ແຂວງຈໍາປາສັກ ກຽມຮັບອຸປະກອນການແພດ ມູນຄ່າ 2 ຕື້ກວ່າກີບ ຈາກນະຄອນຊົງຊິ້ງ

0
1160

ອີງຕາມການລາຍງານ ຈາກສຳນັກຂ່າວ ປະຊາຊົນ ໃຫ້ຮູ້ວ່າ: ໃນວັນທີ 25 ມີຖຸນາ 2021 ນີ້ ທີ່ຜ່ານມາ, ນະຄອນຊົງຊິ້ງ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ໄດ້ມອບ ຜ້າອັດປາກ-ດັງ ຈຳນວນ 200.000 ອັນ ແລະ ຊຸດປ້ອງກັນການຕິດເຊື້ອ ຫຼື ຊຸດ PPE ຈໍານວນ 10.000 ຊຸດ ລວມມູນຄ່າການຊ່ວຍເຫຼືອ 2 ຕື້ກວ່າກີບ ໃຫ້ແກ່ແຂວງຈໍາປາສັກ ເພື່ອປະກອບສ່ວນເຂົ້າໃນການຕ້ານ ສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ-19.

ໂດຍຜ່ານ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ປັກກິ່ງ ສປ ຈີນ ແລະ ຄາດວ່າ ເຄື່ອງຊ່ວຍເຫຼືອດັ່ງກ່າວ ອົງການປົກຄອງ ແລະ ປະຊາຊົນ ຊາວ ແຂວງຈໍາປາສັກ ຈະໄດ້ຮັບ ໃນໄວໆນີ້.

ການຊ່ວຍເຫຼືອ ຂອງນະຄອນຊົງຊິ້ງຄັ້ງ​ນີ້, ຖື​ວ່າ​ມີຄວາມໝາຍ ຄວາມສຳຄັນຍິ່ງ ຕໍ່ກັບສາຍພົວພັນມິດຕິພາບ, ການຮ່ວມມື ແລະ ການຊຸກຍູ້ຊ່ວຍເຫຼືອໂດຍຕະຫຼອດມາ ຕໍ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ຕໍ່ ແຂວງຈຳປາສັກ ທີ່ໄດ້ສືບຕໍ່ຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນດັ່ງກ່າວ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫວັງຢ່າງຍິ່ງວ່າສາຍພົວພັນ ແລະການຮ່ວມມືທີ່ມີມູນເຊື້ອອັນດີງາມ ດັ່ງກ່າວ ຈະສືບຕໍ່ໄດ້ຮັບການພັດທະນາ ໃຫ້ນັບມື້ແໜ້ນແຟ້ນ ຂຶ້ນເລື້ອຍໆ.

LEAVE A REPLY

Please enter your comment!
Please enter your name here