແມ່ນຢູ່ໃນອັນຕະລາຍຖ້າກົດໝາຍຄວາມປອດໄພຂອງສານເຄມີໄດ້ດຳເນີນຮຽກຮ້ອງໃຫ້ສ່ວນປະກອບໃໝ່ຂອງເຄື່ອງສຳອາງທົດລອງນຳສັດໄດ້.ສະນັ້ນການລົນນະລົງ #SaveRalph ຈັດລຳດັບຄວາມສຳຄັນຂອງການໄດ້ຮັບການຫ້າມແລະການປ້ອງກັນຢ່າງເຂັ້ມງວດ.
  • ນອກຈາກການຕິດຕາມນຳກົດໝາຍການຫ້າມ, HSI ແລະພັນທະມິດກຳລັງເຮັດວຽກຮ່ວມກັນເພື່ອສ້າງໂຄງການການເຝິກອົບຮົມໃນການປະເມີນຄວາມປອດໄພໂດຍບໍ່ນຳໃຊ້ສັດເພື່ອສະໜັບສະໜູນບໍລິສັດທີ່ນ້ອຍແລະເຈົ້າຫນ້າທີ່ອົງກອນລັດໃນການຫັນຈາກໃຊ້ສັດໃນການທົດລອງມາໃຊ້ວິທີການທີ່ທັນສະໄໝໂດຍບໍ່ໃຊ້ສັດ,ເຊິ່ງພ້ອມແລ້ວແລະຮັບປະກັນຄວາມປອດໄພຂອງມະນຸດດີກ່ອນການທົດລອງນຳສັດທີ່ເຂົາໄດ້ປ່ຽນມາໃຊ້.

ຮຽນຮູ້ຕື່ມໄດ້ທີ່ his.ory/Ralp

ດາວໂຫລດຂໍ້ມູນເພ່ືອເຜີຍແຜ່: 

ດາວໂຫລດພາບນີ້ງຈາກ Save Ralph

  • ກົດນີ້ເພື່ອເບິ່ງຮູບເງົາກາຕູນເຄື່ອນໄຫວ Save Ralph ຢູ່ YouTube

LEAVE A REPLY

Please enter your comment!
Please enter your name here