ທ່ານຮອງນາຍົກເນັ້ນໃຫ້ທະນາຄານກາງ (ທຫລ) ເອົາໃຈໃສ່ຄຸ້ມຄອງຮັກສາສະຖຽນລະພາບເງິນຕາແຫ່ງຊາດ

0
1186

ທ່ານຮອງນາຍົກເນັ້ນໃຫ້ທະນາຄານກາງ (ທຫລ) ເອົາໃຈໃສ່ຄຸ້ມຄອງຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ຢູ່ໃນຂອດການກຳນົດຂອງສະພາຮັບຮອງ ແລະ ບັນຫາອັດຕາເງິນເຟີ້ ບໍ່ໃຫ້ເກີນການເຕີບໂຕຂອງເສດຖະກິດ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມສະຫຼຸບຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄລຍະຜ່ານມາ, ເຊິ່ງຈັດຂຶ້ນໃນວັນທີ 14 ກໍລະກົດ ທີ່ສະໂມສອນສະຖາບັນການທະນາຄານແຫ່ງ ສປປ ລາວ, ໂດຍມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຄະນະປະຈຳພັກ, ຄະນະພັກ ແລະ ຜູ້ຕາງໜ້າສະມາຊິກພັກຈາກຮາກຖານ-ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ທຫລ ເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວບາງຕອນວ່າ: ຫທລ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງເຜີຍແຜ່ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ຫທລ ໃຫ້ເປັນແຜນການ ແລະ ໂຄງການລະອຽດ ເພື່ອເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສຳເລັດຜົນ ໂດຍສະເພາະແມ່ນການປະຕິບັດບົດບາດຄຸ້ມຄອງມະຫາພາກກໍຄືການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໂດຍໃຫ້ຢູ່ຂອດການກຳນົດຂອງສະພາຮັບຮອງ ແລະ ບັນຫາອັດຕາເງິນເຟີ້ ບໍ່ໃຫ້ເກີນການເຕີບໂຕຂອງເສດຖະກິດ ທັງຮຽກຮ້ອງໃຫ້ພະນັກງານ-ລັດຖະກອນທົ່ວຂະແໜງການ ຫທລ ມີຄວາມບຸກບືນພະຍາຍາມ ສ້າງກໍາລັງແຮງຂອງຕົນ ໂດຍມີການວາງແຜນພັດທະນາບຸກຄະລາກອນຂອງຕົນໃຫ້ມີຄວາມຮູ້ຄວາມສາມາດ ແນໃສ່ຮັບໃຊ້ປະຕິບັດວຽກງານ ຫທລ ຢ່າງມີປະສິດທິຜົນ.

ໃນກອງປະຊຸມຍັງໄດ້ມີການລາຍງານກ່ຽວກັບການພັດທະນາເສດຖະກິດ, ເຖິງຈະປະເຊີນກັບຄວາມຫຍຸ້ງຍາກອັນໜັກໜ່ວງດ້ານການເງິນ-ເງິນຕາ ແລະ ບັນຫາໜີ້ສິນທີ່ສະສົມມາຍາວນານບວກກັບຜົນກະທົບໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19, ແຕ່ສາມາດຢັບຢັ້ງການເກີດວິກິດການຮ້າຍແຮງດ້ານເສດຖະກິດ, ທັງສາມາດຮັກສາການເຕີບໂຕໂດຍສະເລ່ຍ 5,8%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2.664 ໂດລາ ທຽບໃສ່ປີ 2015 ເພີ່ມຂຶ້ນ 694 ໂດລາ.

LEAVE A REPLY

Please enter your comment!
Please enter your name here