ເມືອງລອງ ເອົາໃຈໃສ່ເຝົ້າລະວັງຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19

0
940

ແຫລ່ງຂ່າວຈາກແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ວັນທີ 27 ເມສາ ຜ່ານມາ, ທ່ານ ນາງ ຈັນຄໍາ ທໍຄໍາເໝົາ ຫົວໜ້າຄະນະຈັດຕັ້ງເມືອງ ທັງເປັນຫົວໜ້າຄະນະສະເພາະກີດສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວີດ 19 ຂັ້ນເມືອງ ໄດ້ໃຫ້ສໍາພາດວ່າ: ປະຈຸບັນເມືອງລອງ ໄດ້ສຸມໃສ່ເຝົ້າລະວັງ ແລະ ຕິດຕາມຜູ້ທີ່ເດີນທາງມາຈາກຕ່າງແຂວງ, ຕ່າງເມືອງ ທີ່ມີການລະບາດຂອງພະຍາດໂຄວິດ-19, ມີຈໍານວນທັງໝົດ 62 ຄົນ, ຍິງ 20 ຄົນ, ນອກຈາກນີ້, ຍັງມີປະຊາຊົນ ຈໍານວນ 31 ຄົນ, ຍິງ 15 ຄົນທີ່ລັກລອບຂ້າມໄປປະເທດມຽນມາ ແລ້ວກັບຄືນມາເມືອງລອງ ເຊິ່ງຄະນະສະເພາະກິດກໍໄດ້ນໍາສົ່ງຈໍານວນຄົນດັ່ງກ່າວໄປກັກຕົວຢູ່ສູນກັກກັນຂອງແຂວງ.

ສໍາລັບມາດຕະການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19, ເມືອງລອງໄດ້ກໍານົດເອົາ 3 ຈຸດເປັນຈຸດກັນກອງຄື: ຂົວນໍ້າຟ້າຊາຍແດນລະຫວ່າງເມືອງລອງ ແຂວງຫລວງນໍ້າທາ ຫາເມືອງເມິງ ແຂວງບໍ່ແກ້ວ, ຈຸດຊາຍແດນລະຫວ່າງເມືອລອງ ຫາເມືອງສິງ ແລະ ຈຸດຂົວຂ້າມນໍ້າຂອງຊາຍແດນລະຫວ່າງລາວ-ມຽນມາ. ມາຮອດປັດຈຸບັນເມືອງລອງໄດ້ປີດການສັນຈອນ ເພື່ອບໍ່ໃຫ້ມີການເຂົ້າ-ອອກເມືອງ ຍົກເວັ້ນກໍລະນີມີຄວາມຈຳເປັນເຊັ່ນ ໄປເຮັດວຽກທາງລັດຖະການ, ລົດຮັບ-ສົ່ງຄົນເຈັບ ແຕ່ຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະກີດຂັ້ນເມືອງ ແລະ ຕ້ອງໄດ້ວັດແທກອຸນຫະພູມຮ່າງກາຍ ຈຶ່ງສາມາດເຂົ້າ-ອອກເມືອງໄດ້. ປັດຈຸບັນ, ເມືອງລອງ ໄດ້ກະກຽມສູນກັກກັນບຸກຄົນທີ່ມີຄວາມສຽງຈໍານວນ 3 ຈຸດຄື: ຈຸດໂຮງໝໍເມືອງລອງ, ຄ້າຍຄຸມຂັງດັດສ້າງທີ່ກໍ່ສ້າງຍັງບໍ່ທັນສໍາເລັດ ແລະ ຈຸດໂຮງຮຽນມັດທະຍົມຕອນຕົ້ນຊົນເຜົ່າ.

ນອກຈາກນີ້, ບັນດາຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານກິນດື່ມແມ່ນໄດ້ປີດບໍລິການຊົ່ວຄາວ, ທັງນີ້ ກໍເພື່ອປະຕິບັດຕາມ ຄໍາສັ່ງເພີ່ມເຕີມຂອງທ່ານເຈົ້າແຂວງ ສະບັບເລກທີ 02/ຈຂ ລົງວັນທີ 25 ເມສາ 2021 ແລະ ຄໍາສັ່ງເພີ່ມເຕີມຂອງທ່ານເຈົ້າເມືອງ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ໃຫ້ໄດ້ຢ່າງເຂັ້ມງວດ.

ຂ່າວ: ບຸນສີ ໄຊຍະລາດ

LEAVE A REPLY

Please enter your comment!
Please enter your name here