ສືບຕໍ່ມາດຕະການຮອດ 30 ຕຸລາ 2021

0
4335

ຂປລ. ລັດຖະບານ ໄດ້ເພີ່ມຄວາມເຂັ້ມງວດ ແລະ ສືບຕໍ່ປະຕິບັດບັນດາມາດຕະການໄປຕື່ມອີກ 15 ວັນ, ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 16 ຕຸລາ ຫາ ເວລາ 24:00 ໂມງ ຂອງວັນທີ 30 ຕຸລາ 2021

ເພື່ອເຮັດແນວໃດ ບໍ່ໃຫ້ພົນລະເມືອງລາວ ກໍຄື ຊາວຕ່າງດ້າວ ທີ່ອາໄສຢູ່ດິນແດນລາວ ຕິດເຊື້ອພະຍາດໂຄວິດ-19 ແລະ ເສຍຊິວິດໃຫ້ໜ້ອຍທີ່ສຸດ. ພ້ອມກັນນີ້, ກໍເພື່ອໃຫ້ມີການສົມດຸນ ແລະ ກົມກຽວກັນ ໃນ 3 ມາດຕະການ ລະຫວ່າງ “ມາດຕະການດ້ານການແພດ, ມາດຕະການດ້ານການບໍລິຫານ ແລະ ມາດຕະການດ້ານເສດຖະກິດ’’.

ນອກຈາກນີ້, ກໍຕ້ອງໄດ້ຄຳນຶງເຖິງຜົນກະທົບທາງລົບ ຕໍ່ການພັດທະນາເສດຖະກິດ ແລະ ການດຳລົງຊິວິດຂອງປະຊາຊົນ, ໂດຍພະຍາ ຍາມສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ທຳມາຫາກິນ ແລະ ດຳລົງຊິວິດປົກກະຕິໃນເງື່ອນໄຂໃໝ່ (ດຳລົງຊິວິດປົກກະຕິແບບໃໝ່) ພ້ອມທັງ, ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ.

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຫລງຂ່າວ ໃນວັນທີ 15 ຕຸລາ 2021 ທີ່ກະຊວງສາທາລະນະສຸກ ວ່າ:

ລັດຖະບານ ມີຄວາມຈຳເປັນຕ້ອງໄດ້ເພີ່ມຄວາມເຂັ້ມງວດ ແລະ ສືບຕໍ່ປະຕິບັດບັນດາມາດຕະການ, ເຊິ່ງມາດຕະການລວມ 3 ຂໍ້ ແລະ ມາດຕະການສະເພາະ ໃນເຂດທີ່ມີການລະບາດໃນຊຸມຊົນ 11 ຂໍ້, ພ້ອມທັງໄດ້ກໍານົດມາດຕະການຜ່ອນ ຜັນ 13 ຂໍ້ ດັ່ງນີ້:

ສຳລັບມາດຕະການຕ້ອງເພີ່ມທະວີ ການຈັດຕັ້ງປະຕິບັດໃນບາງດ້ານ ໂດຍສະເພາະມາດຕະ ການລວມ:

1) ສືບຕໍ່ສຸມໃສ່ການສັກວັກຊິນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້ ດ້ວຍການກຳນົດແຜນອັນລະອຽດ, ມີແຜນຕິດຕາມທີ່ເປັນລະບົບຄົບຊຸດ ແລະ ດຳເນີນໃຫ້ໄວຂຶ້ນກວ່າເກົ່າ; ສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃນສະຖານທີ່ຕ່າງໆທີ່ກະກຽມໄວ້ ໃຫ້ຖືກຕ້ອງຕາມຫລັກວິຊາການ.

2) ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ. ສ່ວນພາຫະນະຂົນ ສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 3.11 ຂອງແຈ້ງການສະບັບນີ້.

3) ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆ ຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈຳເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະ ການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາ ແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ.

ສ່ວນມາດຕະການສະເພາະ ໃນເຂດທີ່ມີການລະບາດໃນຊຸມຊົນແມ່ນ

2) ຫ້າມເປີດຮ້ານນວດ, ຮ້ານເສີມຄວາມງາມ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫລາດກາງຄືນ, ສວນອາຫານ ແລະ ສະ ຖານທີ່ທ່ອງທ່ຽວ;

3) ປິດບັນດາໂຮງງານອຸດສາຫະກໍາ ແລະ ບັນດາວິສາຫະກິດ ຢູ່ເຂດທີ່ມີການລະ ບາດພາຍໃນໂຮງງານ ແລະ ໃນຊຸມຊົນ, ຍົກເວັ້ນໂຮງງານທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ, ໂຮງງານທີ່ຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການແພດ, ແຕ່ໃຫ້ມີການຄຸ້ມຄອງຮັບປະກັນຕາມມາດຕະການ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຖ້າຫົວໜ່ວຍທຸລະກິດໃດບໍ່ໃຫ້ການຮ່ວມມື ແລະ ບໍ່ປະຕິບັດຕົວຈິງຕໍ່ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດຂອງໂຄວິດ-19 ຕ້ອງໂຈະຊົ່ວຄາວ ຈຶ່ງຈະພິຈາລະນາຄືນ;

4) ຫ້າມບຸກຄົນເດີນ ທາງ ເຂົ້າ-ອອກ ຕາມການກໍານົດຂອງຄະນະສະເພາະກິດ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການຂົນສົ່ງສິນຄ້າ;

5) ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ;

6) ຫ້າມຈັດງານສັງສັນ ຫລື ຊຸມແຊວທຸກຮູບແບບຢູ່ທຸກສະຖານທີ່;

7) ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ;

8) ປິດການສັນຈອນຂອງພາຫະນະ ຢູ່ນະຄອນຫລວງວຽງຈັນ ແລະ ບັນ ດາແຂວງ ທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 22:00 ໂມງ-05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດລົດຂອງເຈົ້າໜ້າທີ່ປະຕິບັດງານ ແລະ ລົດທີ່ໄດ້ຮັບອະນຸຍາດຈາກຄະນະສະ ເພາະກິດ;

9) ປິດການຮຽນ-ການສອນ ສຳລັບການສຶກສາທຸກຊັ້ນທຸກສາຍ ແລະ ສືບຕໍ່ເລື່ອນການເປີດສົກຮຽນ ສຳລັບການສຶກສາທຸກຊັ້ນທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະສຶກສາ, ການສຶກສາຄູ ແລະ ການສຶກສາຊັ້ນສູງ;

10) ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫລື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫລາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກໍາທາງສາສະໜາ, ງານບຸນປະເພນີ, ງານດອງ, ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະ ເພາະກິດຂັ້ນສູນກາງ ຫລື ຂັ້ນແຂວງ. ສຳລັບບັນດາກະຊວງ-ອົງການທຽບເທົ່າທີ່ຈະດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກຕົນ ແມ່ນໃຫ້ສະເໜີແຜນປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ-19 ໃນໄລຍະດໍາເນີນກອງປະຊຸມ, ແລ້ວສະເໜີ ຫາຄະນະສະເພາະກິດ ພິຈາລະນາເປັນແຕ່ລະກໍລະນີ;

11) ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ອະນຸຍາດໃຫ້ພະນັກງານ ແລະ ລັດຖະກອນ ຜັດປ່ຽນກັນມາປະຈຳການ ຫລື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ, ສໍາລັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ຍິງຖືພາ ທີ່ບໍ່ສາມາດຮັບວັກຊິນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.

ສຳລັບມາດຕະການສືບຕໍ່ຜ່ອນຜັນ

1. ໃຫ້ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫລາດສົດ, ຕະຫລາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈວລ້າງມື, ມີການຈັດສັນທາງເຂົ້າ-ອອກ ໃຫ້ເປັນລະບຽບ ແລະ ໂດຍເປີດການບໍລິການຂອງຕົນ ແມ່ນບໍ່ເກີນເວລາ 20:00 ໂມງ ຢ່າງເດັດຂາດ.

2. ການຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ ເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021 ຢ່າງເຂັ້ມງວດ.

3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ໂດຍໃຫ້ບໍ ລິການສະເພາະຕັດແຕ່ງຜົມເທົ່ານັ້ນ, ສ່ວນການບໍລິການອື່ນໆ ແມ່ນຫ້າມເດັດຂາດ ແລະ ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ. ສໍາລັບເຈົ້າຂອງຮ້ານ, ພະນັກງານບໍລິການ ແລະ ຜູ້ມາໃຊ້ບໍລິການ ຕ້ອງໄດ້ຮັບວັກຊິນຄົບກ່ອນ, ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ, ແຜ່ເຊື້ອຢ່າງເຂັ້ມງວດ ແລະ ໃຫ້ເປີດບໍລິການບໍ່ເກີນ 19:00 ໂມງ ຢ່າງເດັດຂາດ.

4. ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ, ຮ້ານເສີມສວຍ, ຮ້ານເສີມຄວາມງາມ, ຮ້ານຕັດຜົມ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊິນຄົບ, ທັງໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ເປິດບໍລິ ການບໍ່ເກີນ ເວລາ 20:00 ໂມງ ຢ່າງເດັດຂາດ.

5. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ ຢູ່ເຂດທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ ຢ່າງເດັດຂາດ ແລະ ຕ້ອງປະ ຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສໍາລັບເຂດທີ່ມີການລະບາດ ແມ່ນອະນຸຍາດໃຫ້ຊື້ກັບເມືອເຮືອນເທົ່ານັ້ນ.

6. ອະນຸຍາດໃຫ້ເປີດໂຮງຈັກໂຮງງານ ແລະ ວິສາຫະກິດ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ ເພື່ອດຳເນີນກິດຈະການໄດ້ ໂດຍພະນັກງານ, ກໍາມະກອນ ຕ້ອງໄດ້ຮັບວັກຊິນຄົບກ່ອນ ແລະ ບໍ່ໄດ້ພັກພາອາໄສ ຢູ່ພື້ນທີ່ທີ່ມີການລະບາດໃນຊຸມຊົນ (ເຂດແດງ). ສໍາລັບໂຮງງານໃດ ທີ່ມີເງື່ອນໄຂ ກໍໃຫ້ຈັດທີ່ພັກອາໄສກັບທີ່ໃຫ້ແຮງງານຂອງຕົນ ເພື່ອຫລຸດຜ່ອນຄວາມສ່ຽງໃນການຕິດເຊື້ອ. ໃຫ້ສ້າງແຜນການປ້ອງກັນລະອຽດ ແລ້ວຂໍອະນຸຍາດຈາກຄະນະສະເພາະກິດທີ່ກ່ຽວຂ້ອງ.

7. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມຢູ່ສະຖານທີ່ ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນ ຫະພູມ, ການຮັກສາໄລຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈວລ້າງມື, ໄດ້ຮັບວັກຊິນຄົບ ໂດຍບໍ່ກວດຫາເຊື້ອພະຍາດ ໂຄວິດ-19. ກໍລະນີການຈັດປະຊຸມຢູ່ຕ່າງແຂວງ ແມ່ນຕ້ອງຂໍອະນຸຍາດຄະນະສະເພາະກິດແຂວງດັ່ງກ່າວລ່ວງໜ້າ.

8. ໃຫ້ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມ ທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກໍານົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວແຕ່ລະມື້ ໂດຍໃຫ້ມີການບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.

9. ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ປົກກະຕິ.

10. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງແຂວງຕໍ່ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ. ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈໍາກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫລື ໄດ້ດຳລົງຊີວິດຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະ ເມືອງລາວ. ສໍາລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຈາກແຂວງຕົ້ນທາງ ແລະ ປາຍທາງ.

11. ສືບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າເຂົ້າ-ອອກ ລະຫວ່າງແຂວງ ຫາແຂວງ ແລະ ນະຄອນຫລວງວຽງຈັນ ຫາແຂວງປາຍທາງໄດ້ ໂດຍບໍ່ຈຳ ເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດໂຄວິດ-19 ແລະ ບໍ່ຈໍາກັດບໍລິເວນ ຢູ່ແຂວງປາຍທາງ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ໂດຍໃຫ້ສືບຕໍ່ດຳເນີນການຂົນສົ່ງລະຫວ່າງປະເທດ ໂດຍປະຕິບັດຕາມມາດຕະການທີ່ລະບຸໄວ້ໃນແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021 ຢ່າງເຂັ້ມງວດ ແລະ ເປັນເອກະພາບ, ພ້ອມດຽວກັນນັ້ນ ຄົນຂັບລົດສິນຄ້າລະຫວ່າງປະເທດ ທີ່ຈຳເປັນຕ້ອງຂັບລົດເຂົ້າມາໃນ ສປປ ລາວ ຕ້ອງໄດ້ຮັບວັກຊິນຄົບ.

13. ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ. ແຕ່ຕ້ອງແມ່ນສູນກິລາ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ, ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫລົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

LEAVE A REPLY

Please enter your comment!
Please enter your name here