ຄະນະສະເພາະກິດ ປະຊຸມປຶກສາຫາລືວຽກງານຕ້ານໂຄວິດ-19 ໂດຍໃຫ້ບັນດາແຂວງປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ໃຫ້ພຽງພໍກັບແຮງງານ ລາວທີ່ຈະເດີນທາງກັບຄືນປະເທດ.
ຕາມການລາຍງານ ຂອງຂ່າວເສດຖະກິດ-ການຄ້າ ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 23 ກໍລະກົດ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ໄດ້ປະຊຸມທາງໄກ (Video Conference) ຮ່ວມກັບຄະນະສະເພາະກິດບັນດາແຂວງ ແລະ ນະຄອນຫຼວງວຽງຈັນ.
![](https://tholakhong.com/wp-content/uploads/2021/07/ທ່ານ2-1.jpg)
ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານສະພາບການລະບາດ, ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຢູ່ບັນດາແຂວງ, ຂໍ້ສະດວກ, ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຕົວຈິງ, ແລະ ປຶກສາຫາລືແຜນຮັບມືໃນຕໍ່ໜ້າ ໂດຍສະເພາະ ອັນທີ່ຈຳເປັນ ແລະ ຮີບດ່ວນທີ່ສຸດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດດັ່ງກ່າວ ມີຄວາມໂລ່ງລ່ຽນ, ວ່ອງໄວ, ທັນສະພາບການ, ມີປະສິດທິພາບ ແລະ ປະສິດທິຜົນ.
![](https://tholakhong.com/wp-content/uploads/2021/07/ທ່ານນ1.jpg)
ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ຫຼັງຈາກນັ້ນ ທ່ານປະທານກອງປະຊຸມ ໄດ້ສະຫຼຸບສັງລວມ ເນື້ອໃນຂອງກອງປະຊຸມຄັ້ງນີ້, ພ້ອມທັງ ມີຄຳເຫັນເນັ້ນໜັກ ໃຫ້ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຢ່າງສຸດຂີດ, ຮັບປະກັນໃຫ້ທິດຊີ້ນຳລວມສູນ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ທ່າແຮງຂອງທ້ອງຖິ່ນ ໃຫ້ແທດເໝາະ ກັບສະພາບຕົວຈິງ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ.
ສຳລັບແຜນຮັບມືກັບ ກໍລະນີຕິດເຊື້ອຂອງແຮງງານລາວ ທີ່ກັບມາຈາກປະເທດໃກ້ຄຽງ ໃຫ້ເອົາໃຈໃສ່ມາດຕະການສະເພາະໜ້າທີ່ເລັ່ງດ່ວນ ໂດຍສະເພາະ ໃຫ້ບັນດາແຂວງປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ໃຫ້ພຽງພໍກັບແຮງງານລາວທີ່ຈະເດີນທາງກັບມາ, ກວດກາຄືນສະຖານທີ່ມີຄວາມພ້ອມ ແລະ ເໝາະສົມ, ພ້ອມທັງ ໃຫ້ມີການບໍລິຫານຄຸ້ມຄອງທີ່ເປັນລະບົບ; ໃຫ້ຄະນະສະເພາະກິດຂັ້ນສູນກາງ ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນຈັດສົ່ງເຄື່ອງມື, ອຸປະກອນການແພດ ແລະ ຢາ, ພ້ອມທັງ ຄົ້ນຄວ້າງົບປະມານທີ່ຈຳເປັນ ໃຫ້ພຽງພໍ ແລະ ທັນການ ໃຫ້ບັນດາແຂວງ ໂດຍສະເພາະ ແຂວງທີ່ມີຜູ້ຕິດເຊື້ອຈຳນວນຫຼາຍ; ໃຫ້ກະຊວງສາທາລະນະສຸກ ຄົ້ນຄວ້າສົ່ງໜ່ວຍແພດ ແລະ ອາສາສະໝັກ ລົງຊ່ວຍແຂວງ ທີ່ມີແຮງງານກັບມາຈໍານວນຫຼາຍ ໃນການກວດວິເຄາະຫາເຊື້ອ ແລະ ປິ່ນປົວ, ພ້ອມທັງ ເລັ່ງສັກວັກຊີນ ໃຫ້ກຸ່ມເປົ້າໝາຍ ຕາມແຜນທີ່ວາງໄວ້; ໃຫ້ບັນດາແຂວງ ພາກກາງ ແລະ ພາກໃຕ້ ໂດຍສະເພາະ ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ປະສານກັບແຂວງເຊິ່ງໜ້າຂອງປະເທດໃກ້ຄຽງ ກ່ຽວກັບການແຮງງານທີ່ຈະເດີນທາງກັບມາ ເພື່ອວາງແຜນຮັບມືໄດ້ຊັດເຈນ.
ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການປົກຄອງທ້ອງຖິ່ນ ເພີ່ມທະວີໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືກົດໝາຍ ແລະ ລະບຽບການ ກ່ຽວກັບແຮງງານ ໃຫ້ແກ່ແຮງງານລາວທີ່ກັບມາຈຳກັດບໍລິເວນໃນສູນ ເພື່ອໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈ, ຄົ້ນຄິດ, ຕັດສິນໃຈ ຊອກວຽກເຮັດງານທຳ ຢູ່ພາຍໃນປະເທດ ຫຼື ໄປອອກແຮງງານຢູ່ຕ່າງປະເທດແບບຖືກກົດໝາຍ; ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເກັບກຳຂໍ້ມູນ ແລະ ຂຶ້ນທະບຽນແຮງງານທີ່ກັບມານັ້ນ ໃຫ້ລະອຽດຊັດເຈນ ເພື່ອເປັນບ່ອນອີງໃນ ການຝຶກສີມືແຮງງານ ແລະ ປະສານກັບຂະແໜງການ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາຫົວໜ່ວຍແຮງງານ, ໂຄງການລົງທຶນ ໃນການຈັດຫາວຽກເຮັດງານທຳໃຫ້ແຮງງານເຫຼົ່ານັ້ນໃນຕໍ່ໜ້າ; ໃຫ້ໜ່ວຍງານງົບປະມານ ແລະ ພະລາທິການ ເອົາໃຈໃສ່ການປະຕິບັດນະໂຍບາຍອຸດໜູນພິເສດ ໃຫ້ເຈົ້າໜ້າທີ່, ແພດໝໍ ແລະ ອາສາສະໜັກ; ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ນຳເອົາຄຳຖະແຫຼງ ຂອງທ່ານນາຍົກລັດຖະມົນຕີ ໃນວັນທີ 20 ກໍລະກົດ ທີ່ຜ່ານມາ ແລະ ແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 829/ຫສນຍ, ລົງວັນທີ 19 ກໍລະກົດ 2021 ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ.