ເມືອງລອງ ແຂວງຫຼວງນໍ້າທາ ຖືກນໍ້າເຊາະເຈື່ອນຫຼາຍຈຸດ

0
1173

ເມືອງລອງ ປະສົບໄພນໍ້າຖ້ວມ ເນື້ອທີ່ທໍາການຜະລິດແລະ ທາງເລກທີ 17B ຖືກນໍ້າເຊາະເຈື່ອນເສຍຫາຍຫຼາຍຈຸດ

ອີງຕາມ ຂປລ ລາຍງານ: ແຫຼ່ງຂ່າວຈາກແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເມືອງລອງ ຝົນຕົນລິນຕິດຕໍ່ກັນເປັນເວລາຫລາຍວັນ ແຕ່ຄໍ່າຄືນວັນທີ 18-21 ກໍລະກົດ 2021 ນີ້, ໄດ້ເຮັດໃຫ້ ນໍ້າຫ້ວຍ ແລະ ແມ່ນໍ້າສາຍຕ່າງໆ ມີປະລິມານເພີ່ມຂຶ້ນຢ່າງກະທັນຫັນ ໂດຍສະເພາະ ແມ່ນໍ້າມະ-ນໍ້າລອງເພີ່ມສູງຂຶ້ນ ຖ້ວມເນື້ອທີ່ທໍາການຜະລິດເຂົ້ານາປີ, ສ່ວນອ້ອຍ ແລະ ຊົນລະປະທານເສຍຫລາຍແຫ່ງ, ນອກຈາກນີ້ ຍັງມີເຮືອນ ຂອງປະຊາຊົນບ້ານ ສະ, ບ້ານ ໂພຄໍາ ແລະ ບ້ານ ຄົກຫີນ ຈໍານວນ 10 ຫລັງຖືກນໍ້າຖ້ວມ.

ຕາມການລົງເກັບກໍາຂໍ້ມູນໃນເບື້ອງຕົ້ນ ເຫັນວ່າ: ປັດຈຸບັນ ເສັ້ນທາງເລກທີ 17B ໄດ້ຖືກນໍ້າເສາະເຈື່ອນ ຈໍານວນ 5 ຈຸດ. ໃນນີ້, ຈຸດບ້ານ ສີວິໄລ ລົດບັນທຸກໜັກບໍ່ສາມາດແລ່ນຜ່ານໄດ້, ຊົນລະປະທານໄດ້ຮັບຄວາມເສຍຫາຍປະມານ 70 ແຫ່ງ, ເນື້ອທີ່ນາປີ 30 ເຮັກຕາ ແລະ ສວນອ້ອຍຂອງປະຊາຊົນ ປະມານ 10 ເຮັກຕາ ໄດ້ຖືກນໍ້າຖ້ວມ.

ຕໍ່ກັບບັນຫາໄພພິບັດ ໃນຄັ້ງນີ້, ຄະນະນໍາຂັ້ນເມືອງ ກໍໄດ້ສົ່ງກໍາລັງປ້ອງກັນຊາດ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ລົງຊ່ວຍພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ.

ຫຼ

ພ້ອມນີ້, ບໍລິສັດຈຸງຫຽວ ທີ່ຮັບເໝົາການກໍ່ສ້າງເຂື່ອນໄຟຟ້ານໍາລອງ 2 ກໍໄດ້ຮັບຜົບກະທົບເຊັນດຽວກັນ, ໃນນີ້, ມີໂຮງງານຄົບຫີນ 1 ຊຸດ, ລົດດາມ 3 ຄັນ, ລົດຈົກ 2 ຄັນ, ລົດຕັກ 1 ຄັນ, ເຄື່ອງເຈາະຫີນ 6 ເຄື່ອງ, ຖັງເກັບນໍ້າມັນ 4.000 ລິດ, ແຄ້ມພັກຂອງພະນັກງານ ແລະ ອຸປະກອນຈໍານວນໜຶ່ງ ຖືກນໍ້າໄຫຼ ແລະ ຖ້ວມເຂດກໍ່ສ້າງເຂື່ອນໄຟຟ້ານໍ້າລອງ 2 ລວມມູນຄ່າເສຍຫາຍ ປະມານ 500.000 ໂດລາສະຫະລັດ. ສໍາລັບເນື້ອທີ່ທໍາການຜະລີດຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ມູນຄ່າຄວາມເສຍຫາຍຕົວຈິງນັ້ນ ແມ່ນຍັງບໍ່ສາມາດປະເມີນໄດ້.

LEAVE A REPLY

Please enter your comment!
Please enter your name here