ຜູ້ເສຍຊີວິດຄົນທີ 17 ຈາກໂຄວິດ-19 ໃນລາວ

0
4924

ຂ່າວເສົ້າ! ໃນວັນທີ 28 ກັນຍາ 2021 (ມື້ວານ) ໄດ້ມີຜູ້ເສຍຊີວິດເພີ່ມ ຈາກໂຄວິດ-19 ເປັນ ເພດຍິງ ອາຍຸ 57 ປີ, ບ້ານໂພນໂຮງ, ເມືອງໂພນໂຮງ ແຂວງວຽງຈັນ.

ຜູ້ກ່ຽວເຂົ້າໂຮງໝໍວັນທີ 27 ກັນຍາ 2021, ຄົນເຈັບມີພະຍາດປະຈຳໂຕ DM ຊັກ insulin (ພະຍາດເບົາຫວານຂັ້ນຮຸນແຮງ) ຫຼັງຈາກນັ້ນ ໄດ້ຍ້າຍມາຈາກສູນພະຍາບານສາດ ໃນເວລາ 24 ໂມງ ຂອງວັນທີ 27 ກັນຍາ 2021.

ຜູ້ກ່ຽວມີອາການໄອ ອິດເມື່ອຍຫາຍໃຈຫອບ, ການປິ່ນປົວ ແມ່ນໄດ້ໃຫ້ຢາຕາມຄູ່ມືການປິ່ນປົວ ໃຫ້ອົກຊີ ຈົນຮອດເວລາປະມານ 16 ໂມງ ຂອງວັນທີ 27 ກັນຍາ 2021, ຄົນເຈັບຫາຍໃຈຍາກຂຶ້ນ ມີອາການກະວົນກະວາຍອາການ ໄດ້ໃສ່ທໍ່ຊ່ວຍຫາຍໃຈ ຕິດຕາມຈົນຮອດເວລາ 23 ໂມງ ຄົນເຈັບຫົວໃຈຕີຊ້າລົງ ແລະ ໄດ້ເສຍຊີວິດໃນເວລາ 23:20 ວັນທີ 28 ກັນຍາ 2021.

ຂໍສະແດງຄວາມເສຍໃຈມາຍັງຍາດພີ່ນ້ອງຜູ້ເສຍຊີວິດ ຂໍໃຫ້ດຽວວິນຍານເພິ່ນໄປສູ່ຂະຕິ.

LEAVE A REPLY

Please enter your comment!
Please enter your name here