ນິວຢອກ ຕ້ານບໍ່ໄຫວ ຫຼັງຈາກພາຍຸໄອດາຖະຫຼົ່ມ ເຮັດໃຫ້ນໍ້າຖ້ວມໜັກ!

0
3530

ວັນທີ 2 ກັນຍາ 2021 ສຳນັກຂ່າວຕ່າງປະເທດລາຍງານ: ນະຄອນນິວຢອກ ຂອງສະຫະລັດອາເມລິກາ ປະກາດພາວະສຸກເສີນໃນ ມື້ຄືນທີ່ຜ່ານມາ ເນື່ອງຈາກພາກຕາເວັນອອກສຽງເໜືອ ຂອງອາເມລິກາໄດ້ມີຝົນຕົກໜັກ ຈາກອິດທິພົນ ຂອງພາຍຸເຮີລິເຄນໄອດາ ທີ່ເຮັດໃຫ້ນໍ້າຖ້ວມໜັກ ແລະ ຕ້ອງປະຕິບັດພາລະກິດຊ່ວຍເຫຼືອທາງນໍ້າຫຼາຍຄັ້ງ.

ຖືວ່າເປັນຄັ້ງປະຫວັດສາດ ທີ່ມີສະພາບອາກາດທີ່ຮຸນແຮງແບບນີ້ ຈົນເຮັດໃຫ້ເມືອງຖືກນໍ້າຖ້ວມ ເຊິ່ງເສັ້ນທາງລົດໄຟໃຕ້ດິນເກືອບທັງໝົດ ຂອງນິວຢອກຖືກລະງັບການໃຊ້ງານ ເນື່ອງຈາກນໍ້າພັດເຂົ້າຖ້ວມ ດ້ານກົມອຸຕຸນິຍົມ ໃນນະຄອນນິວຢອກເຕືອນ ປະຊາຊົນໃຫ້ຫຼີກລ້ຽງ ການສັນຈອນ ເພາະໄດ້ຮັບລາຍງານມີປະຊາຊົນ ຕິດຢູ່ໃນລົດໃນລະຫວ່າງນໍ້າຖ້ວມຈຳນວນຫຼາຍ ພ້ອມທັງບໍ່ແນະນຳໃຫ້ຂັບລົດຜ່ານນໍ້າຖ້ວມ ຍ້ອນວ່າບໍ່ຮູ້ຄວາມເລິກຂອງນໍ້າ ເຊິ່ງຈະເປັນອັນຕະລາຍໄດ້.

LEAVE A REPLY

Please enter your comment!
Please enter your name here