ນອນຖ້າຮັບບັດຄິວ ກວດໂຄວິດ ເພາະຈຳກັດກວດພຽງ 900 ຄົນຕໍ່ວັນເທົ່ານັ້ນ

0
1340

ປະຊາຊົນຈຳນວນຫຼາຍພາກັນຂົນສາດມາປູນອນຕາກຝົນທັງເກືອຍຸງເພື່ອລໍຖ້າຮັບບັດຄິວກວດພະຍາດໂຄວິດ-19 ບໍ່ເສຍຄ່າ ຢູ່ໜ້າວັດພະສີມະຫາທາດ ວໍຣະມະຫາວິຫານ, ບາງເຂນ, ກຸງເທບ, ປະເທດໄທ ບາງຄົນກໍມາລໍຖ້າຄິວຕັ້ງແຕ່ 2:00 – 3:00 ໂມງເຊົ້າ ເພື່ອຈະໄດ້ເຂົ້າກວດໄວ ເນື່ອງຈາກມີການຈຳກັດຈຳນວນກວດພຽງແຕ່ 900 ຄົນຕໍ່ວັນເທົ່ານັ້ນ.

ທາງໜ່ວຍງານບໍລິການສາທາລະນະສຸກໄດ້ເລືອກເອົາວັດພະສີມະຫາທາດ ວໍຣະມະຫາວິຫານ ເປັນອີກໜຶ່ງຈຸດບໍລິການກວດໂຄວິດບໍ່ເສຍຄ່າສຳລັບປະຊາຊົນທີ່ມີສັນຊາດໄທ ໂດຍເລີ່ມມາແຕ່ວັນທີ 5 ກໍລະກົດ ຈົນຮອດວັນທີ 11 ກໍລະກົດ ໂດຍກຳນົດຈຳນວນກວດພຽງ 900 ຄົນຕໍ່ວັນເທົ່ານັ້ນ.

ນາງທິດາພອນ, ອາຍຸ 28 ປີ, ໜຶ່ງໃນກຸ່ມຄົນທີ່ລໍຖ້າບັດຄິວບອກວ່າ ຜູ້ກຽວເດີນທາງມາຈາກເຂດບາງກະປິ ເຊິ່ງຕັ້ງໃຈຈະມາກວດຫາເຊື້ອໂຄວິດ ຍ້ອນມີເພື່ອນຮ່ວມງານກວດພົບເຊື້ອ ໂດຍເດີນທາງມາເຖິງແຕ່ 9:00 ໂມງແລງ ເພາະຢ້ານບໍ່ໄດ້ບັດຄິວ, ເນື່ອງຈາກເຄີຍໄປກວດຫາເຊື້ອມາແລ້ວເຖິງສາມຄັ້ງແຕ່ກໍບໍ່ໄດ້ຮັບການກວດຍ້ອນມີການຈຳກັດຈຳນວນຄົນໃນແຕ່ລະວັນ.

ທ້າວ ຍຸດທະສານ ແທ່ນນອກ, ອາຍຸ 21 ປີ ບອກກັບຜູ້ສື່ຂ່າວວ່າ: ຜູ້ກ່ຽວມາລໍຖ້າບັດຄິວແຕ່ 11:00 ໂມງກາງຄືນ, ເພາະຢູ່ໃນກຸ່ມສ່ຽງ ຈິ່ງຮີບຮ້ອນກວດຫາເຊື້ອ ເຊິ່ງໄດ້ນຳເອົາສາດ ແລະ ເຕັນມານອນລໍຖ້າ ລວມທັງຢາກັນຍຸງ ແລະເຈລລ້າງມື ເຖິງປານນັ້ນກໍຍັງມີອຸປະສັກອື່ນຂວາງໜ້າ ໂດຍສະເພາະເລື່ອງຂອງການຈັດຄິວແມ່ນຍັງເຮັດບໍ່ໄດ້ດີ ເຊິ່ງບໍ່ມີເຈົ້າໜ້າທີ່ພະນັກງານມາບອກ ຕ້ອງໄດ້ອາໄສຈາກຄົນທາງຂ້າງ.

ພະນັກງານຮັກສາຄວາມປອດໄພຂອງວັດກ່າວວ່າ: ມີປະຊາຊົນຫຼາຍຄົນມາລໍຖ້າຮັບບັດຄິວຕັ້ງແຕ່ຕອນກາງຄືນ ເຊິ່ງເຈົ້າໜ້າທີ່ຈະແຈກບັດຄິວໃນຊ່ວງ 6:00 ໂມງເຊົ້າ ໂດຍກຳນົດພຽງ 900 ຄິວຕໍ່ວັນ ເຖິງຫຼາຍຄົນຈະພາກັນມານອນຕາກຝົນລໍຖ້າແຕ່ກໍບໍ່ໝາຍຄວາມວ່າຈະໄດ້ເຂົ້າກວດດັ່ງໃຈຫວັງ ເພາະຈຳນວນມີຈຳກັດ ຈິ່ງຈຳຕ້ອງລໍຖ້າມື້ຖັດໄປ.

LEAVE A REPLY

Please enter your comment!
Please enter your name here