ພົບພຣະພຸດທະຮູບ 2 ອົງ ໃນຕອນກຳລັງໄຖນາ

0
1817

ອີງຕາມການລາຍງານຈາກແຟນເພສ Media Laos, ໃນວັນທີ 12 ມີຖຸນາ 2021 ທີ່ຜ່ານມາ ໄດ້ມີທ້າວຊາຍທອງ ພອນຈະເລີນ ອາຍຸ 34 ປີ ປະຊາຊົນບ້ານໃຫຍ່ນໍ້າປຸກ (ຄຸ້ມໃຕ້) ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ເຊິ່ງໃນເວລາປະມານ 17:00 ຜູ້ກ່ຽວໄດ້ພົບເຫັນພະພຸດທະຮູບ 2 ອົງ ໃນຂະນະທີ່ກໍາລັງໄຖນາ. ດັ່ງນັ້ນ, ຜູ້ກ່ຽວຈຶ່ງໄດ້ແຈ້ງຕໍ່ກັບອໍານາດການປົກຄອງບ້ານ ເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງລົງມາກວດກາ.

ຜ່ານການກວດກາ ຂອງວິຊາການທີ່ກ່ຽວຂ້ອງເຫັນວ່າ: ເປັນພຣະພຸດທະຮູບປາງຊະນະມານ ທີ່ເຮັດດ້ວຍທອງສໍາລິດ 1 ອົງ ມີລວງສູງປະມານ 20,2 cm, ອົງພະສູງ 19,5 cm, ໜ້າຕັກກວ້າງ 12 cm ແລະ ມີນ້ຳໜັກ 1,7 kg ແລະ ພຣະພຸດທະຮູບ ທີ່ເຮັດດ້ວຍທອງເຫຼືອງ1 ອົງ ມີລວງສູງລວມ 21 cm, ອົງພະສູງ 17 cm, ໜ້າຕັກກວ້າງ 11,5 cm ແລະ ມີນ້ຳໜັກ 1,2 kg.

ພຣະພຸດທະຮູບທັງ 2 ອົງນີ້ທາງວິຊາການກອງພິພິທະພັນໄດ້ຂື້ນທະບຽນໃຫ້ເປັນຊັບສົມບັດຂອງຊາດ ແລະ ອໍານາດການປົກຄອງບ້ານທັງ 3 ຄຸ້ມ ໄດ້ເຫັນດີໃຫ້ອັນເຊີນມາປະດິດສະຖານໄວ້ທີ່ວັດສີດອນມູນ ສາສະດາຣາມ ບ້ານໃຫຍ່ນໍ້າປຸກ (ຄຸ້ມໃຕ້) ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ.

LEAVE A REPLY

Please enter your comment!
Please enter your name here