ລາຍລະອຽດຜູ້ເສຍຊີວິດໃໝ່ ລາຍງານ 30 ກັນຍາ 2021

0
6497

ລາຍງານ ຈາກຄະນະສະເພາະກິດປະຈຳວັນທີ 30 ກັນຍາ 2021 ໃຫ້ຮູ້ວ່າ: ມີຜູ້ເສຍຊີວິດໃໝ່ຈຳນວນໜື່ງຄົນ ເຊິ່ງມີລາຍລະອຽດດັ່ງນີ້:

– ເພດຊາຍ, ອາຍຸ 75 ປີ, ບ້ານແກ້ງຢາງ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ

– ວັນທີ 17/09/2021: ເຂົ້າມາກວດຢູ່ໂຮງໝໍມິດຕະພາບ ຍ້ອນອາການຂອງໝາກໄຂ່ຫລັງຊຸດໂຊມ ແລະ ນອນໂຮງໝໍດັ່ງກ່າວ ຮອດວັນທີ 29/09/2021  ແລະ ໄດ້ເກັບຕົວຢ່າງກວດໂຄວິດ ພົບເຊື້ອ

– ຄອບຄົວຂໍເອົາຜູ້ກ່ຽວກັບບ້ານ ກ່ອນຜົນກວດຈະອອກ ຍ້ອນວ່າສະພາບອາການຂອງຄົນເຈັບມີອາການໜັກຫລາຍ ປະມານຕອນສວຍ (ບໍ່ຈື່ໂມງ)

– ເສຍຊີວິດຕອນເວລາ 14:30 ໂມງ ຂອງວັນທີ 29 ກັນຍາ 2021 (ເສຍຊີວິດຢູ່ບ້ານ) ແລະ ປະຈຸບັນນີ້ ສົບຂອງຜູ້ກ່ຽວ ແມ່ນຢູ່ບ້ານ ແລະ ຈັດງານຕາມຮິດຄອງປະເພນີ

ໝາຍເຫດ: ໄລຍະນອນປິ່ນປົວ ຢູ່ໂຮງໝໍມິດຕະພາບ ໄດ້ນອນຫ້ອງດຽວກັນກັບຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ລາຍງານກ່ອນໜ້ານັ້ນ.

ທາງເຮົາກໍຂໍສະແດງຄວາມເສຍໃຈມາຍັງຍາດຜູ້ເສຍຊີວິດ, ຂໍໃຫ້ດວງວິຍານພໍ່ຕູ້ໄປສູ່ສຸຂະຕິ.

ຢ່າເບິ່ງຂ້າມ ຄໍາແນະນໍາ ຂອງການຈັດງານສົບໄລຍະນີ້:

ກ. ສໍາລັບສະຖານທີ່ຈັດງານສົບ:

  1. ຈັດຕັ້ງໃຫ້ມີການວັດແທກອຸນຫະພູມຢູ່ປະຕູທາງເຂົ້າງານ, ມີຜ້າອັດປາກ-ດັງ, ເຈວລ້າງມື ແລະ ເຫຼົ້າສໍາລັບຂ້າເຊື້ອໄວ້ປະຕູທາງເຂົ້າ;
  2. ສະຖານທີ່ຕັ້ງໂລງສົບ ຄວນຢູ່ຫ້ອງທີ່ບໍ່ແອອັດ ມີການລະບາຍອາກາດເປັນຢ່າງດີ;
  3. ປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ ລະຫວ່າງເຈົ້າພາບ ແລະ ແຂກທີ່ມາຮ່ວມກິນທານ
  4. ສໍາລັບຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈໍາຕົວ ແມ່ນຜູ້ທີ່ມີຄວາມສ່ຽງສູງ ຕ້ອງໄດ້ປະຕິບັດມາດຕະການການປ້ອງກັນ ່ ການຕິດເຊື້ອຢ່າງເຄັ່ງຄັດ ໂດຍເວັ້ນໄລຍະຫ່າງ ແລະ ຈໍາກັດເວລາການເຂົ້າຮ່ວມໃນງານ;
  5. ຈັດຫາບ່ອນລ້າງມືດ້ວຍນ້ໍາສະອາດພ້ອມສະບູ, ເຈ້ຍເຊັດມື້ສໍາລັບແຂກ, ຖັງຂີ້ເຫຍື້ອທີ່ມີຝາປິດ, ຕິດປ້າຍເຕືອນທຸກຄົນລ້າງມືເລື້ອຍໆ;
  6. ທຸກຄົນທີ່ມາຮ່ວມໃນງານ ຫຼື ຮັບໃຊ້ໃນງານ ຕ້ອງໄດ້ໃສ່ຜ້າອັດປາກ-ດັ່ງ ຕະຫຼອດເວລາ, ລັ່ນລ້າງມືໃສ່ສະບູ ່ ດ້ວຍນ້ໍາສະອາດ ຫຼື ເຈວລ້າງມືທີ່ມີປະສົມທາດເຫຼົ້າ 70% ຂຶ້ນໄປ ແລະ ຮັກສາໄລຍະຫ່າງ;
  7. ຈັດບ່ອນນັ່ງໃຫ້ພະສົງ, ເຈົ້າພາບ, ແຂກທີ່ມາຮ່ວມໃນງານ ໃຫ້ມີໄລຍະຫ່າງຢ່າງຫນ້ອຍ 1 ແມັດຂຶ້ນໄປ;
  8. ພິທີການຕ່າງໆ ຄວນເຮັດໃຫ້ກະທັດຮັດ ແລະ ໃຊ້ເວລາສັ້ນ;
  9. ໃນແຕ່ລະວັນເຈົ້າພາບ ຕ້ອງໄດ້ປະຕິບັດຫຼັກການອະນາໄມ ແລະ ຂ້າເຊື້ອ, ກໍາຈັດຂີ້ເຫຍື້ອຢ່າງຖືກວິທີ;

ຂ. ສໍາລັບແຂກທີ່ມາຮ່ວມໃນງານ:

  1. ແຂກທຸກທ່ານທີ່ມາອົບອຸ່ນຢູ່ໃນສະຖານທີ່ງານສົບ ຕ້ອງໄດ້ຜ່ານກັ່ນກອງໂດຍການວັດແທກອຸນຫະພູມ ແລະ ລ້າງມືດ້ວຍເຫຼົ້າ 75% ຫຼື ເຈວລ້າງມື, ຖ້າມີອຸນຫະພູມເກີນ 37,5 ອົງສາ ຫຼື ມີອາການທາງລະບົບຫາຍໃຈ ແລະເດີນທາງມາຈາກເຂດທີ່ມີການລະບາດໃນຊຸມຊົນ ແມ່ນບໍ່ໃຫ້ເຂົ້າໃນງານ;
  2. ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ ຢ່າງຫນ້ອຍ 1 ແມັດ, ອະນາໄມມືເລື້ອຍໆ ຫຼັງຈາກມີການສໍາຜັດກັບວັດຖຸສິ່ງຂອງ;
  3. ລ້າງມືທຸກຄັ້ງກ່ອນ ແລະ ຫຼັງຮັບປະທານອາຫານ, ການນັ່ງຮັບປະທານອາຫານຕ້ອງຮັບປະກັນການຮັກສາໄລຍະຫ່າງ, ບໍ່ໃຫ້ໃຊ້ຈອກ, ຈານ, ຖ້ວຍ, ບ່ວງ, ສ້ອມ ຫຼື ໄມ້ດູ່ ຮ່ວມກັບຄົນອື່ນ, ອາຫານຕ້ອງສຶກດີ ແລະ ປະຕິບັດຖືກຕ້ອງຕາມຫຼັກການອະນາໄມ;
  4. ຫ້າມຫຼິ້ນການພະນັນທຸກປະເພດໃນງານ;
  5. ກ່ອນຈະອອກຈາກງານສົບຕ້ອງລ້າງມືດ້ວຍເຫຼົ້າ 75% ຫຼື ເຈວລ້າງມື້.

ຄ. ສໍາລັບສະຖານທີ່ຊາປະນາກິດສົບ:

  1. ຄະນະຮັບຜິດຊອບງານຊາປະນາກິດສົບ ຫຼື ເຈົ້າພາບ ຕ້ອງມີການກະກຽມສະຖານທີ່ ໃຫ້ ມີຄວາມເປັນລະບຽບຮຽບຮ້ອຍ ແນ່ໃສ່ບໍ່ໃຫ້ມີຄວາມແອອັດຂອງຜູ້ເຂົ້າມາຮ່ວມໃນງານ ໂດຍມີການຈັດສັນທາງເຂົ້າ-ອອກແລະ ປະກາດໃຫ້ແຂກທີ່ເຂົ້າມາຮ່ວມໃນງານ ໄດ້ພ້ອມກັນປະຕິບັດຢ່າງເຄັ່ງຄັດ;
  2. ຕ້ອງກະກຽມຜ້າອັດປາກ-ດັງ ສໍາຮອງໄວ້ ເພື່ອໃຫ້ທຸກທ່ານທີ່ເຂົ້າມາຮ່ວມໃນງານໄດ້ໃສ່ຜ້າອັດປາກ-ດັງ;
  3. ປະຕິບັດໄລຍະຫ່າງຢ່າງຫນ້ອຍ 1 ແມັດຂຶ້ນໄປ ໃນເວລານັ່ງ ແລະ ເວລາຍ່າງໄປວາງດອກໄມ້ທູບທຽນ;
  4. ຫຼັງຈາກສໍາເລັດການວາງດອກໄມ້ທູບທຽນ ຕ້ອງລ້າງມື ແລະ ຂ້າເຊື້ອດ້ວຍເຫຼົ້າ 75% ຫຼື ເຈວລ້າງມື ເຊິ່ງທາງ
  5. ຄະນະຮັບຜິດຊອບງານຊາປະນາກິດສົບ ຫຼື ເຈົ້າພາບ ໄດ້ກຽມໄວ້ໃຫ້ຢູ່ທາງອອກ; 5. ຕ້ອງມີການເກັບມ້ຽນ ແລະ ກໍາຈັດຂີ້ເຫຍື້ອ ຢູ່ໃນງານຊາປະນາກິດສົບ ຢ່າງຖືກວິທີ.

ງ. ສໍາລັບສະຖານທີ່ເລິກມົງຄຸນຫຼື ເຈວລ້າງມື,

  1. ຜູ້ທີ່ເຂົ້າມາຮ່ວມໃນງານ ຕ້ອງໄດ້ຜ່ານການກັ່ນກອງ ໂດຍການວັດແທກອຸນຫະພູມ ແລະ ລ້າງມືດ້ວຍເຫຼົ້າ 75%ຖ້າອຸນຫະພູມເກີນ 37,5% ອົງສາ ຫຼື ມີອາການທາງລະບົບຫາຍໃຈ ແລະ ເດີນທາງມາຈາກເຂດທີ່ມີການລະບາດໃນຊຸມຊົນ ແມ່ນບໍ່ໃຫ້ເຂົ້າໃນງານ;
  2. ທຸກຄົນຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ, ໃສ່ຜ້າອັດປາກ-ດັງ, ເວັ້ນໄລຍະຫ່າງຢ່າງຫນ້ອຍ 1 ແມັດ, ອະນາໄມ ລ້າງມືເລື້ອຍໆ ຫຼັງຈາກມີການສໍາຜັດກັບວັດຖຸສິ່ງຂອງ;
  3. ການໃສ່ບາດໃຫ້ມີການຮັກສາໄລຍະຫ່າງຢ່າງຫນ້ອຍ 1 ແມັດຂຶ້ນໄປ;

LEAVE A REPLY

Please enter your comment!
Please enter your name here