ດີໃຈນຳ! ນ້ອງແຊນດີ້ ແມ່ຄ້ານ້ອຍ ຮ້ອຍລີລາ ໄດ້ຮັບທຶນການສຶກສາຈົນຈົບມໍ 7

0
4820

ນາທີນີ້ຄົງຈະບໍ່ມີໃຜບໍ່ຮູ້ຈັກ ນ້ອງແຊນດີ້ ແມ່ຄ້ານ້ອຍ ຮ້ອຍລີລາ ຫຼາກຫຼາຍຄວາມສາມາດ ຫຼື ຄວາມສາມາດຫຼາຍເກີນອາຍຸ ເຊິ່ງນ້ອງໄດ້ເຂົ້າຮັບທຶນການສຶກສາຮຽນ ຢູ່ໂຮງຮຽນນານາຊາດ ຈົນຈົບມໍ7.

ນ້ອງແຊນດີເປັນແມ່ຄ້າ ທີ່ຊ່ວຍຄອບຄົວ ຂາຍເຄື່ອງທາງເຟສບຸກ ເຊິ່ງນ້ອງແມ່ນຈະໄລສສົດ(Live) ຂາຍເຄີື່ອງນັ້ນເອງ ນ້ອງເພິ່ນມີສີປາກແມ່ຄ້າ ແລະ ຄາລົມ ຄວາມສາມາດ ໃນການຂາຍເຄື່ອງແບບບໍ່ທຳມະດາ ຈົນເຮັດໃຫ້ຜູ້ຕິດຕາມ ຊື່ນຊົມ ແລະ ຫຼົງຮັກໃນຄວາມຕາແພງ ແລະ ກ້າເວົ້າກ້າສະແດງອອກຂອງນ້ອງ.

ເຊິ່ງກໍເຮັດໃຫ້ທາງຜູ້ໃຫຍ່ເຫັນໃນຄວາມສາມາດກ້າເວົ້້າດ້າສະແດງອອກຂອງນ້ອງ ໃນການສົ່ງເສີມຄວາມຮູ້ຄວາມສາມາດເພີ່ມຕືື່ມ ເພິ່ນເລີຍໄດ້ມອບທຶນການສຶກສາໃຫ້ນ້ອງຈົນຈົບມໍ7 ແລະ ທີ່ສຳຄັນເປັນໂຮງຮຽນນານາຊາດ ບອກເລີຍວ່າ ບໍ່ທຳມະດາອີຫຼີ.

ໂດຍຈາກໂພສ Leng Santisouk ໂພສວ່າ “Congrats ແລະມື້ນີ້ກະເປັນມື້ ທີ່ທາງຄອບຄົວໄດ້ເຂົ້າໄປເຊັນສັນຍາມອບທຶນການສຶກສາ ທາງຄອບຄົວເຮົາຕື້ນຕັນໃຈ ດີໃຈຈົນນໍ້າຕາອອກເລີຍ ບໍ່ຄິດວ່າຈະມີມື້ນີ້ກ່ອນອື່ນຕ້ອງຂໍຂອບໃຈທາງເອື້ອຍເບ ຜູ້ອຳນວຍການ ເຈົ້າຂອງໂຮງຮຽນນານາຊາດ ປັນຍາທິບ ທີ່ໄດ້ມອບທຶນການສຶກສາໃຫ້ແກ່ ນ້ອງແຊນດີ້ ຕັ້ງແຕ່ ມໍ1-ມໍ7 ຈົນຈົບ High School ເລີຍແມ່ນຮຽນຟີກິນຟີຈົນກວ່າຈະຮຽນຈົບເລີຍ”.

ປັດຈຸບັນ ນ້ອງ ແຊນດີ້ ຮັບງານແບບບໍ່ຫວັ່ນບໍ່ໄຫວ ຄິວຍາວຢຽດບຽດບໍ່ໄດ້ກັນເລີຍ ແລະ ຫຼ້າສຸດເປັນເລື່ອງດີໆຂອງນ້ອງອີກ ທີ່ນ້ອງແຊນດີ້ ໄດ້ຮັບທຶນການຮຽນ ຫຼື ທຶນການສຶກສາຈົນຈົບມໍປາຍ ຫາເງິນຊ່ວຍພໍ່ແມ່ກໍເກັ່ງ ແຖມຍັງໄດ້ທຶນຮຽນຟຣີແບບນີ້ຖືກເປັນບຸກຄົນທີ່ໜ້າຕິດຕາມ ແລະ ເຊື່ອແນ່ນອນວ່າເດັກໄວ 10ປີ ທີ່ຄິດຢາກຫາເງິນ ຢາກໃຫ້ພໍ່ແມ່ຄອບຄົວສະບາຍຈະນໍາເອົາໂອກາດດີໆແບບນີ້ເປັນບຸກຄົນໂຕແບບທີ່ດີໃນສັງຄົມແນ່ນອນ.

ຂອບໃຈທີ່ເພິ່ນເຫັນເຖິງຄວາມສາມາດ ຄວາມຕັ້ງໃຈ ເຫັນພອນສະຫວັນຂອງນ້ອງແຊນດີ້ ແລະ ນີ້ກະຄືລາງວັນຂອງຄົນເກັ່ງ ລາງວັນຂອງຄົນກະຕັນຍູ ຂໍໃຫ້ຫລານແຊນດີ້ຕັ້ງໃຈຮຽນເຮັດໃຫ້ເຕັມທີ່ ເຮັດໃຫ້ທຸກຄົນພາກພູມໃຈ ສູ້ໆ, ພ້ອມໂພສພາບນ້ອງແຊນດີ້ໄວ້ ຫຼາຍຄົນເຂົ້າມາສະແດງຄວາມຍິນດີນໍາຢ່າງຫຼວງຫຼາຍ ພວກເຮົາເອງກໍດີໃຈ ແລະ ດີໃຈນໍານ້ອງແຊນດີ້ເດີ້ຈ າກໂພສ Leng Santisouk.

LEAVE A REPLY

Please enter your comment!
Please enter your name here