ແຕກຕື່ນກັນໄປໝົດ! ເມື່ອເຫັນຜູ້ເສຍຊີວິດ ມາງານສົບຂອງຕົນເອງ

0
6744

ອີງຕາມສຳນັກຂ່າວໄທລັດ (Thairath) ລາຍງານ ເມື່ອວັນທີ 2 ມິຖຸນາ ໄດ້ຮັບແຈ້ງຈາກປະຊາຊົນ ບ້ານ ຊາດ, ເມືອງ ແດນດົງ, ແຂວງບູລີລຳ ວ່າ: ມີເຫດວຸ້ນວາຍເກີດຂື້ນ ເນື່ອງຈາກມີການຈັດງານສົບຜິດຄົນ.

ທ້າວ ໄພລັດ ສາຍວັນ ອາຍຸ 61 ປີ ເລົ່າວ່າ: ເວລາ ປະມານ 11 ໂມງ ກາງຄືນ ທີ່ຜ່ານມາ, ມີຄົນແຖວບ້ານມາແຈ້ງຕົນເອງວ່າ ໃຫ້ໄປເບິ່ງສົບທີ່ຖືກລົດຕຳເສຍຊີວິດ ເພາະມີຮູບຮ່າງຄ້າຍຄືກັບ ທ້າວ ລ້ານ ລູກຊາຍຂອງຕົນ ທີ່ໄດ້ອອກຈາກບ້ານ 2 ມື້ ແລ້ວ ແລະ ເປັນຄົນມັກກິນເຫຼົ້າ ແລ້ວມັກຍ່າງແຄມທາງເວລາເມົາ.

ທ້າວ ໄພລັດ ເລົ່າອີກວ່າ: ເມື່ອມາເບິ່ງສົບຜູ້ເສຍຊີວິດ ພົບວ່າບໍ່ເຫຼືອເຄົ້າໂຄງຂອງໃບໜ້າເລີຍ ເພາະຖືກລົດຢຽບຈົນເຫຼະ, ທາງເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ໃຫ້ເບິ່ງຢ່າງລະອຽດເຕີ່ມ ແລ້ວປາກົດວ່າ ເຫັນຮອຍສັກຢູ່ແຂນ ຈຶ່ງຄິດວ່າແມ່ນ ທ້າວ ລ້ານ ລູກ ຂອງຕົນເອງ ສະນັ້ນ, ຈຶ່ງໄດ້ນຳເອົາສົບກັບໄປປະກອບພິທີທາງສາສະໜາ.

ແຕ່ແລ້ວເຫດການບໍ່ຄາດຄິດກໍ່ເກີດຂຶ້ນ, ຄົນໃນງານພາກັນແຕກຕື່ນ ເມື່ອທ້າວ ລ້ານ ທີ່ທຸກຄົນຄິດວ່າ ລາວໄດ້ເສຍຊີວີດຈາກການຖືກລົດຕຳ ນັ້ນ ໄດ້ຂີ່ລົດຈັກເຂົ້າມາໃນງານສົບຂອງຕົນເອງ ເຊິ່ງຜູ້ເປັນພໍ່ ແລະ ຍາດຕິພີ່ນ້ອງຈຶ່ງໄດ້ເຂົ້າໄປຈັບບາຍ ແລະ ສອບຖາມ ປາກົດວ່າ ແມ່ນ ທ້າວ ລ້ານ ລູກຊາຍ ຂອງຕົນແທ້ໆ ບໍ່ແມ່ນຜີ.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງຫາທາງໂຮງໝໍໃຫ້ມາຮັບເອົາສົບ ແລ້ວປ່ຽນຈາກການເຮັດງານສົບ ມາເຮັດງານບຸນຕໍ່ອາຍຸ ໃຫ້ທ້າວ ລ້ານ ແທນ.

LEAVE A REPLY

Please enter your comment!
Please enter your name here