ເກີດອຸປະຕິເຫດລົດໃຫຍ່ເສຍຫຼັກຕົກໜອງນ້ຳເສຍຊີວິດ 01 ຄົນ
![](https://tholakhong.com/wp-content/uploads/2021/10/kaba2.jpeg)
ຕາມການລາຍງານຂອງເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 14 ຕຸລາ 2021 ນີ້ ທີ່ຜ່ານມາ, ໄດ້ເກີດອຸປະຕິເຫດລົດໃຫຍ່ກະບະ ເສຍຫຼັກຕົກລົງໜອງນ້ຳຂ້າງທາງ ຢູ່ກິໂລແມັດທີ 9 ເສັ້ນທາງລະຫວ່າງເມືອງຊຳເໜືອ ຫາ ເມືອງວຽງໄຊ ແຂວງຫົວພັນ.
![](https://tholakhong.com/wp-content/uploads/2021/10/kaba.jpeg)
ຜ່ານການລົງເກັບກຳຂໍ່້ມູນຂອງເຈົ້າໜ້າທີ່ໄດ້ພົບເຫັນ ລົດໃຫຍ່ກະບະ ຍີ່ຫໍ້ ອີຊຸຊຸ ດີແມັກ ທະບຽນລົດ ກຈ 4579 ກຳແພງນະຄອນ ເຊິ່ງຜູ້ຂັບຂີ່ແມ່ນ ທ້າວ ບຸນມາ ຈັນມີໄຊ ພະນັກງານ ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຊຽງຄໍ້ ແຂວງຫົວພັນ, ໄດ້ເກີດອຸປະຕິເຫດ ຂັບຂີ່ລົດໃຫຍ່ເສຍຫຼັກຕົກລົງໜອງນ້ຳຂ້າງທາງ ຢູ່ລະຫວ່າງກິໂລແມັດທີ່ 9 ເສັ້ນທາງ ເມືອງຊຳເໜືອຫາເມືອງວຽງໄຊ ແຂວງຫົວພັນ ເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່, ສ່ວນຂໍ່້ມູນ ເຫດການລາຍລະອຽດທີ່ພາໃຫ້ເກີດອຸບັດຕິເຫດນັ້ນ ທາງເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ.
![](https://tholakhong.com/wp-content/uploads/2021/10/kaba3.jpeg)
ຈາກເຫດການທີ່ເກີດຂຶ້້ນໃນຄັ້ງນີ້ ທາງທິມງານຂອງພວກເຮົາ ຂໍສະແດງຄວາມເສຍໃຈ ມາຍັງຍາດຕິພີ່ນ້ອງຂອງຜູ້ກ່ຽວ ແລະ ຮຽກຮ້ອງມາຍັງຜູ້ນຳໃຊ້ລົດ, ເສັ້ນທາງໃນການສັນຈອນໄປມາ ຈົ່ງພ້ອມກັນຂັບຂີ່ລົດດ້ວຍຄວາມລະມັດລະວັງ ເພື່ອຄວາມປອດໄພ.