ດ່ວນ! ປິດຄົນເຂົ້າ-ອອກ ເມືອງພູຄູນ ຊົ່ວຄາວ

0
3084

ຕາມການລາຍງານຂອງ ຂ່າວສານເມືອງພູຄູນ: ເພື່ອປະຕິບັດຕາມຄໍາສັ່ງເລກທີ 15 / ນຍ ແລະ ຄໍາສັ່ງເລກທີ 01 / ຂອງເຈົ້າແຂວງຫຼວງພະບາງ ໃນການຍົກລະດັບ ແລະ ເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດcovid-19 ໃຫ້ເຂັ້ມງວດ ໃນວັນທີ 3 ສິງຫາ 2021 ນີ້ ຄະນະສະເພາະກິດ ຄວບຄຸມແກ້ໄຂຕ້ານການລະບາດຂອງພະຍາດໂຄວິດ-19 ເມືອງພູຄູນ ໄດ້ອອກຄຳສັ່ງເພີ່ມເຕີມ ກ່ຽວກັບການປິດຄົນເຂົ້າ-ອອກເມືອງພູຄູນຊົ່ວຄາວ ຕັ້ງແຕ່ ເວລາ 10 ໂມງ ຂອງວັນທີ 3 ສິງຫາ 2021 ເປັນຕົ້ນໄປ.

ດັ່ງນັ້ນຈຶ່ງແຈ້ງ ໃຫ້ແຕ່ລະບ້ານຕັ້ງດ່ານຈຸດກວດກາຫ້າມຄົນເຂົ້າ-ອອກຢ່າງເດັດຂາດ, ຫ້າມແຕ່ລະຄອບຄົວ ຫ້າມໄປມາຫາສູ່ ຫຼື ເດີນທາງເຂົ້າ-ອອກເມືອງ, ບ້ານຫາບ້ານ.

LEAVE A REPLY

Please enter your comment!
Please enter your name here