ສະເທືອນໃຈ! 1 ໃນ ຜູ້ເສຍຊີວິດແມ່ນກຳລັງຖືພາ

0
8321

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 12 ຕຸລາ 2021 ໃຫ້ຮູ້ວ່າ: ຜູ້ເສຍຊີວິດໃໝ່ເພີ່ມ +3 ຄົນ ເຊິ່ງລາຍລະອຽດ ດັ່ງນີ້:

ຜູ້ທີ1: ເພດຍິງ, ອາຍຸ 30 ປີ,  ອາຊີບ ແມ່ເຮືອນ, ບ້ານ ບໍ່ໂອ,  ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ບໍ່ທັນໄດ້ຮັບວັກຊີນ, ຖືພາ ໄດ້ 8 ເດືອນ

  • ມີພະຍາດປະຈຳໂຕ ເປັນເບົາຫວານ, ຄວາມດັນເລືອດສູງ.
  • ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບຄົນໃນຄອບຄົວທີ່ຕິດເຊື້ອມາກ່ອນ.
  • ວັນທີ 8 ຕຸລາ 2021 ມາໂຮງໝໍ ດ້ວຍອາການໄອອອກເລືອດ, ກ່ອນໜ້ານີ້ ແມ່ນມີອາການໄອ ແລະ ມີຂີ້ກະເທີ ຢູ່ບ້ານໄດ້ໜຶ່ງອາທິດແລ້ວ.
  • ໂຮງໝໍສົ່ງຜູ້ກ່ຽວເຂົ້າໄປນອນຕືກແຍກປ່ຽວ, ວັນທີ 9 ຕຸລາ 2021 ໄດ້ເກັບຕົວຢ່າງກວດ ຜົນກວດພົບເຊື້ອໂຄວິດ.
  • ວັນທີ 10 ຕຸລາ 2021 ອາການ ແມ່ບໍ່ດີ ແລະ ຄວາມດັນເລືອດຕໍ່າ ໄດ້ຜ່າຕັດເອົາລູກ (ສະພາບຂອງລູກ ຫລັງຜ່າຕັດ ເດັກບໍ່ດີ້ນ, ສຽງຫົວໃຈເດັກບໍ່ເຕັ້ນແລ້ວ ແລະ ເສຍຊີວິດ).
  • ມາຮອດວັນທີ 11 ຕຸລາ 2021 ຜູ້ກ່ຽວເສຍຊີວິດ.

ຜູ້ທີ2: ເພດຊາຍ, ອາຍຸ 50 ປີ, ອາຊີບ: ຊາວນາ, ບ້ານໜອງຂຽດ, ເມືອງ ປາກງື່ມ, ນະຄອນຫລວງວຽງຈັນ

  • ໄດ້ສັກຢາວັກຊິນ 1 ເຂັມ (Astrazeneca)
  • ມີພະຍາດປະຈຳຕົວ:  ຄວາມດັນເລືອດສູງ, ເບົາຫວານ, ຄໍ່ອັກເສບຊ້ຳເຮື້ອ, ບາດແຜໃນກະເພາະ ແລະ ເລືອດຈາງ.
  • ເກັບຕົວຢ່າງວັນທີ 26 ກັນຍາ 2021,  ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ໂຮງຫມໍ 103 ແລະ ໄດ້ຍ້າຍມາໂຮງໝໍມິດຕະພາບ ໃນວັນທີ 27 ກັນຍາ 2021 ຍ້ອນມີອາການທາງດ້ານລະບົບຫາຍໃຈຮຸນແຮງ.
  • ມາຮອດເວລາ 10:20 ໂມງຂອງວັນທີ 11 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ3: ເພດຊາຍ, ອາຍຸ 77 ປີ, ອາຊີບ: ຜູ້ເຖົ້າ, ບ້ານຄອນວັດ, ເມືອງລ້ອງຊານ, ແຂວງໄຊສົມບູນ, ຜູ້ກ່ຽວໄດ້ໄປງານເຮືອນດີຢູ່ບ້ານຖໍ້າດິນ ແລະ ມີລາຍງານຜູ້ຕິດເຊື້ອ.

  • ຜູ້ກ່ຽວ ບໍ່ທັນໄດ້ສັກຢາວັກຊິນກັນພະຍາດໂຄວິດ-19.
  • ພະຍາດປະຈໍາຕົວ: ໄອຊໍ້າເຮື້ອ. ວັນທີ 22 ກັນຍາ 2021 ຜູ້ກ່ຽວມີອາການໄຂ້, ໄອ, ປວດຕາມຕົນໂຕ, ເຈັບຄໍ ແລະ ປວດຂໍ້ກະດູກ.
  • ວັນທີ 27 ກັນຍາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19.
  • ວັນທີ 29 ກັນຍາ 2021: ຜົນກວດອອກມາ ແມ່ນພົບເຊື້ອ.
  • ວັນທີ 30 ກັນຍາ 2021 ເຂົ້ານອນປີ່ນປົວຢູ່ສູນໂຮງຮຽນ ມສ ລ້ອງຊານ ຈົນຮອດເວລາ 11:20 ໂມງຂອງວັນທີ 11 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

LEAVE A REPLY

Please enter your comment!
Please enter your name here