ໂຄງການກໍ່ສ້າງທາງລົດໄຟ ຢູ່ແຂວງອຸດົມໄຊ

0
1163

ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ເຄື່ອນໄຫວຕິດຕາມ, ຊຸກຍູ້ ໂຄງການກໍ່ສ້າງທາງລົດໄຟ ຢູ່ແຂວງອຸດົມໄຊ

ຕາມການລາຍງານຂອງ ຂ່າວປະຈຳວັນ Daily News Oudomxay ໃຫ້ຮູ້ວ່າ: ທ້າຍອາທິດທີ່ຜ່ານມານີ້ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ມາເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງທາງລົດໄຟ ຢູ່ແຂວງອຸດົມໄຊ.

ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໂດຍມີ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂັ້ນແຂວງ ພ້ອມດ້ວຍຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟຂັ້ນແຂວງຮ່ວມເດີນທາງນຳ ໄດ້ຂີ່ລົດໄຟທີ່ຮັບໃຊ້ຢູ່ພາຍໃນໂຄງການກໍ່ສ້າງ ຈາກນະຄອນຫຼວງພະບາງມາ ເມືອງງາ, ເມືອງໄຊ ແລະ ເມືອງນາໝໍ້ ເພື່ອເຄື່ອນໄຫວເບິ່ງການກໍ່ສ້າງເສັ້ນທາງ ແລະ ບັນດາສະຖານີລົດໄຟ ຢູ່ແຂວງອຸດົມໄຊ ໂດຍສະເພາະແມ່ນ ເບິ່ງຄວາມຄືບໜ້າ ແລະ ຄວາມພ້ອມຮອບດ້ານໃນການກະກຽມເປີດການນຳໃຊ້ ເຊິ່ງກຳນົດແມ່ນວັນທີ 2 ທັນວາປີ 2021 ທີ່ຈະມາເຖິງນີ້ ແລະ ໄດ້ໄປເບິ່ງໂຄງການກໍ່ສ້າງບ້ານຈັດສັນໃໝ່ ບ້ານນາຄົກ, ເມືອງງາ ແລະ ບ້ານນາໝໍ້ໃຕ້, ເມືອງນາໝໍ້ ເຊິ່ງເປັນທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ.

ທ່ານ ຄຳແສງ ອາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ, ຮອງຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂັ້ນແຂວງ ໃຫ້ສຳພາດວ່າ: ມາຮອດປັດຈຸບັນ ການຈັດຕັ້ງປະຕິບັດໂຄງການທັງໝົດແມ່ນດຳເນີນໄປຕາມແຜນ ສຳລັບວຽກກໍ່ສ້າງເສັ້ນທາງລົດໄຟແມ່ນຄືບໜ້າແລ້ວ 99%.

ສ່ວນວຽກໄຟຟ້າ, ວຽກກໍ່ສ້າງສະຖານີ ແລະ ວຽກລະອຽດຈຳນວນໜຶ່ງແມ່ນພວມສຸມໃສ່ກໍ່ສ້າງ ເຊິ່ງຄາດວ່າທ້າຍປີນີ້ການກໍ່ສ້າງບັນດາໜ້າວຽກຂອງໂຄງການທັງໝົດຈະສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ.

ໂອກາດດັ່ງກ່າວ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເນັ້ນໃຫ້ຄະນະຊີ້ນຳໂຄງການຈົ່ງໃຫ້ການໃກ້ຊິດຕິດແທດຊີ້ນຳ, ຕິດຕາມ, ຊຸກຍູ້ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ແນໃສ່ເຮັດໃຫ້ການກໍ່ສ້າງດຳເນີນໄປຢ່າງມີຄຸນະພາບ ແລະ ສຳເລັດຕາມແຜນທີ່ກຳນົດໄວ້.ກວດແກ້: ອ່ຽງຄຳ ວິລະສັກ

LEAVE A REPLY

Please enter your comment!
Please enter your name here