ມ້າງຄະດີຢາເສບຕິດ ຈັບຜູ້ຖືກຫາໄດ້ 11 ຄົນ ພ້ອມຂອງກາງ ຢູ່ແຂວງສະຫວັນນະເຂດ

0
1487

ປກສ ນະຄອນໄກສອນ ພົມວິຫານ ມ້າງຄະດີຢາເສບຕິດຈັບຜູ້ຖືກຫາໄດ້ 11 ຄົນ ພ້ອມຂອງກາງ

ພາຍໃນໄລຍະ 15 ວັນ, ໂດຍເລີ່ມແຕ່ວັນທີ 15-30 ກໍລະກົດ 2021 ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ສາມາດມ້າງ ກຸ່ມແກ້ງຄ້າຂາຍຢາເສບຕິດ, ໄດ້ຈັບກຸມຜູ້ຖືກຫາມາດຳເນີນ ຄະດີຈຳນວນ 11 ຄົນ ພ້ອມຂອງກາງຄະດີເປັນຢາບ້າ, ອາວຸດ, ໂທລະສັບ, ລົດ ແລະເງິນສົດເປັນຈຳນວນຫຼາຍລາຍການ.

ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ປກສ ນະຄອນ ໄກສອນພົມວິຫານ ໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 15 ກໍລະກົດ 2021 ເວລາ 10 ໂມງ, ຢູ່ເຂດບ້ານນາເລົ່າ ເຈົ້າໜ້າທີ່ຕຳຫຼວດ ໄດ້ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ (ຢາບ້າ) ໄດ້ 1 ຄົນຄື: ທ້າວ ຄອນ ສະໄໝ (ໂຈ້) ອາຍຸ 30 ປີ ອາຊີບ ວ່າງງານຢູ່ບ້ານນາເລົ່າ, ນະ ຄອນໄກສອນພົມວິຫານເຊິ່ງຜູ້ກ່ຽວແມ່ນຖືກຊັດທອດຈາກ ທ້າວ ລາແຊັງ (ແຊັງ) ທີ່ຖືກເຈົ້າໜ້າທີ່ ຈັບກຸມກ່ອນໜ້ານັ້ນແລ້ວ, ເມື່ອກວດຄົ້ນກະເປົ໋າພາຍ ຂອງທ້າວ ໂຈ້ ທີ່ຜູ້ກ່ຽວພາຍຢູ່ແມ່ນ ໄດ້ພົບເຫັນອາວຸດເສິກປະເພດປືນສັ້ນ (ຮັນລີ) ລຸ້ນ Ly 197119 ສີດຳ ຈຳນວນ 1 ກະບອກ, ພ້ອມລູກກະສຸນ 25 ລູກ ແລະໂທລະສັບ 2 ເຄື່ອງ, ເຈົ້າໜ້າທີ່ຢຶດໄວ້ເປັນຂອງກາງຄະດີ.

ຈາກນັ້ນ, ມາໃນວັນທີ 21 ກໍລະກົດ 2021 ເວລາ 10 ໂມງ, ຢູ່ເຂດໂພນສະຫວ່າງເໜືອເຈົ້າ ໜ້າທີ່ໄດ້ກັກຕົວເປົ້າໝາຍພົວພັນ ຢາເສບຕິດ ໄດ້ຕື່ມອີກ 2 ຄົນຄື: ທ້າວ ສີສົມພອນ (ແຕ) ອາຍຸ 22 ປີ, ອາຊີບວ່າງງານ, ຢູ່ບ້ານວຽງສະຫວັນນະຄອນໄກສອນພົມ ວິຫານ, ຜ່ານການກວດຄົ້ນຕົວ ເຈົ້າໜ້າທີ່ໄດ້ຢຶດໂທລະສັບ 1 ເຄື່ອງພ້ອມດ້ວຍລົດຈັກ 1 ຄັນ, ຜູ້ກ່ຽວແມ່ນຖືກຊັດທອດຈາກ ທ້າວ ບຸນເຮືອງ (ກ໋ອບ) ເຊິ່ງເປັນຄົນໄທ ທີ່ມີຂອງກາງຢາເສບ ຕິດ 27 ເມັດ ແລະຢາໄອສ໌ ຈຳນວນ 1 ກ້ອນນ້ອຍ, ຈາກນັ້ນ ເຈົ້າໜ້າທີ່ໄດ້ທຳການສືບສວນ-ສອບສວນ ທ້າວ ສີສົມພອນ (ແຕ) ຢາເສບຕິດຈຳນວນດັ່ງກ່າວແມ່ນ ໄດ້ຊື້ມາມາຈາກ ທ້າວ ເດຊາ (ຫຼ້ານ້ອຍ) ອາຍຸ 22 ປີ, ອາຊີບວ່າງງານ, ຢູ່ບ້ານດົງດຳດວນ ນະຄອນໄກສອນ ພົມວິຫານ.

ຕົກມາຮອດເວລາ 15 ໂມງຂອງມື້ດຽວກັນເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ເຂົ້າກັກຕົວທ້າວ ເດຊາ (ຫຼ້ານ້ອຍ) ຢູ່ເສັ້ນທາງຂອບເຂດ ບ້ານສະພານເໜືອ ພ້ອມຂອງກາງຢາເສບຕິດ (ຢາບ້າ) 4 ຖົງ, ຈຳນວນ 769 ເມັດ, ຢາເຄ 1 ຖົງນ້ອຍ, ໂທລະສັບມືຖື 1 ເຄື່ອງ, ລົດຈັກ 1 ຄັນ,ຈາກນັ້ນ ເຈົ້າໜ້າທີ່ໄດ້ນຳຕົວຜູ້ກ່ຽວ ໃຫ້ພາໄປກວດຄົ້ນເຄຫະສະຖານ (ຫ້ອງເຊົ່າ) ໄດ້ພົບຂອງກາງຕື່ມ ອີກ ເປັນຢາບ້າ 1 ມັດ, ຈຳນວນ 2.000 ເມັດ, ເຈົ້າໜ້າທີ່ຈຶ່ງໄດ້ ຢຶດໄວ້ເປັນຂອງກາງເພື່ອດຳ ເນີນຄະດີຕໍ່ໄປ.

ໃນວັນທີ 28 ກໍລະກົດ 2021 ເວລາ 12 ໂມງ, ຢູ່ເຂດບ້ານ ດົງນາຄຳ ນະຄອນໄກສອນພົມ ວິຫານ ເຈົ້າໜ້າທີ່ ໄດ້ກັກຕົວເປົ້າໝາຍທີ່ພົວພັນກັບການຄ້າຂາຍຢາເສບຕິດ ໄດ້ອີກ 4 ຄົນຄື: ທ້າວ ເບີ້ມ ອາຍຸ 23 ປີ, ອາຊີບກຳມະກອນ ຢູ່ບ້ານດົງນາຄຳໄດ້ ຂອງກາງຢາບ້າ ຈຳນວນ 78 ເມັດ,ໂທລະສັບມືຖື 1 ເຄື່ອງ, ເຊິ່ງຈັບ ຕົວໄດ້ຢູ່ສວນຂອງຜູ້ກ່ຽວເອງ (ບ້ານດົງນາຄຳ) ຜູ້ທີ 2 ທ້າວ ສີວິໄຊ (ໄຊ) ອາຍຸ 27 ປີ, ອາຊີບກຳມະກອນ, ຢູ່ບ້ານດົງນາ ຄຳຈັບໄດ້ພ້ອມຂອງກາງຢາບ້າ 34 ເມັດ, ໂທລະສັບມືຖື 1 ເຄື່ອງ, ຜູ້ທີ 3 ທ້າວ ສີສະຫງວນ (ຫງວນ) ອາຍຸ 31 ປີ, ອາຊີບກຳມະກອນ ຢູ່ບ້ານດົງນາຄຳ, ນະຄອນໄກ ສອນພົມວິຫານ (ບໍ່ມີຂອງກາງ ຄະດີ) ຜູ້ກ່ຽວຖືກຊັດທອດ, ເຊິ່ງ ຜ່ານການສືບສວນ-ສອບສວນ ທ້າວ ເບີ້ມ ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຊື້ມາ ຈາກ ຜູ້ຖືກຫາຄົນທີ 4 ຄື ທ້າວ ທ໋ອດ ອາຍຸ 25 ປີ, ອາຊີບວ່າງງານ, ຢູ່ບ້ານດົງນາຄຳ, ຈາກນັ້ນໃນ ເວລາ 14 ໂມງຂອງມື້ດຽວກັນ ທາງເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ທ້າວ ທ໋ອດ ຜ່ານການກວດຄົ້ນຕູບທີ່ຜູ້ກ່ຽວອາໄສຢູ່ ໄດ້ພົບເຫັນຢາ ບ້າຈຳນວນ 3 ມັດ ກັບ 15 ຖົງ, ຈຳນວນ 9.494 ເມັດ, ພ້ອມໂທລະສັບ 2 ເຄື່ອງ. ຈາກນັ້ນເຈົ້າ ໜ້າທີ່ຈຶ່ງໄດ້ກັກຕົວຜູ້ຖືກຫາ ທັງໝົດ ພ້ອມຂອງກາງມາດຳເນີນຄະດີຕາມລະບຽບກົດໝາຍ.

ໃນວັນທີ 30 ກໍລະກົດ 2021 ເວລາ 9 ໂມງ, ຢູ່ເຂດຜັກຂະ ເຈົ້າໜ້າທີ່ໄດ້ກັກຕົວເປົ້າໝາຍ ທີ່ພົວພັບຄ້າຂາຍຢາເສບຕິດ ໄດ້ອີກ 4 ຄົນຄື: ຜູ້ທີ 1 ທ້າວ ເລົ່າ, ອາຍຸ 35 ປີ, ອາຊີບປະຊາຊົນ, ຢູ່ບ້ານຜັກຂະ ນະຄອນໄກ ສອນພົມວິຫານ (ບໍ່ມີຂອງກາງ) ຜູ້ທີ 2 ທ້າວ ແນັດ ອາຍຸ 29 ປີ, ອາຊີບປະຊາຊົນຢູ່ບ້ານຜັກຂະ ໄດ້ຂອງກາງຢາບ້າຈຳນວນ 30 ເມັດ, ຜູ້ທີ 3 ທ້າວ ວຽງສະໄໝ (ຫຼ໋ອງ) ອາຍຸ 33 ປີ, ອາຊີບ ປະຊາຊົນ ຢູ່ບ້ານຜັກຂະ, ຜ່ານການກວດຄົ້ນເຮືອນຂອງຜູ້ກ່ຽວ ພົບຂອງກາງຢາບ້າຈຳນວນ 7 ຖົງ (1.357 ເມັດ), ເງິນກີບ 12,520 ລ້ານກີບ, ເງິນບາດ 14.900 ບາດ, ໂທລະສັບ 1 ເຄື່ອງ, ຜູ້ທີ 4 ທ້າວ ແສງສຸລີ (ແສງ) ອາຍຸ 29 ປີ, ອາຊີບ ວ່າງງານ, ຢູ່ບ້ານຊອກ ມີຂອງກາງຢາບ້າ 1 ມັດ (2.000 ເມັດ), ໂທລະສັບ 1 ເຄື່ອງ, ລົດຈັກ 1 ຄັນ, ເຊິ່ງກັກຕົວໄດ້ຢູ່ບ້ານຜັກຂະ ນະຄອນໄກສອນພົມວິຫານ.

ຈາກນັ້ນ, ທ້າວ ແສງສຸລີ ຍັງໄດ້ຮັບ ສາລະພາບຕື່ມວ່າ: ສຳລັບຢາບ້າ ຈຳນວນດັ່ງກ່າວຕົນເອງ ແມ່ນໄດ້ຮັບມາຈາກ ທ້າວ ສະໝານ (ໝານ) ອາຍຸ 29 ປີ, ອາຊີບ ວ່າງງານຢູ່ບ້ານຍາງສູງ, ຫຼັງຈາກນັ້ນເຈົ້າໜ້າທີ່ວິຊາສະເພາະ ໄດ້ສະແດງຕົວຈັບກຸມທ້າວ ສະ ໝານ ແຕ່ຜູ້ກ່ຽວໄດ້ເອົາຕົວຫຼົບໜີ, ເຈົ້າໜ້າທີ່ຈຶ່ງກວດຄົ້ນເຮືອນ (ຫ້ອງນອນ) ພົບຢາເສບຕິດ ປະເພດ ຢາໄອສ໌ ຈຳ ນວນ 4 ຖົງນ້ອຍ, ປືນສັ້ນ ລຸ້ນ ກ໋ອກ 17 ຈຳນວນ 1 ກະບອກ ພ້ອມລູກກະສຸນ 1 ລູກ, ເງິນ 2,5 ລ້ານກີບ, ເງິນບາດ 5.900 ບາດ.

ປະຈຸບັນ ທາງເຈົ້າໜ້າທີ່ກຳລັງຕິດຕາມຈັບກຸມຜູ້ ກ່ຽວ ເພື່ອມາດຳເນີນຄະດີຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here