ກະຊວງ​ການ​ເງິນ ປະ​ກາດ​ການ​ຈັດ​ຕັ້ງຫຼາຍຕໍາແໜ່ງພາ​ສີ ນະຄອນຫຼວງວຽງຈັນ

0
3492

ໃນອາ​ທິດ​ຜ່ານ​ມານີ້ ທີ່ກະຊວງການເງິນ, ໄດ້ຈັດພິທີປະກາດການຈັດຕັ້ງ ພາສີປະຈຳນະຄອນຫຼວງວຽງຈັນ (ນວ) ແລະ ສັບຊ້ອນຍົກຍ້າຍ-ແຕ່ງຕັ້ງພະນັກງານພາສີ ຮັບໜ້າທີ່ໃໝ່ຫຼາຍຕໍາແໜ່ງຜ່ານລະບົບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ຈາກ​ກະ​ຊວງ​ການ​ເງິນ ແລະ ຕາງໜ້າຈາກນະຄອນຫຼວງວຽງຈັນເຂົ້າຮ່ວມ.ໂອກາດດັ່ງກ່າວ, ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 4626/4627/4628/4629/ກງ, ລົງວັນທີ 21 ກັນຍາ 2021 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ກົມພາສີ, ພາສີປະຈຳນະຄອນຫຼວງວຽງຈັນ, ດ່ານພາສີສາກົນຂົວມິດຕະພາບ I, ດ່ານພາສີສາກົນສະໜາມບິນວັດໄຕ, ຫ້ອງການພາສີປະຈໍາລະບົບສາງ, ທ່າບົກທ່ານາແລ້ງ ແລະ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ.

ເຊິ່ງເຫັນດີຍົກຍ້າຍ ທ່ານ ວິດາວອນ ໂສມສະເຫຼົາ ຮອງຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ ໄປຮັບໜ້າທີ່ໃໝ່ຢູ່ກົມພາສີ; ແຕ່ງຕັ້ງ ທ່ານ ທອງພັດ ລາດຊະວົງ ຫົວໜ້າກອງຄຸ້ມຄອງພາສີ V ເປັນຫົວໜ້າພາສີປະຈໍານະຄອນຫຼວງວຽງຈັນ, ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ຂັນແກ້ວ ວົງໄຊ ຫົວໜ້າພະແນກກວດກາພາຍໃນກົມພາສີ ເປັນຮອງຫົວໜ້າພາສີປະຈໍາ ນະຄອນຫຼວງວຽງຈັນ, ແຕ່ງຕັ້ງ ທ່ານ ບົວວັງ ອາດຕະນະພອນ ຮອງຫົວໜ້າກອງຄຸ້ມຄອງພາສີ V ເປັນຮອງຫົວໜ້າພາສີປະຈໍາ ນະຄອນຫຼວງວຽງຈັນ.

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສຸກສະຫວັນ ບົວພາ ຫົວໜ້າພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ ກົມພາສີ ເປັນຫົວໜ້າດ່ານພາສີສາກົນຂົວມິດຕະພາບ I, ແຕ່ງຕັ້ງ ທ່ານ ຄໍາເພັດ ສີລາວົງ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I, ແຕ່ງຕັ້ງ ທ່ານນາງ ສີຈະເລີນ ພັນດານຸວົງ ຮອງຫົວໜ້າດ່ານພາສີສາກົນສະ ໜາມບິນວັດໄຕ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I,

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານນາງ ທິບມະນີ ແກ້ວບຸນພັນ ຮອງຫົວໜ້າພະແນກກວດສອບຄືນການແຈ້ງພາສີ ກົມພາສີ ເປັນຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I.

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄໍາແປນ ສີຈັນທະລາດ ຮອງຫົວໜ້າພະແນກຮ່ວມມືພາສີສາກົນ ກົມພາສີ ເປັນຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານນາງ ຄໍາພິກ ວິພົນຮຽນ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ແລະ ທ່ານ ນາງ ໂພລັດສະໝອນ ຫຼວງຊະລາດ ຫົວໜ້າຂະແໜງຂອງກົມພາສີ ເປັນຮອງຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ.

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ພູເຂົາ ເຄນຕາອ່ອນ ຮອງຫົວໜ້າພະແນກກວດກາພາຍໃນ ກົມພາສີ ເປັນຫົວໜ້າຫ້ອງການພາສີປະຈໍາລະບົບສາງທ່ານາແລ້ງ ແລະ ສາງໂຊກໄຊ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ອາລຸນໄຊ ແກ້ວພັນທະວົງ ຫົວໜ້າຂະແໜງກົມພາສີ ແລະ ທ່ານ ຂາວພອນ ບາສີໂສມ ຮອງຫົວໜ້າໜ່ວຍງານດ່ານພາສີສາກົນຂົວມິດຕະພາບ I ເປັນຮອງຫົວໜ້າຫ້ອງການພາສີປະຈໍາລະບົບສາງທ່ານາແລ້ງ ແລະ ສາງໂຊກໄຊ.ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຖະໜອມສິດ ຂາວພິບານ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ເປັນຫົວໜ້າຫ້ອງການພາສີປະຈໍາທ່າບົກ ທ່ານາແລ້ງ;

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສົມບູນ ພົມມະຈັນ ຮອງຫົວໜ້າພະແນກກວດສອບຄືນການແຈ້ງພາສີ ກົມພາສີ; ທ່ານ ສົມໃຈ ໄຊຍະວົງ ຫົວໜ້າໜ່ວຍງານ ດ່ານພາສີສາກົນສະໜາມບິນວັດໄຕ ແລະ ທ່ານ ພອນປະເສີດ ນະລືໂຄດ ຫົວໜ້າຂະແໜງກວດສອບຄືນການແຈ້ງພາສີ ກົມພາສີ ເປັນຮອງຫົວໜ້າຫ້ອງການພາສີປະຈໍາທ່າບົກທ່ານາແລ້ງ;

ເຫັນດີແຕ່ງຕັ້ງ ທ່ານ ສົມເພັດ ໂຄດສຸວັນ ຫົວໜ້າດ່ານພາສີທ້ອງຖິ່ນທ່າເດື່ອ ເປັນຫົວໜ້າຫ້ອງການພາສີປະຈໍາເຂດພັດທະນາກວມລວມໄຊເສດຖາ; ແຕ່ງຕັ້ງ ທ່ານ ນາງ ເພັງ ສີນໍລະເພັດ ຮອງຫົວໜ້າດ່ານພາສີທ້ອງຖິ່ນໜອງດາ ເປັນຮອງຫົວໜ້າຫ້ອງການພາສີປະຈໍາເຂດພັດທະນາກວມລວມໄຊເສດຖາ.ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.

ທັງນີ້, ກໍຍ້ອນຄວາມຮຽກຮ້ອງຕ້ອງການທາງດ້ານວຽກງານແຕ່ລະໄລຍະຕາມພາລະບົດບາດໃໝ່ຂອງກົມພາສີ ກໍຄືຂອງກົມສາຍຕັ້ງຂອງກະຊວງການເງິນໃນການສັບຊ້ອນໝູນວຽນໃນຂອບ​ເຂດທົ່ວປະເທດ.ສໍາລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍໃນຄັ້ງນີ້, ແມ່ນຕ້ອງໄດ້ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ, ສູ້ຊົນໃນການປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດ, ສຸມໃສ່ເກັບລາຍຮັບເຂົ້າງົບ ປະມານແຫ່ງລັດ, ຕ້ານ ແລະ ສະກັດກັ້ນການຮົ່ວໄຫຼເຮັດໃຫ້ລາຍຮັບຂອງພາສີ.

ຂໍ້ມູນ: ຂ່າວ-ພາບ: ກະ​ຊວງ​ການ​ເງິນ

LEAVE A REPLY

Please enter your comment!
Please enter your name here