ລາວ ຈະກຳນົດຄ່າແຮງງານຂັ້ນຕ່ຳໃໝ່ ລວມທັງມື້ເຮັດວຽກ, ວັນພັກ ແລະເວລາ

0
5538

ລາວ ຈະກຳນົດຄ່າແຮງງານຂັ້ນຕ່ຳໃໝ່ ຕະຫຼອດເຖິງມື້ເຮັດວຽກ, ວັນພັກ ແລະເວລາ

ຂ່າວດີ ສຳລັບແຮງງານທຸກຄົນ ເພາະປະຈຸບັນປະເທດເຮົາແມ່ນມີເງິນເດືອນຂັ້ນຕ່ຳທີ່ 1.100.000 ກີບ ຖືວ່າຢູ່ໃນລະດັບທີ່ຕ່ຳ ແຕ່ ໃນຕໍ່ໜ້ານີ້ ຈະມີການປັບປ່ຽນຄ່າແຮງງານຂັ້ນຕ່ຳຄືນໃໝ່ ເພື່ອໃຫ້ແທດເໝາະກັບສະພາບເສດຖະກິດໃນຕົວຈີງ ພ້ອມນີ້ຈະໄດ້ກຳນົດວັນ, ເວລາ ໃນການເຮັດວຽກຕື່ມອີກ.

ສູນກາງສະຫະພັນກຳມະການລາວ ໄດ້ຈັດກອງປະຊຸມປຶກສາຫາລືຄ່າແຮງງານຂັ້ນຕ່ຳສຸດຊຸດໃຫມ່ຂຶ້ນ ໃນວັນທີ 4 ຕຸລາ 2021 ທີ່ຜ່ານມາວ່າ: ເປັນກຽດເຂົ້າຮ່ວມໂດຍທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີຜູ້ຕາງຫນ້າຈາກຄະນະກົມ, ຫ້ອງການ ແລະ ສະຖາບັນພັດທະນາກຳມະບານລາວ ພ້ອມດ້ວຍຄະນະກຳມະການປັບປຸງຄ່າແຮງງານຂັ້ນຕ່ຳ ເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການລາຍງານສະພາບ ແລະ ຄວາມຈຳເປັນທີ່ຈະຕ້ອງໄດ້ປັບປຸງຄ່າແຮງງານຂັ້ນຕ່ຳສຸດຊຸດໃຫມ່ ພ້ອມທັງຮັບຟັງການລາຍງານວິທີ ແລະ ຂັ້ນຕອນຂອງການປັບປຸງຄ່າແຮງງານຂັ້ນຕ່ຳສຸດໃນໄລຍະຜ່ານມາ, ຮ່າງແຜນກິດຈະກຳໃນການປັບປຸງຄ່າແຮງງານຂັ້ນຕ່ຳສຸດຂອງສູນກາງສະຫະພັນກຳມະບານລາວ.

ຄ່າແຮງງານຂັ້ນຕ່ຳສຸດ ແມ່ນເງິນເດືອນ ຫລື ຄ່າແຮງງານຂັ້ນຕ່ຳສຸດທີ່ຜູ້ໃຊ້ແຮງງານຕ້ອງໄດ້ຈ່າຍໃຫ້ຜູ້ອອກແຮງງານ ທີ່ເຮັດວຽກບໍ່ເກີນ 26 ວັນຕໍ່ເດືອນ, 6 ວັນຕໍ່ອາທິດ ແລະ 8 ຊົ່ວໂມງຕໍ່ມື້ ໂດຍບໍ່ລວມເອົາເງິນອື່ນໆເຊັ່ນ: ເງິນເຮັດວຽກເພີ່ມໂມງ, ເງິນບຳເນັດ, ເງິນຊຸກຍູ້ມາເຮັດວຽກ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບ-ສົ່ງ ມາວຽກ ແລະ ເງິນນະໂຍບາຍອື່ນໆ ທີ່ເປັນສະຫວັດດີການຂອງຫົວຫນ່ວຍແຮງງານເຂົ້ານຳ.

ໃນກອງປະຊຸມໄດ້ມີການປຶກສາຫາລື, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນໃນການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ຈາກນັ້ນຈະໄດ້ນຳສະເຫນີຕໍ່ກອງປະຊຸມຄະນະກຳມະການສາມຝ່າຍໃນຂັ້ນຕອນຕໍ່ໄປ.

ຂໍ້ມູນ: ເສດຖະກິດການຄ້າ

LEAVE A REPLY

Please enter your comment!
Please enter your name here