ຫຼວງພະບາງໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 280 ລ້ານກີບ ຈາກທ່ານຮອງນາຍົກລັດຖະມົນ​ຕີ

0
1184

ຕາມ ວິທະຍຸກະຂາຍສຽນແຫ່ງຊາດ ລາຍງານ: ຮອງນາຍົກລັດຖະມົນຕີ ມອບເງິນ 280 ລ້ານກີບ ໃຫ້ແຂວງຫຼວງພະບາງ ໃນວັນທີ 3 ສິງຫາ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ມອບເງິນ ຈຳນວນ 280 ລ້ານກີບ ໃຫ້ແຂວງຫຼວງພະບາງ ເພື່ອເປັນທຶນປະກອບສ່ວນນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດພະຍາດໂຄວິດ-19 ແລະ ວຽກງທີ່ຈໍາເປັນ ແລະ ຮີບດ່ວນຕ່າງໆ ພາຍໃນແຂວງ.

ເຊິ່ງໃຫ້ກຽດຕາງໜ້າຮັບໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ເນື່ອງໃນໂອກາດລົງເຄື່ອນໄຫວເຮັດວຽກ ຢູ່ແຂວງດັ່ງກ່າວ ລະຫວ່າງວັນທີ 1-3 ສິງຫາ 2021.

ໂອກາດນີ້, ທ່ານ ຄຳຂັນ ຈັນທະວີສຸກ ໂດຍຕາງໜ້າໃຫ້ອຳນາດການປົກຄອງແຂວຫລວງພະບາງ ໄດ້ສະແດງຄວາມຂອບໃຈໃຈຢ່າງຈິງໃຈ ມາຍັງ ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ປະກອບສ່ວນອັນສຳ ຄັນໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ເງິນຈຳນວນດັ່ງກ່າວ, ເຂົ້າໃນວຽກງານທີ່ຈຳເປັນໃຫ້ເກີດຜົນປະໂຫຍດສູງສຸດ.

LEAVE A REPLY

Please enter your comment!
Please enter your name here