ລາຍງານ 8 ກັນຍາ ຕິດເຊື້ອໃນຊຸມຊົນເຖິງ 7 ແຂວງ

0
5883

ຕາມການລາຍງານຂອງຄະນະສະເພາະກິດ ປະຈຳວັນທີ 8 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 5.385 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 211 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 77 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 134 ຄົນ ຈາກ ສະຫວັນນະເຂດ 53 ຄົນ, ຈໍາປາສັກ 15 ຄົນ, ນະຄອນຫຼວງວຽງຈັນ 16 ຄົນ,  ສາລະວັນ 34 ຄົນ, ຄໍາມ່ວນ 10 ຄົນ ແລະ ຫຼວງພະບາງ 6 ຄົນ .

ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.   

ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:

  • ນະຄອນຫຼວງ 7 ຄົນ: ຈາກ ບ. ດອນຕິ້ວ ມ. ໄຊທານີ 1 ຄົນ, ບ້ານ. ໄຊ ເມືອງໄຊທານີ 1 ກໍລະນີ (ມາຈາກແຂວງບໍ່ແກ້ວ ກັກໂຕ ຢູ່ ສູນປາກງື່ມ),  ບ້ານຊຽງດາ ເມືອງໄຊເສດຖາ 1 ຄົນ ມີອາການໄລຍະກັກຕົວ, ບ້ານອ່າງໃຫ່ຍ 3 ຄົນ ເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ  ແລະ ບ້ານ ຫາດຊາຍຂາວ ເມືອງຫາດຊາຍຟອງ 1 ຄົນ ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາເຊັ່ນກັນ.
  • ຄໍາມ່ວນ 30 ຄົນ: ກຳລັງເກັບກຳຂໍ້ມູນຄົນເຈັບຕິດເຊື້ອທັງໝົດ ສ່ວນລາຍລະອຽດຈະແຈ້ງໃຫ້ທ່ານຊາບພາຍຫຼັງ
  • ຈໍາປາສັກ 16 ຄົນ:  10 ຄົນແມ່ນພົວພັນກັບກຸ່ມຕິດເຊື້ອເມືອງປະທຸມພອນ, 2 ຄົນແມ່ນຢູ່ນະຄອນປາກເຊ ແລະ ກຳລັງສອບຖາມຂໍ້ມູນເພີ່ມເຕີມ 6 ຄົນ.
  • ສະຫວັນນະເຂດ 10  ຄົນ:  05 ຄົນແມ່ນເຈົ້າໜ້າທີ່ຢູ່ຄ້າຍຄຸມຂັງ, ພະນັກງານຂັບລົດບໍລິສັດຫຸມຄຳ 02 ຄົນ, 1 ຄົນແມ່ນພະນັກງານເກັບຂີ້ເຫຍື້ອ, 2 ຄົນແມ່ນປະຊາຊົນ ຈາກບ້ານສະພານເໜືອ ແລະ ບ້ານໂພນສະຫ່ວາງໃຕ້.  
  • ບໍ່ແກ້ວ 5 ຄົນ:  ໃນນີ້ຈາກເຂດເສດຖະກິດພິເສດ 3 ຄົນ ແລະ 2 ຄົນຈາກເມືອງຫ້ວຍຊາຍ.
  • ສາລະວັນ 7​ ຄົນ:​  ທັງໝົດເປັນຄົນໃນຄອບຄົວດຽວກັນກັບຜູ້ຕິດເຊື້ອຜ່ານມາ
  • ຫຼວງພະບາງ 2 ຄົນ:  1 ຄົນເດີນທາງມາຈາກແຂວງບໍ່ແກ້ວທີ່ກັກໂຕຢູ່ສູນຈຳກັດບໍລິເວນ ແລະ 1 ຄົນແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ.

LEAVE A REPLY

Please enter your comment!
Please enter your name here