ຊົມເຊີຍ! ແຂວງກອນຕູມ ມອບເງິນ 100.000.000 ດົງ ຊ່ວຍແຂວງຈຳປາສັກ ຕ້ານໂຄວິດ-19

0
814

ຕາມເພສ ມິເດຍລາວ ລາຍງານ: ວັນທີ 21 ກໍລະກົດ 2021, ທີ່ຫ້ອງວ່າການແຂວງຈຳປາສັກ. ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ ສສ.ຫວຽດນາມ ປະຈຳພາກໃຕ້ລາວ ໄດ້ຕາງໜ້າໃຫ້ ຄະນະພັກ-ອົງການປົກຄອງແຂວງກອນຕູມ ສສ.ຫວຽດນາມ ນຳເອົາເງິນຈຳນວນ 100.000.000 ດົງ ຫຼື ປະມານ 46.580.000 ກີບ ມອບໃຫ້ຄະນະພັກ-ອົງການປົກຄອງແຂວງຈໍາປາສັກ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແລະເປັນກຽດກ່າວຮັບໂດຍ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ.

ໂອກາດດັ່ງກ່າວ, ສະຫາຍ ວິໄລວົງ ບຸດດາຄຳ ໄດ້ຕາງໜ້າໃຫ້ຄະນະພັກ-ອົງການປົກຄອງ ແລະປະຊາຊົນ ແຂວງຈໍາປາສັກ ສະແດງຄວາມຂອບໃຈ ໄປຍັງ ຄະນະພັກ-ອົງການປົກຄອງແຂວງກອນຕູມ ສສ.ຫວຽດນາມ ທີ່ມີຄວາມເປັນຫ່ວງເປັນໄຍ ແລະໄດ້ບິແບ່ງ ນ້ຳໃຈ ເປັນເງິນ 100.000.000 ດົງ ເພື່ອຊ່ວຍເຫລືອ ແຂວງຈຳປາສັກ ໃນການຕ້ານກັບພະຍາດ COVID-19. ພ້ອມກັນນັ້ນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ ແລະ ຕີລາຄາສູງຕໍ່ຜົນງານໃນການເປັນໃຈກາງ ການປະສານງານຊ່ວຍຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມື ລະຫວ່າງ ແຂວງຈຳປາສັກ ກັບ ບັນດາ ແຂວງພາກກາງ ແລະພາກໃຕ້ ຂອງ ສສ ຫວຽດນາມ. ແລະ ແຂວງຈຳປາສັກ ແມ່ນໄດ້ມີການປຶກສາຫາລື ເພື່ອກະກຽມຈັດຕັ້ງງານສະເຫຼີມສະຫຼອງ 2 ວັນປະຫັວດສາດ ລາວ – ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ ເພື່ອໃຫ້ງານສະເຫຼີມສະຫຼອງ 2 ວັນປະຫັວດສາດ ດັ່ງກ່າວ ມີບັນຍາກາດ ແລະເນື້ອໃນເລິກເຊິ່ງ.

LEAVE A REPLY

Please enter your comment!
Please enter your name here