ກຸມອຸຕຸນິຍົມເຕືອນ 23-26 ກໍລະກົດ 2021 ຝົນຕົກໜັກ!

0
897

ອີງຕາມແຈ້ງການຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນຈະມີຝົນຕົກໜັກ ໃນລະຫວ່າງວັນທີ 23-26 ກໍລະກົດ 2021 ນີ້, ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕ່ຳ ໄດ້ພາດຜ່ານພາກເໜືອຂອງປະເທດລາວ ປ່ອງໃສ່ລົມພາຍຸໝຸນ ເຂດຮ້ອນ ເຈີມປາກາ (Cempaka) ທີ່ກຳລັງເຄື່ອນທີ່ຢູ່ໃກ້ພາກເໜືອ ດ້ານຕາເວັນອອກຂອງ ສສ ຫວຽດນາມ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານເກາະໄຕ່ໜານ ໃນໄລຍະ 2 – 4 ວັນຕໍ່ໜ້າ, ເຮັດໃຫ້ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີກຳລັງແຮງພັດປົກຄຸມເຂດພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ.

ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ໃນແຕ່ລະພາກ ແລະ ຕົກໜັກຫາໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກ ເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້
ແຂວງທີ່ຈະໄດ້ຮັບຜົນກະທົບມີ ຜົ້ງສາລີ (ເມືອງໃໝ່, ເມືອງຂົວ ແລະ ເມືອງສຳພັນ); ຫຼວງພະບາງ (ເມືອງໂພນໄຊ, ເມືອງນ້ຳບາກ, ເມືອງງອຍ ແລະ ເມືອງວຽງຄຳ), ຫົວພັນ (ເມືອງຊຳເໜືອ, ເມືອງຫົວເມືອງ, ເມືອງວຽງທອງ, ເມືອງແອດ ແລະ ເມືອງຊຳໃຕ້), ຊຽງຂວາງ (ເມືອງໝອງແຮດ, ເມືອງແປກ, ເມືອງຄຳ, ເມືອງຜາໄຊ ແລະ ເມືອງໝອກ), ແຂວງວຽງຈັນ (ເມືອງກາສີ, ເມືອງວັງວຽງ, ເມືອງເຟືອງ, ເມືອງໂພນໂຮງ, ເມືອງແກ້ວອຸດົມ ແລະ ເມືອງທຸລະຄົມ), ນະຄອນຫຼວງວຽງຈັນ (ເມືອງນາຊາຍທອງ, ເມືອງໄຊທານີ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ), ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສລຽບຕາມຮ່ອມພູ ແລະ ແຄມແມ່ນ້ຳຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ດິນເຈື່ອນ, ນ້ຳຖ້ວມຊຸ ແລະ ນ້ຳຖ້ວມຍຶ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-4 ວັນຕໍ່ໜ້ານີ້.

LEAVE A REPLY

Please enter your comment!
Please enter your name here