ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ ຢູ່ບັນດາແຂວງຕ່າງໆ

0
2051

ລາຍງານວັນທີ 23 ກັນຍາ 2021 ຈາກຄະນະສະເພາະກິດ

+ຈໍາປາສັກ 46 ຄົນ:

-ຈຳນວນ 19 ຄົນ ຈາກນິຄົມ 1 (ສວນຢາງ) ບ້ານຫນອງກອກ ເມືອງບາຈຽງ ເປັນຄົນ ຫວຽດນາມ, 3 ຄົນ ສວນຢາງພາລາດັກໆ (ຄົນລາວ 1, ຄົນ ຫວຽດນາມ 2), 3 ຄົນ ມາຈາກບ້ານພອງເພາະ ມ. ປະທຸມພອນ ເປັນບ້ານໃໝ່ ທີ່ພົວພັນກັບນຸ້ມປະທຸມພອນ

-ສ່ວນທີ່ເຫຼືອມາຈາກນະຄອນປາກເຊ ລວມມີ ທະຫານ 1 ຄົນ, ພະນັກງງານໂຮງແຮມ 1, ພະນັກງານໄອຍະການ 1.

+ ຄໍາມວນ 26 ຄົນ:

– ເມືອງ ທ່າແຂກ 22 ຄົນ (ບໍລິສັດຄາຍຢວນ 14 ຄົນ) – ເມືອງ ເຊບັ້ງໄຟ 3 ຄົນ – ເມືອງ ຍົມມະລາດ 1 ຄົນ (ບຸກຄະລາກອນການແພດ)

+ ສະຫວັນນະເຂດ 10 ຄົນ:

– ຄ້າຍຄຸມຂັງຫຼັກ 6 ມີ 07 ກໍລະນີ (ກວດຕົວຢ່າງຄັ້ງທີ່ 03) – ບ້ານວົງວິໄລ, ເມືອງເຊໂປນ ມີ 01 ກໍລະນີ ເປັນນ້ອງຊາຍຂອງພະນັກງານຕໍາຫລວດຄ້າຍຄຸມຂັງຫຼັກ 6 ທີ່ຕິດເຊື້ອມາກ່ອນ

– ບ້ານໄຊຍະມຸງຄົນ, ນະຄອນໄກສອນ ມີ 01 ກໍລະນີ (ກວດຄັ້ງທີ່ 02) ໄດ້ສໍາ

ຜັດໃກ້ຊິດກັບກໍລະນີຕິດເຊື້ອ ພັກຢູ່ບ້ານພັກດຽວກັນ ຊຶ່ງໄດ້ລາຍງານ ໃນວັນທີ 10 ກັນຍາ 2021, ຄົນຫວຽດນາມ ມີ 01 ກໍລະນີ (ເພດຊາຍ, ອາຍຸ 40 ປີ) ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ

+ບໍລິຄໍາໄຊ 5 ຄົນ: ທັງ 5 ເປັນຜູ້ສໍາພັດໃກ້ຊິດ ແລະ ເປັນຄອບຄົງດຽວກັນກັບຜູ້ ຕິດເຊື້ອຜ່ານມາ

– ເພດຍິງ 32 ປີ ອາຊີບ ເຮັດນາ ລູກສາວ

– ເພດຍິງ 17 ປີ ອາຊີບ ນັກຮຽນ ຫຼານສາວ

– ເພດຍິງ 18 ປີ ອາຊີບ ນັກຮຽນ ຫຼານສາວ – ເພດຍິງ 72ປີ ອາຊີບ ຫວ່າງງານ ເມຍ

– ປະຈຸບັນ 4 ຄົນ ນອກຈາກລູກຊາຍ ແມ່ນຢູ່ມ ຕົ້ນ ໂພນສີ ເມືອງ ປາກກະດິງ 5.ຫລວງນໍ້າທາ 5 ຄົນ: ທັງຫນົດ ເປັນສັນຊາດຈີນ, ທີ່ເດີນທາງມາຈາກ ເຂດພິເສດ ສາມຫຼ່ຽມຄໍາ.

+ຫຼວງພະບາງ 5 ຄົນ:

– ບ້ານໂພນໄຊ, ເມືອງນານ ມີ 04 ກໍລະນີ, ກັກໂຕຢູ່ສູນເມືອງນານ (ອາຊີບ: ຊາວສວນ 02 ກໍລະນີ; ອາຊີບ: ກໍາມະກອນ ແລະ ນັກຮຽນ) ທີ່ໄດ້ສໍາຜັດໃກ້ຊິດກັບຄົນບ້ານໂພນໄຊຕິດເຊື້ອ.

– ບ້ານຂົວທີ 01, ນະຄອນຫລວງພະບາງ (ເພດຊາຍ, ອາຍຸ 21 ປີ, ອາຊີບ: ນັກສຶກສາ ຮຽນອອນລາຍ ບໍ່ໄດ້ໄປໃສ ຢູ່ແຕ່ເຮືອນ), ບໍ່ມີອງການຫຍັງ (ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ)

+ແຂວງວຽງຈັນ 4 ຄົນ:

– 03 ຄົນ ແມ່ນເຮັດວຽກຢູ່ໂຮງງານຊີມັງວັງວຽງ

• ບ້ານປາກເປາະ, ເມືອງວັງວຽງ ມີ 01 ກໍລະນີ (ເພດຊາຍ, ອາຍຸ 39 ປີ)

• ບ້ານພູດິນແດງ, ເມືອງວັງວຽງ ມີ 01 ກໍລະນີ (ເພດຊາຍ, ອາຍຸ 59 ປີ)

• ບ້ານຂັນມາກ, ເມືອງວັງວຽງ ມີ 01 ກໍລະນີ (ເພດຍິງ, ອາຍຸ 27 ປີ)

– ມີ 01 ຄົນ (ເພດຍິງ, ອາຍຸ 53 ປີ) ຢູ່ບ້ານໂພນຫໍ, ເມືອງໂພນໂຮງ ຊື່ງມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ໄປເຮືອນດີ ຢູ່ບ້ານໂພນຫໍ ແລະ ໄດ້ລາຍງານ ໃນວັນທີ 22 ກັນຍາ 2021.

+ຊຽງຂວາງ 2 ຄົນ:

ບ້ານຫໍສິມ, ເມືອງຜາໄຊ ມີ 02 ກໍລະນີ (ເພດຊາຍ, ອາຍຸ 67 ປີ, ອາຊີບ: ຜູ້ເຖົ້າ ແລະ ເພດຍິງ ອາຍຸ 58 ປີ, ອາຊີບ: ຜູ້ເຖົ້າ) ແລະ ມີປະຫວັດສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ ທີ່ໄປງານເຮືອນດີ.

+ສາລະວັນ 1 ຄົນ: ບ້ານນາເຫຼັກ, ເມືອງສາລະວັນ, ກັກໂຕຢູ່ບ້ານຄົນດຽວ ເປັນລູກຊາຍ ຂອງຜູ້ຕິດເຊື້ອ ທີ່ລາຍງານໃນວັນທີ 06 ກັນຍາ 2021.

LEAVE A REPLY

Please enter your comment!
Please enter your name here