ລັດຖະບານກຳລັງຈັດຫາວັກຊີນ ເພື່ອຕໍ່ໜ້າຈະກຽມແຜນສັດໃຫ້ກຸ່ມ ອາຍຸ 12-17 ປີ

0
1576

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 21 ກັນຍາ 2021 ໃຫ້ຮູ້ວ່າ: ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທັງເປັນ ຮອງຫົວໜ້າຄະນະສະເພາະກິດຂັນສູງກາງ ໄດ້ກ່າວໃນງານຖະແຫຼງຂ່າວມື້ນີ້ວ່າ: ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ຈະປະເມີນສະພາບການ ເປັນແຕ່ລະໄລຍະ ແລະ ອອກມາດຕະການຢ່າງເຫມາະສົມ, ຫຼັງຈາກ ການລ໋ອກດາວຜ່ານໄປແລ້ວ ຂໍແຈ້ງໃຫ້ບັນດາທ່ານ ຮີບຮ້ອນສັກວັກຊີນ ໃຫ້ພົນລະເມືອງສ່ວນຫຼາຍ ໃຫ້ໄດ້ຮັບພູມຄຸ້ມກັນໝູ່ ແລະ ມີອັດຕາປົກຄຸມໄດ້ຕາມຄາດຫມາຍ ລວມທັງຜູ້ມີອາຍຸ 17 ປີ, ແມ່ຍິງຖືພາ 12 ໄດ້ອາທິດຂຶ້ນໄປ ໃນຕໍ່ຫນ້າ ຈະມີແຜນສັກໃຫ້ກຸ່ມອາຍຸ 12-17 ປີ ເພື່ອໃຫ້ສາມາດເປີດການຮຽນ-ການສອນໄດ້.

ປັດຈຸບັນ ລັດຖະບານກໍ່ກໍາລັງຈັດຫາວັກຊີນໃຫ້ພຽງພໍເພື່ອສະຫນອງໃຫ້ກຸ່ມຄົນດັ່ງກ່າວ, ດັ່ງນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ບັນດາທ່ານ ທີ່ຢູ່ໃນກຸ່ມເປົ້າຫມາຍບູລິມະສິດນັ້ນ ຈົ່ງພ້ອມກັນໄປຮັບການສັກວັກຊີນ ຢ່າງຮີບດ່ວນ ເພື່ອຫຼຸດຜ່ອນການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາ.

LEAVE A REPLY

Please enter your comment!
Please enter your name here