ລາຍລະອຽດຜູ້ເສຍຊີວິດໃໝ່ +1 ຈາກໂຄວິດ-19 ວັນທີ 1 ຕຸລາ 2021

0
7670

ຕາມການລາຍງານ ຂອງຄະນະສະເພາະກິດ ລາຍງານວັນທີ 1 ຕຸລາ 2021 ກ່ຽວກັບຂໍ້ມູນກໍລະນີຜູ້ເສຍຊີວິດໃໝ່ 1 ກໍລະນີ ແຂວງສະຫວັນນະເຂດ ມີຄືດັ່ງນີ້້:

ເພດຊາຍ, ອາຍຸ 48 ປີ, ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ແລະ ນອນປີ່ນປົວ ຢູ່ມໍລະສຸມຂອງໂຮງໝໍແຂວງ ໃນວັນທີ 29 ກັນຍາ 2021 ໃນມື້ດຽວກັນ ໄດ້ເກັບຕົວຢ່າງກວດຫາເຊື້ອ.

ມາຮອດ ເວລາ 08:00 ໂມງເຊົ້າ ຂອງວັນທີ 30 ກັນຍາ 2021 ຄອບຄົວຂໍກັບບ້ານ, ຕໍ່ມາຜູ້ກ່ຽວ ໄດ້ເສຍຊີວິດລົງ ໃນເວລາ 09:00 ໂມງຂອງມື້ດຽວກັນ ແລະ ໃນເວລາ 23:00 ໂມງ ຜົນກວດຕົວຢ່າງມາວ່າ ພົບເຊື້ອ ໂຄວິດ-19.​

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 24,310 ຄົນ, ເສຍຊີວິດສະສົມ 20 ຄົນ (ໃໝ່ 1 ຄົນ ແລະ ເສຍຊີວິດໃໝ່ 1 ຄົນ ຢູ່ທີ່ຈໍາປາສັກເຊິ່ງຍັງບໍ່ໄດ້ລາຍງານລາຍລະອຽດເທື່ອ), ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ມີ 135 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,691 ຄົນ.

LEAVE A REPLY

Please enter your comment!
Please enter your name here