ຕັ້ງໃຈສູ້ຊົນຈົນພາຄອບຄົວມີລາຍໄດ້ 100 ລ້ານກວ່າກີບ ຕໍ່ປີ

0
1657

ຖ້າມີຄວາມຕັ້ງໃຈ ຄົ້ນຄ້ວາບໍ່ວ່າອາຊີບໃດ ກໍສາມາດປະສົບຜົນສຳເລັດໄດ້.

ສ້າງລາຍຮັບຈາກການຂາຍງົວ ແລະ ຂາຍແບ້ ໄດ້ເຖິງ 100 ລ້ານກວ່າກີບ

ທ່ານ ຟົງຊົງ ອາຍຸ 36 ປີ, ເປັນພະນັກງານສັງກັດລັດ, ເຮັດວຽກຢູ່ຂະແໜງອົບຮົມ, ຄະນະໂຄສະນາອົບຮົມແຂວງອຸດົມໄຊ, ຄອບຄົວຂອງລາວເປັນຄອບຄົວທີ່ໃຫຍ່ ມີຈຳນວນສະມາຊິກ 31 ຄົນ, ຍິງ 18 ຄົນ ຍ້ອນມີສະມາຊິກຫລາຍເຮັດໃຫ້ລາວ ແລະ ຄອບຄົວ ເກີດມີແນວຄິດລິເລີ່ມ ເພື່ອຊອກທາງອອກ ແລະລາຍໄດ້ເພີ່ມໃຫ້ແກ່ຄອບຄົວ.

ທ່ານ ຟົງຊົງ ເວົ້າວ່າ: ໃນເມື່ອກ່ອນຄອບຄົວຂອງຕົນເອງໄດ້ຖືອາຊີບການປູກຝັງ-ລ້ຽງສັດ ໂດຍສະເພາະ ແມ່ນປູກຢາງພາລາ, ເຮັດສວນສາລີ ແລະ ລ້ຽງສັດຈຳນວນໜຶ່ງ ແຕ່ການລ້ຽງສັດໄລຍະຜ່ານມາ ແມ່ນລ້ຽງແບບທຳມະຊາດ, ສັດລ້ຽງຢູ່ກະແຈກກະຈາຍ ສະພາບຄອບຄົວກໍຍັງພົບຄວາມຫຍຸ້ງຍາກຫລາຍດ້ານ, ບໍ່ກຸ້ມກິນ ເນື່ອງຈາກວ່າ ເປັນຄອບຄົວໃຫຍ່.

ຕົກມາໃນປີ 2015 ຟົງຊົງ ພ້ອມຄອບຄົວ ຈິ່ງໄດ້ປຶກສາຫາລືກັນ ເພື່ອຊອກຫາທາງອອກທີ່ດີ ແລະໝັ້ນຄົງ ໃຫ້ແກ່ຄອບຄົວ ເລີຍຕັດສິນໃຈເລືອກເອົາອາຊີບການລ້ຽງງົວ ແລະ ລ້ຽງແບ້ ເປັນຈຸດສຸມ, ປູກຫຍ້າເພື່ອເປັນອາຫານສັດ, ຈັດສະຖານທີ່ລ້ຽງແບບເປັນຟາມ ເພື່ອເປັນອາຊີບເສີມຫລັກ ຍາດເວລານອກຈາກໂມງການ ແລະວັນພັກການ ເປັນການເບິ່ງແຍງ, ບົວລະບັດ ແລະຮັກສາສັດລ້ຽງ. ກ່ອນຈະຕັດສິນໃຈເລືອກເອົາອາຊີບນີ້ເປັນຫລັກ ກໍເນື່ອງຈາກວ່າຄອບຄົວມີພື້ນຖານທີ່ເປັນທ່າແຮງຫລາຍດ້ານ ເຊັ່ນ: ມີສະຖານທີ່ພຽງພໍສຳລັບລ້ຽງສັດ, ມີສັດລ້ຽງຂອງຕົນເອງຈຳນວນໜຶ່ງ ແລະຈຳນວນໜຶ່ງກໍ່ໄດ້ຊື້ເຂົ້າມາເພີ່ມ.

ປະຈຸບັນ ຟົງຊົງ ແລະ ຄອບຄົວ ມີເນື້ອທີ່ສຳລັບລ້ຽງສັດທັງໝົດ 90 ເຮັກຕາ, ມີສັດລ້ຽງທັງໝົດ 160 ໂຕ, ງົວ 130 ໂຕ, ແບ້ 30 ໂຕ, ສະຖານທີ່ລ້ຽງມີ 2 ຈຸດ ຄື: ຈຸດທີ 1 ຢູ່ ບ້ານນາງາມ ເນື້ອ 30 ເຮັກຕາ, ຈຸດນີ້ ມີງົວ 30 ໂຕ, ແບ້ 30 ໂຕ ແລະ ຈຸດທີ2 ຢູ່ ບ້ານປຸ່ງວີງ (ຫລັກ37) ມີເນື້ອທີ່ 60 ເຮັກຕາ, ມີງົວ 100 ໂຕ. ຍ້ອນພໍ່, ແມ່, ອ້າຍ, ເອື້ອຍ, ນ້ອງ ໃນຄອບຄົວ ເຄີຍມີມູນເຊື້ອ ແລະ ປະສົບການໃນການລ້ຽງສັດມາແຕ່ດົນນານ ຈິ່ງເຮັດໃຫ້ ການລ້ຽງງົວ ແລະ ລ້ຽງແບ້ ໄດ້ຮັບຜົນດີ. ທ່ານ ຟົງຊົງ ໄດ້ຊອກວິທີແກ້ໄຂ ທັງເຮັດທັງຮຽນຮູ້ໄປພ້ອມໆກັນ, ຮຽນຈາກຜູ້ທີ່ມີປະສົບການ, ສຶກສາຜ່ານທາງຍູທູບ, ເວັບໄຊ, ໜັງສືພິມ, ວາລະສານ ແລະອື່ນໆ ສາມາດເຮັດໃຫ້ຄອບຄົວປະສົບຜົນສຳເລັດ

ການບຸກບືນ ສູ້ຊົນ ສ້າງເສດຖະກິດຄອບຄົວ ຂອງ ທ່ານ ຟົງຊົງ ມາເປັນເວລາ 7 ປີ ປັດຈຸບັນ ສາມາດເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວ ໄດ້ຮັບການພັດທະນາດີຂຶ້ນໄປເລື່ອຍໆ ມີເຮືອນຢູ່ຖາວອນ, ມີພາຫານະ ລົດໃຫຍ່, ລົດຈັກ, ເຄື່ອງໃຊ້ຄົວເຮືອນ ແລະ ອື່ນໆ ຫລາຍຢ່າງ. ແຕ່ລະປີ ຄອບຄົວ ທ່ານ ຟົງຊົງ ສາມາດສ້າງລາຍຮັບຈາກການຂາຍງົວ ແລະ ຂາຍແບ້ ໄດ້ເຖິງ 100 ລ້ານກວ່າກີບ.

ຂໍ້ມູນຈາກ: ສະຖານີ ວິທະຍຸ ໂທລະພາບ ແຂວງ ອຸດົມໄຊ

LEAVE A REPLY

Please enter your comment!
Please enter your name here