ຍອມຮັບເລີຍວ່າ ການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບໃຫ້ກັບຫຼາຍພາກສ່ວນ ແລະ ສ້າງຄວາມຫຍຸ້ງຍາກຫຼາຍໃນການດຳລົງຊີວິດຂອງປະຊາຊົນລາວ ແລະ ຍັງມີອີກກຸ່ມຄົນໜຶ່ງທີ່ໄດ້ຮັບຜົນກະທົບເຊັ່ນກັນ ນັ້ນກໍ່ຄື ຄົນທີ່ມີຄວາມພິການ.
![](https://tholakhong.com/wp-content/uploads/2021/05/Untitled-2-1024x538.jpg)
ໃນວັນທີ 28 ພຶດສະພາ 2021ທີ່ຜ່ານມາ, ທາງບໍລິສັດ ເດລີເວິຣີ ຮີໂຣ ລາວຈຳກັດຜູ້ດຽວ ຫຼື ຟູດແພນດ້າ ໄດ້ມອບເງິນຊ່ວຍເຫຼືອ ໃຫ້ກັບ ອົງການເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ຈຳນວນ 34,000,000 ກີບ ເພື່ອນຳໄປຊື້ເຂົ້າສານ ແລະ ນຳໄປມອບໃຫ້ຄົນທີ່ມີຄວາມພິການ ແລະ ຄອບຄົວຂອງພວກເຂົາທີີ່ຂາດແຄນ ຢູ່ 2 ແຂວງຄື ແຂວງ ສະຫວັນນະເຂດ ແລະ ແຂວງ ຊຽງຂວາງ.
ການແຈກຢາຍເຂົ້າສານແມ່ນຈະແຈກຢາຍໃຫ້ກັບຄົນທີ່ມີຄວາມພິການ ແລະ ຄອບຄົວຂອງພວກເຂົາ ໃນທຸກໆສອງອາທິດ ສຳຫຼັບ 6 ເດືອນໂດຍຜ່ານໜ່ວຍງານທ້ອງຖິ່ນທີ່ກ່ຽວຂ້ອງ, ເຊິ່ງການແຈກຢາຍແມ່ນແບ່ງອອກເປັນສອງໄລຍະຄື: ໄລຍະທີ ໜຶ່ງ, ເຂົ້າສານຈະຖືກນຳສົ່ງໄປມອບໃຫ້ກັບ 25 ຄອບຄົວໃນກາງເດືອນມິຖຸນາ ແລະ ໄລຍະທີສອງແມ່ນຈະໄດ້ແຈກຢາຍພາຍໃນປີນີ້ຕາມພາຍຫຼັງ.
![](https://tholakhong.com/wp-content/uploads/2021/05/Untitled-3-1024x538.jpg)
ສຳຫຼັບໜ່ວຍງານໃດທີ່ຕ້ອງການປະກອບສ່ວນຊ່ວຍເຫຼືອຄົນທີ່ມີຄວາມພິການ ແລະ ກຸ່ມຄົນດ້ອຍໂອກາດ, ທ່ານສາມາດຕິດຕໍ່ຫາ ອົງການເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ໄດ້. ສຳຫຼັບລາຍລະອຽດເພີ່ມຕື່ມສາມາດເບິ່ງໄດ້ທີ່: https://laos.worlded.org/ ຫຼື Facebook: welaopdr