ກະຊວງສາທາລະນະສຸກ ອະນຸມັດໃຫ້ນໍາໃຊ້ ຊຸດກວດແບບໄວ ໂດຍໄດ້ນຳໃຊ້ຕາມທີ່ອົງການອະນາໄມໂລກຮອງຮັບໃນເຫດການພາວະສຸກເສີນເທົ່ານັ້ນ

0
1655

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 27 ກັນຍາ 2021: ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວໃນລາຍງານວ່າ: ເພື່ອຊອກຄົ້ນຫາພະຍາດໃຫ້ໄດ້ໄວທີ່ສຸດ, ກະຊວງສາທາລະນະສຸກ ຈຶ່ງໄດ້ອະນຸມັດ ໃຫ້ນໍາໃຊ້ ຊຸດກວດແບບໄວ,  ໂດຍໄດ້ນຳໃຊ້ຕາມທີ່ອົງການອະນາໄມໂລກຮອງຮັບໃນເຫດການພາວະສຸກເສີນເທົ່ານັ້ນ ແລະ ໃຊ້ສະເພາະໃນສະຖານທີ່ບໍລິການສາທາລະນະສຸກ ທີ່ແພດໄດ້ຮັບການຝຶກອົບຮົມ.

ພາບປະກອບເຄື່ອງກວດໂຄວິດແບບໄວ

ປັດຈຸບັນ ມີຫຼາຍພາກສ່ວນ ໄດ້ສວຍໂອກາດ ອອກມາໂຄສະນາຂາຍ ໂດຍສະເພາະໃນສື່ສັງຄົມອອນລາຍຕ່າງໆ, ເຊິ່ງການນຳໃຊ້ນັ້ນ ຕ້ອງໄດ້ຄຳນຶງເຖິງຄຸນນະພາບ ແລະ ປະສິດຕິພາບ ອີກດ້ວຍ ເພາະອາດຈະໃຫ້ຜົນລົບປອມໄດ້.

ພ້ອມດຽວກັນນັ້ນ ການນຳໃຊ້ຊຸດເຄື່ອງກວດ ທີ່ບໍ່ໄດ້ຮັບການອະນຸມັດຈາກກະຊວງສາທາລະນະສຸກ ຖືວ່າ ເປັນການກະທໍາທີ່ຜິດຕໍ່ລະບຽບກົດໝາຍ ເພາະ ຊຸດກວດທີ່ນໍາມາຂາຍອາດເປັນຂອງປອມ, ບໍ່ໄດ້ມາດຕາຖານ ແລະ ທີ່ສໍາຄັນທີ່ສຸດ ການເກັບມ້ຽນສິ່ງເສດເຫຼືອ-ຂີ້ເຫຍື້ອ ຈາກການນໍາໃຊ້ຊຸດກວດແບບໄວ້ນີ້ ແມ່ນຕ້ອງໄດ້ປະຕິບັດຢ່າງເຄັ່ງຄັດ ຖ້າເຮັດບໍ່ຖືກຕ້ອງມັນຈະແຜ່ເຊື້ອໄປສູ່ຄົນອ້ອມຂ້າງຕື່ມອີກ;

LEAVE A REPLY

Please enter your comment!
Please enter your name here