ເມືອງເງິນເສຍຫາຍເບື້ອງຕົ້ນຈາກໄພນໍ້າຖ້ວມ ມູນຄ່າ 3 ຕື້ກວ່າກີບ

0
1559

ອີງຕາມການລາຍງານຂອງຄະນະກຳ ມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໃນຄັ້ງວັນທີ 16 ມິຖຸນາ 2021 ນີ້ ໃຫ້ຮູ້ວ່າ: ຕໍ່ກັບເຫດການທີ່ເກີດຂຶ້ນຈາກໄພທໍາມະຊາດ ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2021 ທີ່ຜ່ານມາ ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ຈົນເຮັດໃຫ້ນໍ້າຍາງໄຫຼຖ້ວມເຮືອນ, ນາ, ສວນ ຂອງພໍ່ແມ່ປະຊາຊົນ ເຊິ່ງເຮັດໃຫ້ໄດ້ຮັບຜົນກະທົບຄື: ເກີດນໍ້າຖ້ວມເຮືອນ ມີ 1 ບ້ານ ຄື: ບ້ານ ແກ້ວດອນຄູນ ມີຄອບຄົວທີ່ຖືກກະທົບ 48 ຄອບຄົວ, ເສຍຫາຍເລັກນ້ອຍຈໍານວນ 19 ຄອບຄົວ, ມີຈໍານວນພົນ 71 ຄົນຍິງ 33 ຄົນ, ເຄື່ອງໃຊ້ຄົວເຮືອນເສຍຫາຍມູນຄ່າ 47.763.000 ກີບ; ດິນເຊາະເຈື່ອນເຮືອນ 1 ຫຼັງ, ມີຈໍານວນພົນ 5 ຄົນ ຍິງ 4 ຄົນ ມູນຄ່າເສຍຫາຍ 15 ລ້ານກີບ ລວມມູນຄ່າເສຍຫາຍທັງໝົດ 62.763.000 ກີບ. ຂົງເຂດກະສິກໍາ ແລະ ປ່າໄມ້ ຜ່ານການລົງເກັບກໍາຂໍ້ມູນຕົວຈິງ ບ້ານທີ່ຖືກຜົນກະທົບມີ 19 ບ້ານ, ມີ 236 ຄອບຄົວ, ຈໍານວນພົນ 1.160 ຄົນ ຍິງ 590 ຄົນ, ໃນນີ້ມີ ເນື້ອທີ່ນາຖືກຜົນກະທົບ 76,36 ຮຕ, ເນື້ອທີ່ເສຍຫາຍ 56,45 ຮຕ ມູນຄ່າເສຍຫາຍ 820.520.000 ກີບ, (ນາຖືກດິນຖົມ ).

ເຮັດໃຫ້ແນວພັນເຂົ້າທີ່ຕົກກ້າບໍ່ທັນໄດ້ດໍາ ຖືກດິນຖົມເສຍຫາຍ 397 ກິໂລ, ສາລີ ເນື້ອທີ່ເສຍຫາຍ 3,55 ຮຕ, ຂີງເນື້ອທີ່ເສຍຫາຍ 0,06 ຮຕ, ພືດຜັກຕ່າງໆ 0,25 ຮຕ, ໜອງປາ 6 ໜອງ, ງົວ 2 ໂຕ (ໄຫຼນໍ້າ), ສັດປີກ 300 ໂຕ ລວມມູນຄ່າທັງໝົດ 941.705.000 ກີບ ຂົງເຂດໂຍທາທິການ ແລະ ຂົນສົ່ງ: ມີເສັ້ນທາງເປ່ເພ ແລະ ຖືກດິນເຊາະເຈື່ອນ, ດິນສະໄລ່ຖົມທາງ ດັ່ງນີ້: ເສັ້ນທາງບ້ານ ແກ້ວດອນຄູນ – ບ້ານ ປາງບົງ ຍາວ 16 ກມ ມູນຄ່າເສຍຫາຍ 682.976.000 ກີບ, ເສັ້ນທາງປາງບົງ – ບ້ານທອງຍາວ 15 ກມ ມູນຄ່າເສຍຫາຍ 334.320.000 ກີບ ຈຸດທໍ່ຂາດ ເສັ້ນທາງ ປາກແຄນ – ຫ້ວຍເງີຍ ມູນຄ່າເສຍຫາຍ 46.500.000 ກີບ, ເສັ້ນທາງເທດສະບານເຂດບ້ານແກ້ວດອນຄູນ ມູນຄ່າເສຍຫາຍ 185.500.000 ກີບ, ປັບແລວນໍ້າຍາງ ເຂດບ້ານແກ້ວດອນຄູນຍາວ 1 ກມ ມູນຄ່າເສຍຫາຍ 887.340.000 ກີບ ລວມ 2.136.636.000 ກີບ; ລວມມູນຄ່າເສຍຫາຍທັງໝົດໃນທົ່ວເມືອງມີ 3.141.104.000 ກີບ

ຈາກໂຕເລກຂໍ້ມູນຖືກເສຍຫາຍຂ້າງເທິງນັ້ນ ທາງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ໄດ້ພ້ອມກັນຄົ້ນຄວ້າວາງແຜນ ແລະ ຫາວິທີແກ້ໄຂ ຮ່ວມກັບອົງການປົກຄອງບ້ານ ແລະ ຄອບຄົວທີ່ໄດ້ຮັບຜົນເສຍຫາຍ ເພື່ອໃຫ້ເນື້ອທີ່ຖືກເສຍຫາຍໄດ້ສືບຕໍ່ທໍາການຜະລິດຄືນໃໝ່ໂດຍໄວ.

LEAVE A REPLY

Please enter your comment!
Please enter your name here