ລັດຖະບານອິນເດຍກຽມຈ່າຍຄ່າຊົດເຊີຍໃຫ້ຜູ້ເສຍຊີວິດຈາກໂຄວິດ-19

0
2047

ສານຂັ້ນສູງອິນເດຍມີຄຳສັ່ງອະນຸມັດແຜນ ຂອງລັດຖະບານໃນການຈ່າຍເງິນຊົດເຊີຍໃຫ້ຍາດພີ່ນ້ອງ ຂອງຜູ້ເສຍຊີວິດຈາກໂຄວິດ-19 ເປັນຈຳນວນ 50.000 ລູປີ ຕໍ່ສົບ ຫຼື ປະມານ 6.980.000 ກີບ ເຊິ່ງອິນເດຍມີຜູ້ເສຍຊີວິດເກືອບ 450,000 ສົບ.

ຕາມການລາຍງານຂອງ ບີບີຊີ ໃຫ້ຮູ້ວ່າ ວັນທີ 4 ຕຸລາ 2021 ທີ່ຜ່ານມາວ່າ ຄຳຕັດສິນຂອງສານມີຂຶ້ນ ຫຼັງຈາກເດືອນມີນາ ທີ່ຜ່ານມາ ອົງກອນທະນາຍຄວາມຍື່ນຄຳຮ້ອງ ໃຫ້ສານພິຈາລະນາອະນຸມັດໃຫ້ລັດຖະບານຈ່າຍເງິນຊົດເຊີຍຜູ້ເສຍຊີວິດຈາກໂຄວິດ-19 ຕາມກົດໝາຍປີ 2005 ວ່າດ້ວຍ ການບໍລິຫານຈັດການໄພພິບັດ ທີ່ຕ້ອງມີການຈ່າຍເງິນຊົດໃຊ້ໃຫ້ກັບຜູ້ເສຍຊີວິດ ຈາກໄພໂຄວິດ-19 ກໍຄືໃຫ້ຍາດຂອງຜູ້ເສຍຊີວິດ ເປັນໄພພິບັດພາຍໃຕ້ກົດໝາຍຈັດການໄພພິບັດແຫ່ງຊາດອິນເດຍ.

ລາຍງານລະບຸຕື່ມອີກວ່າ: ລັດຖະບານ ຈະຈ່າຍເງິນຊົດເຊີຍໃຫ້ກັບຍາດຜູ້ເສຍຊີວິດຈາກໂຄວິດ-19 ທີ່ໄດ້ຮັບການຮັບຮອງວ່າຕິດເຊື້ອ ໃນເວລາ 30 ວັນຫຼັງຈາກມີການຍື່ນເອກະສານຂໍຮັບຄ່າຊົດເຊີຍ.

ຂໍ້ມູນ: ບີບີຊີ

LEAVE A REPLY

Please enter your comment!
Please enter your name here