ຣາຊະອານາຈັກໄທ ຊ່ວຍເຫລືອ ອຸປະກອນຕ້ານພະຍາດ ໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດ ມູນຄ່າ 40 ລ້ານກວ່າກີບ

0
1330

ວັນທີ 1 ກັນຍາ 2021 ທີ່ກະຊວງປ້ອງກັນປະເທດ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພິທີມອບອຸປະກອນປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ແກ່ກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ມູນຄ່າ 115.000 ບາດ ຫຼື ປະມານ 40.250.000 ລ້ານກີບ. ກ່າວຮັບໂດຍພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ແລະຄະນະ.

ອຸປະກອນດັ່ງກ່າວ, ປະກອບດ້ວຍເຄື່ອງວັດແທກອຸນຫະພູມ ຈຳນວນ 10 ເຄື່ອງ, ຜ້າອັດປາກ-ດັງ ຈຳນວນ 630 ກັບ. ແລະ ເຈລແອລກໍຮໍ ຈຳນວນ 200 ກວດ. ເຊິ່ງແມ່ນການຮ່ວມມືລະຫວ່າງສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະສຳນັກງານຜູ້ຊ່ວຍທູດທະຫານ ປະຈຳສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເພື່ອນໍາໄປຊ່ວຍເຫລືອເຈົ້າໜ້າທີ່ທະຫານຊາຍແດນ ທີ່ພວມປ້ອງກັນການລັກລອບຂ້າມແດນ ໂດຍສະເພາະໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ 19. ທັງນີ້, ສະເພາະປີ 2021 ການຊ່ວຍເຫຼືອຈາກປະເທດໄທ ທັງພາກລັດຖະບານ, ພາກເອກກະຊົນ ແລະ ພາກປະຊາຊົນ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ໃນ ສປປ ລາວ ມີມູນຄ່າລວມທັງໝົດ 23 ລ້ານກວ່າບາດ ຫຼື ປະມານ 7.600 ລ້ານກີບ.

ຂ່າວແລະພາບ: ຈາກສະຖານທູດໄທ ປະຈໍາ ສປປ ລາວ.

LEAVE A REPLY

Please enter your comment!
Please enter your name here