ເຈົ້າຂອງເຄຫາສະຖານ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຈົນກວ່າຈະຄົບ 14 ວັນ

0
5266

ກັກກັນຜູ້ລະເມີດກັບທີ່ ເຈົ້າຂອງເຄຫາສະຖານຮັບຜິດຊອບຄ່າໃຊ້ຈ່າຍຈົນກວ່າຈະຄົບ 14 ວັນ

ຕາມເພສປ້ອງກັນຄວາມສະຫງົບນະຄອນຫຼວວຽງຈັນ ໃຫ້ຮູ້ວ່າ: ເວລາ 22:20 ໂມງຂອງວັນທີ 01 ກັນຍາ 2021, ເຈົ້າໜ້າທີ່ ພະແນກຕຳຫຼວດທ່ອງທ່ຽວ ຫ້ອງສັນຕິບານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກອງພັນເຄື່ອນທີີ່ໄວ, ອຳນາດການປົກຄອງບ້ານ, ປກສ ກອງຫຼອງບ້ານ ດົງນາທອງ ເມືອງສີໂຄດຕະບອງ ນວ ລົງກວດພົບຮ້ານຂາຍເຄື່ອງທາງອອນລາຍຂອງນາງ ຫຼຽນຄຳ ອາຍຸ 24 ປີ ຢູ່ບ້ານ ດົງນາທອງ ເມືອງສີໂຄດຕະບອງ ນວ ທີ່ມີການຊຸມແຊວກິນດື່ມທາດເຫຼົ້າ (ປະເພດເບຍ) ແລະ ເປີດເພັງສົ່ງສຽງເນື່ອງນັນ ລົບກວນຄົນອ້ອມຂ້າງສ້າງມົນລະພິດທາງສຽງເດືອດຮ້ອນລຳຄານໃຫ້ແກ່ຄົນຢູ່ໃກ້ຄຽງ ທັງເປັນການລະເມີດຕໍ່ຄໍາສັ່ງ, ແຈ້ງການຂັ້ນສູນກາງ ເຈົ້າໜ້າທີ່ກອງບັນຊາການ ຈຶ່ງໄດ້ອອກຄຳສັ່ງໃຫ້ກັກກັນບໍລິເວນກັບທີ່ ຈົນຄົບ 14 ວັນ ພ້ອມຮັບຜິດຊອບໃຊ້ຈ່າຍສິ້ນເປືອງໃ ນການກັກກັນໃນຄັ້ງນີ້.

ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຕໍ່ໍກັບບັນດາຮ້ານທີ່ລະເມີດຄຳສັ່ງ ແລະ ແຈ້ງການພວກເຮົາໄດ້ສຸມໃສ່ແກ້ຢ່າງເດັດຂາດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນເວລາປະຕິບັດໜ້າທີ່ ພວກເຮົາ ພົບເຫັນຮ້ານດັ່ງກ່າວ ເປີດເພັງສົ່ງສຽງເນື່ອງນັນຊຸມແຊວມີໄວລຸ້ນຈຳນວນ 10 ຄົນ, ຍິງ 3 ຄົນ ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົົບຮົມກ່າວເຕືອນ ແລະ ມອບໃຫ້ອຳນາດການປົກຄອງບ້ານຈຳກັດບໍລິເວນ ພວກກ່ຽວຢູ່ສະຖານທີ່ດັ່ງກ່າວເປັນເວລາ 14 ວັນ ຕາມມາດຕະການຄະນະສະເພາະກິດກຳນົດໄວ້ ພ້ອມທັງສະເໜີຂະແໜງການທີ່ກ່ຽວຂ້ອງເກັບຕົວຢ່າງ ເພື່ອຊອກຫາເຊື້ອພະຍາດໂຄວິດ-19 ສ່ວນຄວາມຮັບຜິດຊອບໃນການໃຊ້ຈ່າຍເຂົ້າໃນການໃຊ້ຈ່າຍກິນຢູ່ກວດກາຫາເຊື້ອພະຍາດມອບໃຫ້ ນາງ ຫຼຽນຄຳ ເຈົ້າຂອງສະຖານທີ່ເປັນຜູ້ຮັບຜິດຊອບທັງໝົດ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງບັນດາຫ້າງຮ້ານທຸລະກິດທຸກພາກສ່ວນ ໃນໄລຍະປະຕິບັດຄຳສັ່ງແຈ້ງການໃຫ້ພ້ອມກັນປະຕິບັດຢ່າງເຂັ້ມງວດ ເພື່ອປ້ອງກັນພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ ແລະ ຊ່ວຍກັນປະຕິບັດພັນທະລາຍງານຕໍ່ເຈົ້າໜ້າທີ່ ຖ້າພົບເຫັນເຫດການທີ່ລະເມີດໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ໃກ້ຄຽງ ຫຼືລາຍງານທາງເບີວອດແອບ 02028899774 ຫຼືທາງເຟດບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here