ຝາກຢາເສບຕິດນຳຂົນສົ່ງ ຈາກນະຄອນຫຼວງມາສະຫວັນນະເຂດ

0
3105

ປກສ ນະຄອນ ໄກສອນພົມວິຫານ ແຂວງສະຫວັນນະເຂດ ກັກຕົວຜູ້ຖືກຫາ 03 ຄົນ ພ້ອມຂອງກາງຢາບ້າຈໍານວນ 17 ມັດ.

ໃນວັນທີ 11 ຕຸລາ 2021 ທີ່ຜ່ານນີ້,ທາງເຈົ້າໜ້າທີ່ ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ໄດ້ມີເຄື່ອງທີ່ສົງໃສວ່າເປັນຢາເສບຕິດຝາກມາແຕ່ ນະຄອນຫຼວງວຽງຈັນ ເຊິ່ງຝາກມາທາງບໍລິສັດຂົນສົ່ງເຄື່ອງແຫ່ງໜຶ່ງ ສາຂາສະຫວັນນະເຂດ ຈາກນັ້ນທາງເຈົ້າໜ້າທີ່ ວິຊາສະເພາະຈຶ່ງລົງກວດພິສູດແຫລ່ງຂ່າວ ແມ່ນມີມູນຄວາມຈິງແທ້.

ຮອດເວລາປະມານ 15 ໂມງ ຈຶ່ງພົບເຫັນເປົ້າໜາຍສົງໃສເປັນຊາຍ 02 ຄົນຂີ່ລົດຈັກເວບ ສີ ປອນ ປ້າຍທະບຽນ ຈຕ 4807 ສະຫວັນນະເຂດ ເຂົ້າມາຈອດຢູ່ໜ້າ ບໍລິສັດຂົນສົ່ງເຄື່ອງ ແລ້ວເຂົ້າໄປຮັບເອົາເຄື່ອງຝາກດັ່ງກ່າວ, ທາງເຈົ້າໜ້າທີ່ຈຶ່ງເຂົ້າຈັບຕົວພວກກ່ຽວ ແລ້ວກວດເບິ່ງແກັດເຄື່ອງຝາກ ຈຶ່ງຮູ້ວ່າເປັນຢາເສບ ຕິດ(ຢາບ້າ) ຈາກນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ນຳຕົວ ທ້າວ ຄອນສະຫວັນ (ບີດ) ອາຍຸ 24 ປີ ອາຊີບ ນັກສຶກສາ ບ້ານ ສອນໄຊ ນະຄອນ ໄກສອນ ພົມວິຫານ ແລະ ທ້າວ ວັນມະນີ (ຕາໂລ້) ອາຍຸ 23 ປີ ບ້ານ ໂພນສະອາດ ນະຄອນ ໄກສອນ ພ້ອມຂອງກາງຢາເສບຕິດ(ຢາບ້າ) ມີ10 ຖົງນ້ອຍ ຈຳນວນ 2.023 ເມັດ(ສອງພັນຊາວສາມເມັດ) ໄດ້ເຂົ້າມາ ປກສ ນະຄອນ ຜ່ານການສືບສວນ-ສອບສວນ ພວກກ່ຽວທັງສອງໃຫ້ການຮັບສາລະພາບວ່າຢາເສບຕິດ(ຢາບ້າ)ຈຳນວນດັ່ງກ່າວແມ່ນເປັນຂອງທ້າວ ຄອນສະຫວັນ (ບີດ) ໄດ້ສັ່ງຊື້ມາຈຳໜ່າຍຂາຍໃຫ້ລູກຄ້າ. ຮອດເວລາ 17 ໂມງ ຂອງວັນດຽວກັນ ໄດ້ມີນາງ ສຸດໃຈ ໂທລະສັບມາຫາ ທ້າວ ຄອນສະຫວັນ(ບີດ) ວ່າໄດ້ມີລູກຄ້າຝາກເຄື່ອງ(ຢາບ້າ) ມາແຕ່ນະຄອນຫຼວງວຽງ ຈັນອີກ,ມາໃຫ້ລູກຄ້າຢູ່ສະຫວັນນະເຂດ ຊຶ່ງເມື່ອເຄື່ອງມາຮອດໃຫ້ຜູ້ກ່ຽວມາຮັບແລ້ວເອົາເຄື່ອງໄປສົ່ງໃຫ້ ທ້າວ ແອ ຄົນບ້ານໃຜ່ ເມືອງຈຳພອນ ແຂວງສະຫວັນນະເຂດ ຢູ່ຫຼັກ 35, ທ້າວ ຄອນສະ ຫວັນ(ບີດ) ຈິ່ງໄດ້ຕອບຕົກລົງ.

ຮອດໃນວັນທີ 12 /10/2021 ເວລາປະມານ 16 ໂມງທາງເຈົ້າທີ່ໄດ້ກັກຕົວ ທ້າວ ສູນທອນ ຄໍາໃສ ອາຍຸ 36 ປີ ອາຊີບ ກໍາມະກອນ ບ້ານ ທ່າພະລານໄຊ ເມືອງ ສີສັດຕະນາດ ນະຄອນຫຼວງວຽງຈັນ ພ້ອມດ້ວຍລົດ ຍີ່ຫໍ້ ອີສຸຊຸ ຫົກລໍ້,ສີປອນ,ເລກ ບຂ 9250 ກໍາແພງນະຄອນ. ເຊິ່ງຜ່ານການກວດກາຄົ້ນລົດຄັນດັ່ງກ່າວແມ່ນພົບເຫັນຂອງກາງ ຢາເສບຕິດ(ຢາບ້າ) 17 ມັດ (ສິບເຈັດມັດ) ແລະ ອີກ 28 ເມັດ(ຊາວແປດເມັດ) ແລະມີຈໍານວນທັງໜົດ 34.028 ເມັດ(ສາມສິບສີ່ພັນຊາວແປດເມັດ) ທີ່ໃສ່ໄວ້ໃນແກັດນ້ຳດື່ມຫົວເສືອປະໄວ້ຢູ່ຂ້າງບ່ອນນັ່ງຄົນຂັບ,ເຊິ່ງຈຸດກັກຕົວແມ່ນຢູ່ເສັ້ນທາງເລກ09 ຂອບເຂດບ້ານ ອຸດົມວິໄລ ນະຄອນ ໄກສອນ ພົມວິຫານ ແລະ ພາຍຫຼັງເຈົ້າໜ້າທີ່ກັກຕົວ ທ້າວ ສູນທອນ ຄຳໃສ ແລ້ວ ເຊິ່ງທາງເຈົ້າໜ້າຈິ່ງໄດ້ໃຫ້ທ້າວ ຄອນສະຫວັນ (ບີດ)ໂທລະສັບຫາ ທ້າວ ແອ ໃຫ້ມາຮັບເອົາເຄື່ອງ(ຢາບ້າ) ຢູ່ທີ່ປໍ້ານໍ້າມັນ ປຕທ ຂອບເຂດບ້ານ ຫຼັກ 35 ເມືອງ ຈຳພອນ.

ຮອດເວລາປະມານ 19 ໂມງຂອງວັນດຽວກັນ ໄດ້ມີ ທ້າວ ສັກດາ (ຕົ້ນ) ອອກມາຮັບເອົາເຄື່ອງ(ຢາບ້າ)ຈຳນວນດັ່ງກ່າວ ເຊິ່ງແມ່ນ ທ້າວ ແອ ເປັນຄົນບອກໃຫ້ອອກມາຮັບເອົາເຄື່ອງ ຢູ່ຈຸດປ້ຳນ້ຳມັນຕາມທີ່ໄດ້ນັດກັນ ດັ່ງນັ້ນຈຶ່ງຖືກເຈົ້າທີ່ກັກຕົວ ແລະ ສ່ວນທ້າວ ແອ ເຈົ້າຂອງເຄື່ອງ (ຢາບ້າ)ແມ່ນໄດ້ເອົາຕົວຫຼົບໜີ ປັດຈຸບັນທາງເຈົ້າໜ້າທີ່ແມ່ນຈະໄດ້ນຳຕົວຜູ້ກ່ຽວມາດໍາເນີນຄະດີຕາມບະບຽບກົດໝາຍບ້ານເມືອງຕໍ່ໄປ.

ຂໍ້ມູນ: Lao National Radio

LEAVE A REPLY

Please enter your comment!
Please enter your name here