ຄຳສັ່ງລັອກດາວ ຈາກເຈົ້າເມືອງ ເມືອງຊຽງເງິນ ແຂວງຫຼວງພະບາງ

0
1812

ເພື່ອເປັນການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID- 19 ບໍ່ໃຫ້ມີການແຜ່ ຂະຫຍາຍອອກເປັນວົງກວ້າງນັ້ນ, ເຫັນວ່າມີຄວາມຈໍາເປັນຈະຕ້ອງໄດ້ປະຕິບັດມາດຕະການປິດເມືອງ (Lok down) ເປັນ – ເວລາ 14 ວັນ (ເລີ່ມແຕ່ວັນທີ 28/9/2021 ຫາ ວັນທີ 12/10/2021) ເຈົ້າເມືອງຊຽງເງິນ ອອກຄໍາສັ່ງ: 

1. ຫ້າມບໍ່ໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ພໍ່ແມ່ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ ແລະ ຊາວ ຕ່າງປະເທດ ທີ່ດໍາລົງຊີວິດຢູ່ພາຍໃນເມືອງຊຽງເງິນ ເດີນທາງເຂົ້າ-ອອກ ຈາກເມືອງຢ່າງເດັດຂາດ (Lok down) ຍົກເວັ້ນ ກໍລະນີຈໍາເປັນເຊັ່ນ: ໄປຊື້ເຄື່ອງອຸປະໂພກ, ບໍລິໂພກ, ໄປໂຮງຫມໍ ແລະ ພະນັກງານ-ລັດຖະກອນ ໄປປະຕິບັດຫນ້າທີ່ວຽກງານ ຂອງພັກ-ລັດ, ພະນັກງານທີ່ເຮັດວຽກຢູ່ນໍາບັນດາໂຄງການຂອງລັດຖະບານເປັນຕົ້ນ: ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງບ້ານຈັດສັນເສັ້ນທາງລົດໄຟລາວ-ຈີນ, ສູນຂໍ້ມູນດາຕ້າ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ.

2. ຫ້າມບຸກຄົນທີ່ດໍາລົງຊີວິດຢູ່ແຕ່ລະບ້ານພາຍໃນເມືອງເດີນທາງເຂົ້າ-ອອກຢ່າງເດັດຂາດ, ພ້ອມທັງຕັ້ງຈຸດກວດກາຄົນ ເຂົ້າ-ອອກພາຍໃນບ້ານຂອງຕົນ ຕະຫຼອດ 24 ຊົ່ວໂມງ, ໃນກໍລະນີທີ່ມີຄວາມຈໍາເປັນໄປຊື້ເຄື່ອງອຸປະໂພກ, ບໍລິໂພກ, ໄປໂຮງ ຫມໍ ແມ່ນຕ້ອງມີເອກະສານອະນຸມັດຈາກບ້ານ ແລະ ຖືບັດສັກຢາວັກຊີນພະຍາດໂຄວິດ-19 ຕິດຕົວໄປພ້ອມ (ຍົກເວັ້ນລົດ ບັນທຸກສິນຄ້າທີ່ຈໍາເປັນເຊັ່ນ: ລົດຂາຍເຂົ້າສານ, ລົດນ້ໍາດື່ມ ແມ່ນອະນຸຍາດໃຫ້ເຂົ້າບ້ານໄດ້ແຕ່ຕ້ອງປະຕິບັດມາດຕະການປ້ອງ ກັນຢ່າງເຂັ້ມງວດ ໂດຍໃຊ້ຜ້າປິດປາກ ແລະ ຮັກສາໄລຍະຫ່າງ).

ກໍລະນີ, ຫາກມີບຸກຄົນໃດອອກຈາກບ້ານ, ຈາກເມືອງໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງບ້ານ, ຈາກຄະນະ ສະເພາະກິດໃນເມືອງ ແລະ ໃນເວລາກັບຄືນມາໄດ້ນໍາເອົາເຊື້ອພະຍາດມາແຜ່ເຊື່ອໃນຊຸມຊົນ ແມ່ນຈະຖືກລົງໂທດຕາມ ລະບຽບກົດຫມາຍ.

3 ຫ້າມບໍ່ໃຫ້ຈັດກິດຈະກໍາຕ່າງໆ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອເຊັ່ນ: ກິນເຂົ້າສາມັກຄີ, ຕັ້ງວົງຊຸມແຊວ, ຈັດງານດອງ ງານກ່ວັນ ງານຂື້ນເຮືອນໃຫມ່ ແລະ ຫ້າມໄປມາຫາສູ່ກັນລະຫວ່າງຄອບຄົວຢ່າງເດັດຂາດ

4.ໃຫ້ປິດບັນຕາຫ້າງຮ້ານ ແລະ ກິດຈະການອື່ນໆເຊັ່ນ ຮ້ານຄາລາໂອເກະ ຮ້ານບັນເທິງ, ຮ້ານກິນດື່ມ, ຮ້ານອາຫານ, ເຮືອນພັກ, ຕະຫຼາດຊຸມຊົນ(ບ້ານຮຽນຫຼວງ), ຕະຫຼາດຊຸມຊົນ(ບ້ານປາກແວດ), ຕະຫຼາດຊຸມຊົນ(ບ້ານປາກຂັ້ນ), ຕະຫຼາດນັດ (ກ່ວກະຈໍາ), ຂາຍເຄື່ອງຕາມແຄມທາງ ແລະ ການຊື້-ຂາຍປະເພດສິນຄ້າອື່ນໆ (ຍົກເວັ້ນຮ້ານຂາຍເຄື່ອງອຸປະໂພກ ບໍລິໂພກທີ່ມີຄວາມຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນແມ່ນອະນຸຍາດໃຫ້ຂາຍໄດ້ ແຕ່ຕ້ອງຂາຍຢູ່ໃນເຮືອນຂອງຕົນເອງ ແລະ ປະຕິບັດ ມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍໃຊ້ຜ້າປິດຢາກ ແລະ ໃຊ້ເຊືອກຟາງກັ້ນໄລຍະຫ່າງ).

5 ໃຫ້ແຕ່ລະສໍານັກງານ-ອົງການພາຍໃນເມືອງ ຈັດຕັ້ງປ່ຽນຜຽນກັນມາປະຈໍາການຂອງພະນັກງານຕາມຄວາມເຫມາະສົມ (ສ່ວນຫົວຫນ້າ ແລະ ຄະນະແມ່ນໃຫ້ມາປະຈໍາການເປັນປົກກະຕິ) ແນໃສ່ເພື່ອແກ້ໄຂວຽກງານໃຫ້ທັນກັບເວລາ. ຍົກເວັ້ນ ພະນັກງານແພດຫມໍ, ທະຫານ, ຕໍາຫຼວດ, ໄຟຟ້າ, ນ້ໍາປະປາ ແມ່ນໃຫ້ມາປະຈໍາການເປັນປົກກະຕິ.

– ກໍລະນີ, ມີພະນັກງານ-ລັດຖະກອນຂອງຕົນ ຫາກມີການໄປພົວພັນ ໃກ້ຊິດກັບຜູ້ທີ່ຕິດເຊື້ອພະຍາຕໂຄວິຕ–19 ແຈ້ງໃຫ້ ຈະບໍ່ໃຫ້ມາປະຈໍາການ ໂດຍຈໍາກັດບໍລິເວນຕົນເອງຢູ່ເຮືອນ 14 ວັນຄົບຕາມກໍານົດເວລາ, ຈຶ່ງໃຫ້ກັບມາປະຈໍາການ 1 ກະດີ. ່ 

6. ມອບໃຫ້ຄະນະກະເຫມາະກິດຂັ້ນເມືອງ ຮີບຮ້ອນລົງສົມທົບກັບຄະນະພັກຮາກຖານກຸ່ມບ້ານ, ອົງການປົກຄອງແຕ່ລະ ບ້ານ ໃນການຕິດຕາມ, ເກັບກໍາຂໍ້ມູນຜູ້ທີ່ມີຄວາມສ່ຽງໄປສໍາພັດໃກ້ສິດ ກັບຜູ້ທີ່ຕິດເຊື້ອພະຍາຕໃຫ້ລະອຽດ, ຈະແຈ້ງແລ້ວ ລາຍງານໃຫ້ການນໍາເມືອງຮັບຊາບ ເພື່ອແກ້ໄຂໃຫ້ທັນກັບສະພາບການ.

7. ມອບໃຫ້ ກອງບັນຊາການ ປກຊ-ປກສ ເມືອງ, ຫ້ອງການວັດທະນະທ່າຖະແຫຼງຂ່າວເມືອງ, ຫ້ອງຄະນະບໍລິຫານງານ ຊາວຫນຸ່ມເມືອງ ເຂັ້ມງວດໃນການເຄື່ອນໄຫວລາຕຕະເວນຢ່າງເປັນປົກກະຕິ ພ້ອມທັງນໍາໃຊ້ລົດລົງໂຄສະນາເຄື່ອນທີ່ຢູ່ບັນດາ ບ້ານທີ່ມີຄວາມສ່ຽງ, ແນ່ໃສ່ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ຕໍ່ໄພອັນຕະລາຍຂອງ ພະບາດໂວິດ-19

ກໍລະນີ, ທາງການຈັດຕັ້ງບ້ານ, ເຈົ້າຫນ້າທີ່ກວດພົບເຫັນບຸກຄົນໃດຝ່າຝືນ ຫຼື ລະເມີດບັນດາຂໍ້ຫ້າມ ໃນຄໍາສັ່ງສະບັບນີ້ ແມ່ນຈະຖືກປັບໃຫມ ຄັ້ງລະ 1.000.000 ກີບ, ພ້ອມທັງນໍາບຸກຄົນດັ່ງກ່າວມາກັກຕົວຢູ່ກອງຄະດີເມືອງ.

8.ຄໍາສັ່ງສະບັບນີ້ ເລີ່ມຈັດຕັ້ງປະຕິບັດແຕ່ ເວລາ 6 ໂມງ 00 ນາທີ ຂອງວັນທີ 28/9/2021 ຫາເວລາ 6 ໂມງ 00 ນາທີ ຂອງວັນທີ 12/9/2001. (ໃນກໍລະນີຫາກມີການປ່ຽນແປງ ຄະນະສະເພາະກິດຂັ້ນເມືອງ ຈະໄດ້ແຈ້ງໃຫ້ຊາບຕື່ມເປັນແຕ່ລະໄລຍະ.

LEAVE A REPLY

Please enter your comment!
Please enter your name here