ໂທລະໂຄ່ງ ຮ່ວມລະດົມນໍ້າໃຈ 2021 ຊ່ວຍຜູ່ຂັດສົນສູ້ໄພ ໂຄວິດ-19

0
3592

ຫາກທ່ານຮູ້ ຫຼື ພົບເຫັນ ຄອບຄົວ ຫຼື ບຸກຄົນໃດ ຂັດສົນ ບໍ່ມີອັນຈະກິນ ໄລຍະ ວິກິດ ໂຄວິດ-19 ນີ້! ກະລຸນາ ສົ່ງຂ່າວມາເດີ! ພວກເຮົາຈະໂຮມນໍ້າໃຈໄປຊ່ວຍພວກເຂົາ! #ຄົນລາວຄົນມີນໍ້າໃຈ

ສະບາຍດີ! ພວກເຮົາຈະຊ່ວຍລະດົມການຊ່ວຍເຫຼືອ ໃຫ້ສະເພາະ ຜູ່ທີ່ຂັດສົນແທ້ໆ ແລະ ບໍ່ມີອັນຈະກິນ. ກະລຸນາປະກອບຂໍ້ມູນດັ່ງນີ້.

  • ເປົ້າຫມາຍ ຈໍານວນຄົນທີ່ຈະຊ່ວຍ
  • ບ້ານເມືອງແຂວງ
  • ຕ້ອງການຫຍັງແດ່
  • ຊື່ແລະເບີຕິດຕໍ່
  • ຊື່ແລະເບີນາຍບ້ານ
  • ຖ້າເປັນໄປໄດ້ ໃຫ້ນາຍບ້ານເຮັດໃບ ຢັ້ງຢືນ
  • ຖ່າຍຄລິບ ສະພາບຄອບຄົວ ພ້ອມ ອະທິບາຍ ຄວາມຈໍາເປັນ ທີ່ຕ້ອງການຄວາມຊ່ວຍເຫຼືອ

ໝາຍເຫດ: ເນື່ອງຈາກ ສະຖານະການລັອກດາວ, ພວກເຮົາຈະບໍ່ສາມາດເດີນທາງໄປຫາໄດ້. ສະນັ້ນ, ທ່ານຕ້ອງປະກອບຂໍ້ມູນໃຫ້ລະອຽດ ຄົບຖ້ວນ, ແລ້ວ ພວກເຮົາຈະໃຫ້ທີມງານ ປະສານງານໃຫ້ການຊ່ວຍເຫຼືອ ຜ່ານນາຍບ້ານ.


ທ່ານຜູ່ໃຈບຸນ ສາມາດ ເຮັດການບໍລິຈາກ ແລະ ຊ່ວຍເຫຼືອ ແຕ່ລະກໍລະນີ ຕາມຂໍ້ມູນຂ້າງລຸ່ມ!

ຄົນລາວບໍ່ຖິ້ມກັນ #007 #ຊ່ວຍຕູ້ວອນແລະເມຍ

ວອນຜູ່ໃຈບຸນຊ່ວຍຜູ່ເຖົ້າຢູ່ນຳກັນສອງຄົນບໍ່ມີຜູ້ເບິ່ງແຍງອາຍຸເກືອບ80ປີແລ້ວ, ອາຊີບເກັບຕຸກຕາມທາງໄປຂາຍບໍ່ມີດີນບໍ່ມີເຮືອນ. ຂໍຢູ່ນຳຖຽງນາຊາວບ້ານ, ເຂດບ້ານນາເລົາ, ເມືອງໂພນໂຮງ, ແຂວງວຽງຈັນ.
ເພີ່ນຂໍຢູ່ຖຽງນາມີແຕ່ສອງເຖົ້າບໍ່ມີລູກບໍ່ມີຫລານຂໍຄວາມຊ່ວຍເຫລືອນຳພວກທ່ານພິຈາລະນາຊ່ວຍເພີ່ນແດ່ (ຂໍຂອບໃຈ).

ທ່ານໃດມີເງື່ອນໄຂບໍລິຈາກ ຕິດຕໍ່ ເບີນາຍບ້ານບ້ານນາເລົາສາມທ່ານ.
55038588
59164669
56631919
ຫຼື ບໍລິຈາກ ຜ່ານບັນຊີ ຕູ້ວອນ ໂດຍກົງທີ່ດ້ານລຸ່ມ

ກົດເບິ່ງຂໍ້ມູນ ແລະ ຄລິບໄດ້ເພີ່ມເຕີມ


#006 ນາງ ມຸກ ອິນທະວົງ ເມືອງທຸລະຄົມ ປ່ວຍໜັກ

  • ຜູ້ປວ່ຍ ນາງມຸກ ອິນທະວົງ ເມືອງທຸລະຄົມ ແຂວງວຽງຈັນ
  • ຜົວລາວຊື່ ທາ້ວກາ ແສງຕາວັນ
  • ຊື່ລູກ ນາງດວງມາລາ ແສງຕາວັນ
  • ນາຍບາ້ນຊື່ ສຸວັນນີ
  • ຜູ້ປວ່ຍເປັນພະຍາດໂລກມະເລັງ ເຂົ້າໂຮງໜໍໄດ້ 2 ເດືອນປາຍແລ້ວ ລູກແລະພໍ່ໄດ້ກູຢືມເງິນຈຳນວນ 30 ລາ້ນ ແຕ່ເງິນຈຳນວນນັ້ນໄດ້ປີ່ນປົວແມ່ໜົດແລ້ວ ບໍມີເງິນປີ່ນປົວແມ່ແລ້ວ ລູກຂອງລາວກະສູ້ຊົນເຕັມທີແລ້ວເພື່ອຢາກໃຫ້ແມ່ເຊົາ
  • ປະຈຸບັນຜູ້ປວ່ຍຢູ້ໂຮງໜໍເສດຖາທີລາດ
  • ທ່ານໃດປະສົງຊ່ວຍເຫຼືອ ສາມາດເບີໂທລູກສາວຜູ້ປວ່ຍ 02093309735
  • ໝາຍເຫດ: ເອກະສານນາຍບາ້ນເພີ່ນໄດ້ຢັ້ງຢືນໃຫ້ຜູ້ກຽ່ວວາ່ແມ່ນແທ້ຄອບທຸກຍາກ ແລະ ເອກະສານ ຢັ້ງຢືນການປິ່ນປົວ

ກົດອ່ານເພີ່ມເຕີມ


#001 – ກໍາມະກອນເຊົ່າຫ້ອງແຖວ ບ້ານອາມອນ ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ສະບາຍດີທຸກທ່ານ! #ຄົນລາວບໍ່ຖິ້ມກັນ #001

ອ້າຍນ້ອງກຳມະກອນ ເຮືອນເຊົ່າ ບ້ານອາມອນ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ທ່ານໃດມີເງື່ອນໄຂ ຫຼື ຢູ່ໃກ້ເຂດນັ້ນ ຊ່ວຍພວກເຂົາແດ່ເດີ. ພວກເຂົາບໍ່ໄດ້ເຮັດວຽກ ຕົກງານ ບໍ່ມີເງິນຊື້ເຂົ້າກິນມາຫລາຍມື້ແລ້ວ. ຈະກັບບ້ານກໍ່ກັບບໍ່ໄດ້ . ເຂົາເຈົ້າມີ 20 ຄົນ.

ຜູ່ໃຈດີໄປຊ່ວຍມາເທື່ອຫນື່ງແລ້ວ ແຕ່ເຂົາຄືຊິກິນຫມົດແລ້ວປານນີ້.

ຕິດຕໍ່ຊ່ວຍຜ່ານບ້ານອາມອນ: ທ່ານ ໂຕ້ ວິໄລ 020 2252 9392. 020 2243 6250.

ກົດເບິ່ງພາບເພີ່ມເຕີມ


#ຄົນລາວບໍ່ຖິ້ມກັນ #002 – ແມ່ຕູ້ສັ້ນ, ບ້ານນາຊາຍກາງ

ຮ່ວມເຮັດບຸນນຳເພີນເເດ່ທ້ອນເຫັນລະສະເທືອນໃຈ😭 ແມ່ຕູ້ສັ້ນ, ອາຍຸ60ປີ, ບ້ານນາຊາຍກາງ, ດມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ມີລູກຊາຍແຕ່ມາຕາຍປະ ເຫລື່ອແຕ່ແມ່ຕູ້ກັບຫລານສາວຍູ່ນຳກັນສອງຄົນ ຊອກເກັບຜັກຫັກຫນໍ່ລ້ຽງຊິວິດພໍຍູ່ລອດ. ຊ່ວງນີ້ລາວບໍ່ສະບາຍບໍ່ມີເງີນຊື້ເຂົ້າຊື້ຢາກີນ.

ຂໍວອນຜູ້ໃຈບຸນຊ່ອຍເພີນແດ່ຄົນລາວບໍ່ຖີ້ມກັນເນາະຂໍຕໍ່ລົມຫາຍໃຈໃຫ້ເພີນເເດ່

ເບີໂທຕິດຕໍ່ 02077492429

ແຈ້ງຂ່າວໂດຍ: Noymaly Boutsavong

ກົດເບິ່ງພາບເພີ່ມເຕີມ


#003 ຍັງມີນັກສຶກສາ 616 ຄົນ ຂອງຄະນະວິທະຍາສາດສັງຄົມທີ່ຕິດຄ້າງຢູ່ຫໍພັກ ຍັງຖ້າການຊ່ວຍເຫຼືອຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19

ຄະນະວິທະຍາສາດສັງຄົມມະຫາວິທະຍາໄລແຫ່ງຊາດ ເລັ່ງຊ່ວຍເຫຼືອນັກສຶກສາ 616 ຄົນ ຂອງຄະນະວິທະຍາສາດສັງຄົມທີ່ຕິດຄ້າງຢູ່ຫໍພັກ ແລະ ຫ້ອງແຖວ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໂດຍໄດ້ອອກໜັງສືແຈ້ງການເມື່ອວັນທີ 5 ພຶດສະພາ 2021 ທີ່ຜ່ານມານີ້ ເຖິງພະນັກງານ-ຄູອາຈານ, ພະນັກງານອາວຸໂສບໍານານ, ນັກສຶກສາ ແລະ ອະດິດນັກສຶກສາປະລິນຍາໂທ ແລະ ປະລິນຍາຕີຄະນະວິທະຍາສາດສັງຄົມຜູ້ທີ່ມີເງື່ອນໄຂ ຫຼື ຜູ້ທີ່ຢາກປະກອບສ່ວນວັດຖຸປັດໄຈ (ເງິນ ອາຫານ ແລະ ເຄື່ອງດື່ມ) ເພື່ອຊ່ວຍເຫຼືອນັກສຶກສາດັ່ງກ່າວທີ່ຕົກຄ້າງພັກເຊົາຢູ່ຫ້ອງແຖວ, ຫໍພັກໃນ ແລະ ຫໍພັກຊີເກມ.

ລາຍລະອຽດຕ່າງໆລະບຸໄວ້ຕາມໃບສະເໜີແຈ້ງການດັ່ງລຸ່ມນີ້:

ທ່ານໃດມີເງື່ອນໄຂ ກໍ່ພົວພັນທາງ ໂຮງຮຽນເພິ່ນໄດ້ 021 770876 ຫຼື ເພຈທາງການຂອງ ຄະນະວິທະຍາສາດສັງຄົມ, ມຊ


#ຄົນລາວບໍ່ຖິ້ມກັນ #004 – ຊ່ວຍນາງອ່ອມແອ໋ມແດ່

ຂໍຄວາມຊ່ວຍເຫຼືອແດ່ນ້ອງເພີ່ນໄດ້ນອນໂຮງໝໍເດັກ150ຕຽງຊັ້ນ2ຫ້ອງເບີ222ເພີ່ນໄດ້ນອນໂຮງໝໍໄດ້ເດືອນປາຍແລ້ວກ່ອນໜ້ານີ້ຄອບຄົວເພີ່ນກະບໍ່ໄດ້ເດືອດຮ້ອນຫຍັງເພີ່ນອາຊີບຂັບລົດຈ້ຳໂບ້ມາດຽວນິຫຼານສາວເພີ່ນໄດ້ເຂົ້າໂຮງໝໍອາການຂື້ນໆລົງໆຍັງບໍ່ຮູ້ແນ່ຊັດວ່າເປັນພະຍາດຫຍັງ ຕອນນິຄ່າໃຊ້ຈ່າຍຫຼາຍຂື້ນໄດ້ໃສ່ເລືອດໃສ່ຢາທຸກມື້ຕ້ອງໃຊ້ເງີນອ່າວຫຼາຍລົດຈ້ຳໂບ້ພັດບໍ່ໄດແລ່ນຫາເງີນຍ້ອນຊ້ວງໂຄວິດ ລາວມາຂໍຄວາມຊ່ວຍເຫຼືອຫາໃຫ້ເຮົາໂພຼດລົງໃຫ້ແດ່ເຮົາຈຶ່ງຄິດວ່າຖ້າເຮົາໂພຼດເອງຄົນຄືສິບໍ່ຮູ້ຫຼາຍເທົ່າກັບທາງໂທລະໂຄ່ງ ເບີໂທຕິດຕໍ່ເພີ່ນ 02059340080 ຊື່ຜູ້ປ່ວຍ ນາງຫົງສະກຸນ ນັນທະວົງ (ອ໋ອມແອ໋ມ) ລົບກວນໂພຼດຊ່ວຍເຫຼືອເພີ່ນແດ່ ຂໍຂອບໃຈ🙏🏻 ພອນໃດປະເສີດຈົ່ງເກີດແກ່ທ່ານ🙏🏻🙏🏻🙏🏻

ກົດເບິ່ງຂໍ້ມູນເພີ່ມ


#ຄົນລາວບໍ່ຖິ້ມກັນ #005 – ນັກສຶກສາຫໍພັກ ວິທະຍາໄລ ປາກປ່າສັກ, ນະຄອນຫຼວງວຽງຈັນ

ສະບາຍດີທຸກທ່ານ ຂ້າພະເຈົ້າຕາງຫນ້າໃຫ້ວິທະຍາໄລເຕັກນິກປາກປ່າສັກຂໍຄວາມຊ່ວຍເຫຼືອນຳທ່ານຊ່ວຍລະດົມການຊ່ວຍເຫລືອນັກສຶກສາທີ່ຍັງຢູ່ຫໍພັກຂອງວິທະຍາໄລດ້ວຍ ຂໍຂອບໃຈຢ່າງສູງ 🙏🙏🙏

ກົດອ່ານຂໍ້ມູນເພີ່ມເຕີມ

LEAVE A REPLY

Please enter your comment!
Please enter your name here