ເມືອງໂຂງ ເປີດນຳໃຊ້ສູນກັກກັນ ເຝົ້າລະວັງພະຍາດໂຄວິດ-19 ຫຼັງໃໝ່

0
2060

ເມືອງໂຂງ ເປີດນຳໃຊ້ສູນກັກກັນ ເຝົ້າລະວັງພະຍາດໂຄວິດ-19 ຫລັງໃໝ່ ແຫລ່ງຂ່າວຈາກ ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 1 ຕຸລາ 2021 ນີ້, ເມືອງໂຂງ ຈັດພິທີເປີດນໍາໃຊ້ສູນກັກກັນ ເຝົ້າລະວັງພະຍາດໂຄວິດ-19 ຫລັງໃໝ ພາຍຫລັງລົງມືກໍ່ສ້າງໃນຕົ້ນເດືອນສິງຫາ 2021 ແລະ ສຳເລັດລົງໃນທ້າຍເດືອນ ກັນຍາ 2021 ລວມມູນຄ່າການກໍ່ສ້າງທັງໝົດ 341 ລ້ານກວ່າກີບ.

ເຂົ້າຮ່ວມໃນພິທີມີ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານນາງ ຄຳພູ ລິດທິສັກ ເຈົ້າເມືອງໂຂງ, ມີຜູ້ຕ່າງໜ້າບໍລິສັດເຂື່ອນໄຟຟ້າ ດອນສະໂຮງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິໄຊ ສາຍອຸບົນ ປະທານແນວລາວສ້າງຊາດເມືອງໂຂງ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານສູນກັກກັນ ເຝົ້າລະວັງພະຍາດໂຄວິດ-19 ປະກອບມີ 2 ອາຄານ, ແຕ່ລະຫລັງມີຂະໜາດ 15×20 ແມັດ, ແຕ່ລະຫລັງສາມາດບັນຈຸໄດ້ 30 ຕຽງ, ມີຫ້ອງນ້ຳ, ລະບົບນ້ຳປະປາ ແລະ ໄຟຟ້າຄົບຊຸດ.

ສຳລັບແຫລ່ງທຶນໃນການກໍສ້າງແມ່ນໄດ້ມາຈາກ ກອງທຶນພັດທະນະຊຸມຊົນ ໂຄງການເຂື່ອນໄຟຟ້າດອນສະໂຮງຈຳນວນ 150 ລ້ານກີບ, ທຶນຈາກພາກສ່ວນຫົວໜ່ວຍທຸລະກິດ, ບໍລິສັດ, ພາກສ່ວນສັງຄົມພາຍໃນເມືອງຈຳນວນ 191 ລ້ານກວ່າກີບ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

ຂໍ້ມູນ: ຂປລ

LEAVE A REPLY

Please enter your comment!
Please enter your name here