ລາຍງານມື້ນີ້! ພົບຜູ້ຕິດເຊື້ອຊຸມຊົນສູງສຸດທີ່ສຸດທີ່ເຄີຍມີ

0
4360

ຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດ ໃນວັນທີ 23 ກັນຍາ 2021 ໃຫ້ຮູ້ວ່າ: ນະຄອນຫຼວງມີຜູ້ຕິດເຊື້ອໃໝ່ທັງໝົດ +568 ນຳເຂົ້າ 5 ແລະ ຊຸມຊົນ 563

ນະຄອນຫຼວງ 563 ຄົນ: ເກືອບ 90 ເປີເຊັນ ມາຈາກໂຮງງານ ຕັດຫຍິບລາຍລະອຽດຄື:

-ຈາກໂຮງງານ TriO: 371 ຄົນໃນຈໍານວນຕົວຢ່າງທັງຫມົດ 669;

-ຈຸດເກັບຕົວຢ່າງ ເມືອງ ນາຊາຍ ທອງ:ພົບ 89 ຄົນ ໃນຈໍານວນທັງຫມົດ 280 ຕົວຢ່າງ;

-ໂຮງງານ Venture ບ້ານສາຍນໍ້າເງີນ: 42 ຄົນ ໃນຈໍານວນ 140 ຕົວຢ່າງ;

-ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 36 ຄົນ; ໃນຈໍານວນ 390 ຕົວຢ່າງ;

– ຈຸດເກັບຕົວຢ່າງໂຮງຫມໍເຊດຖາທິລາດ ແລະ ໂຮງຫມໍ ເດັກ 9 ຄົນ ຈາກ ເມືອງໄຊ ເສດຖາ ມີ 02 ຄົນ (02 ບ້ານ), ເມືອງ ຫາດຊາຍຟອງ 03 ຄົນ (03 ບ້ານ), ເມືອງໄຊ

ທານີ 01 ຄົນ ( ບ້ານຫນອງວຽງຄໍາ) , ເມືອງສີໂຄດຕະບອງ ມີ 02 ຄົນ (02 ບ້ານ), ເມືອງ ນາຊາຍທອງ ມີ 01 ຄົນ ຈາກບ້ານຫນອງປັກແຮດ ເປັນພະຍາບານ ພະແນກສຸກ ເສີນ ໂຮງຫມໍເດັກ ຜູ້ກ່ຽວມີນ້ອງໄພ້ ທີ່ເຮັດວຽກຢູ່ໂຮງງານ Trio ທີ່ມີຄົນຕິດເຊື້ອມາກ່ອນ.

ສະຖານທີ່ສຽງໃນນະຄອນຫຼວງວຽງຈັນ:

0 ໂຮງງານ ອານພີ, ບ້ານຫນອງທາ, ເມືອງ ຈັນທະບູລີ ່

-ໂຮງງານ ທຣີໂອ, ບ.ສີເກີດ, ມ. ນາຊາຍທອງ

-ໂຮງງານ ເວັນເຈີ, ບ.ສີວິໄລ, ມ. ໄຊທານີ

-ຕະຫຼາດທ່າງອນ

-ໂຮງງານນ້ໍາດື່ມ ຄຣິດສະຕໍ

-ຊຸບເປີມາເກັດດີມາກ ຫຼັກ 7

-ບໍລິສັດ ເມືອງວັງ

-ບໍລິສັດ ດີເຄ

-ບໍລິສັດ ກຸງສີເຊົ່າສິນເຊື່ອ

LEAVE A REPLY

Please enter your comment!
Please enter your name here