ລາຍງານມື້ນີ້ ເສຍຊີວິດເພີ່ມ +2 ກໍລະນີ (ລາຍລະອຽດ)

0
6055

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 3 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດເພີ່ມຈາກໂຄວິດ-19 ເພີ່ມອີກ 2 ກໍລະນີ ເຊິ່ງມີລາຍລະອຽດລຸ່ມນີ້:

+ຜູ້ທີ 1: ເພດຍິງ, ອາຍຸ 48 ປີ, ອາຊີບ: ຊາວນາ, ບ້ານໜອງບັກແຮດ: ເມືອງປະທຸມພອນ, ແຂວງຈຳປາສັກ.

-ຜູ້ກ່ຽວມີພະຍາດປະຈຳໂຕ ຄື ຄວາມດັນເລືອດສູງ ແລະ ຫອບຫືດ.

-ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19.

-ຜູ້ກ່ຽວມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ເປັນເພື່ອນບ້ານ. ໃນວັນທີ 15​ ກັນຍາ 2021 ໄດ້ເກັບຕົວຢ່າງກວດຫາເຊ້ືອ ແລະ ຜົນກວດພົບເຊື້ອໂຄວິດ-19 ໃນວັນທີ 16 ກັນຍາ 2021.

-ວັນທີ 17 ກັນຍາ 2021 ຜູ້ກ່ຽວຖືກນຳສົ່ງເຂົ້ານອນຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ ແລະ ບໍ່ມີອາການສະແດງ.

-ໃນໄລຍະປິ່ນປົວ ອາການຂອງຜູ້ກ່ຽວຊຸດໂຊມລົງເລື້ອຍໆ ຈົນມາຮອດເວລາ 5 ໂມງເຊົ້າ ວັນທີ 27 ກັນຍາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.  

+ຜູ້ທີ 2: ເພດຊາຍ, ອາຍຸ 84 ປີ, ອາຊີບ: ຜູ້ເຖົ້າ, ບ້ານນາມອນ,​ ເມືອງວັງວຽງ, ແຂວງວຽງຈັນ. ຜູ້ກ່ຽວມີປະຫວັດເປັນພະຍາດອັກເສບປອດເກືອບ 1​ ປີ.

-ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19. ວັນທີ 27 ກັນຍາ 2021 ຜູ້ກ່ຽວມີອາການໄອ ແລະ ຫາຍໃຈຝຶດ ຈຶ່ງໄດ້ໄປກວດຢູ່ໂຮງໝໍ 108 ແລະ ນອນປິ່ນປົວ 4 ມື້ ແຕ່ອາການບໍ່ດີຂຶ້ນ ຈຶ່ງນຳສົ່ງມາປິ່ນປົວຢູ່ໂຮງໝໍເມືອງວັງວຽງ.

-ວັນທີ 1 ຕຸລາ 2021 ແພດໄດ້ເກັບຕົວຢ່າງກວດຫາເຊື້ອ.

-ມາຮອດເວລາ 7 ໂມງເຊົ້າຂອງວັນທີ 2 ຕຸລາ 2021 ຄົນເຈັບມີອາການຊຸດໂຊມລົງກະທັນຫັນ ແລະ ເສຍຊີວິດລົງ ໃນເວລາ 8 ໂມງເຊົ້າ.

-ວັນທີ 3 ຕຸລາ 2021 ຜົນກວດອອກມາວ່າ ພົບເຊື້ອ ໂຄວິດ-19.  

ຮອດປະຈຸບັນ, ສປປ ລາວ ມີຜູ້ເສຍຊີວິດສະສົມ 22 ກໍລະນີ.

LEAVE A REPLY

Please enter your comment!
Please enter your name here