ຜ່ານຄວາມດຸໝັ່ນຂະຫຍັນແຂງມາເປັນເວລາຫຼາຍປິ ຂອງປະຊາຊົນສອງຊາດ ລາວ-ຈີນ,ໃນຂະນະນີ້,ທາງລົດໄຟລາວ-ຈີນກໍໃກ້ຈະເປີດດຳເນີນການແລ້ວ,ວຽກງານກໍ່ສ້າງທາງລົດໄຟກໍໃກ້ຈະສໍາເລັດຢ່າງຈົບງາມ.ຫຼັງທີ່ທາງລົດໄຟເປີດການບໍລິການແລ້ວ, ການດໍາເນີນການທາງລົດໄຟໃຫ້ມີຄວາມປອດໄພ ແມ່ນສິ່ງທີ່ປະຊາຊົນລາວ-ຈີນສອງປະເທດໃຫ້ສຳຄັນສູງ.
![](https://tholakhong.com/wp-content/uploads/2021/10/img_20211018_1104354950918573513609037.jpg)
ການສະໜອງໄຟຟ້າໃຫ້ແກ່ລະບົບຈ່າຍໄຟເໜືອຫົວ ແລະ ສາຍໄຟຕາມເສັ້ນທາງລົດໄຟໃຫ້ເປັນປົກກະຕິ ແລະ ໝັ້ນຄົງແມ່ນເປັນການຮັບປະກັນຄວາມປອດໄພໃນການເປີດດໍາເນີນການທາງລົດໄຟທີ່ສໍາຄັນ,ການທໍາລາຍວັດສະດຸອຸປະກອນໄຟຟ້າຂອງທາງລົດໄຟບໍ່ພຽງແຕ່ເປັນອັນຕະລາຍຕໍ່ຄວາມປອດໄພດ້ານການດໍາເນີນການຂອງທາງລົດໄຟ ແຕ່ຍັງຈະເຮັດໃຫ້ເກີດເຫດການໄຟຟ້າຊັອດຈົນເຖິງແກ່ຊີວິດໄດ້.
![](https://tholakhong.com/wp-content/uploads/2021/10/img_20211018_1104588037519515969931626.jpg)
ເຄື່ອງອຸປະກອນໄຟຟ້າຂອງທາງລົດ ໄຟລາວ-ຈີນ ເລີ່ມມີການຊັກນໍາໄຟຟ້າຕັ້ງແຕ່ ເດືອນ 8 ປີ 2021 ນີ້, ສ່ວນລະບົບຈ່າຍໄຟ ເໜືອຫົວ ແມ່ນຈະເລີ່ມຊັກນໍາໄຟຟ້າແຕ່ຕົ້ນເດືອນ 10 ເປັນຕົ້ນໄປ,ເພື່ອຮັບປະກັນໃຫ້ທາງລົດໄຟລາວ-ຈີນສາມາດເປີດການບໍລິການໄດ້ຕາມກໍານົດ ແລະ ຮັບປະກັນດ້ານຄວາມປອດໄພຂອງປະຊາຊົນ ແລະ ຄວາມປອດໄພໃນການດໍາເນີນການ ສະນັ້ນ, ທາງລົດໄຟລາວ-ຈີນ ຈໍາກັດຈຶ່ງຂໍແຈ້ງເຕືອນມາຍັງພໍ່ແມ່ພີ່ນ້ອງປະຊາຊົນທັງປວງໃຫ້ປະຕິບັດຕາມກົດລະບຽບດ້ານຄວາມປອດໄພດັ່ງຕໍ່ໄປນີ້:
![](https://tholakhong.com/wp-content/uploads/2021/10/img_20211018_1105073233914873827918795.jpg)
1.ຫ້າມລັກ,ທໍາລາຍສາຍເຄເບິ້ນ,ສາຍໄຟຂອງທາງລົດໄຟ ແລະ ເຄື່ອງອຸປະກອນ ລະບົບຈ່າຍໄຟເໜືອຫົວ ແລະ ເຄື່ອງຕິດຕັ້ງໄຟຟ້າອື່ນໆ ຢ່າງເດັດຂາດ. ກໍລະນີຫາກພົບເຫັນ ນອກຈາກຈະໃຫ້ຊົດເຊີຍຄ່າເສຍຫາຍທາງເສດຖະກິດແລ້ວ ຍັງຈະຕ້ອງມອບໃຫ້ໜ່ວຍງານກົດໝາຍທີ່ກ່ຽວຂ້ອງດໍາເນີນຄະດິຕາມກົດໝາຍ.
![](https://tholakhong.com/wp-content/uploads/2021/10/img_20211018_1104229056717314428614446.jpg)
2.ມວນຊົນໃນສັງຄົມຖ້າຫາກພົບເຫັນເຄື່ອງອຸປະກອນໄຟຟ້າຂອງທາງລົດໄຟຖືກລັກ, ທໍາລາຍ,ມ້າງເພ,ເກີດອັກຄີໄຟ ແລະ ອື່ນໆ,ຈະຕ້ອງໄດ້ລາຍງານຕໍ່ພະນັກງານທີ່ຢູ່ໃນສະຖານີທີ່ໃກ້ຄຽງ ຫຼື ເຈົ້າໜ້າທີ່ຕໍາຫຼວດທີ່ຮັບຜິດຊອບດ້ານຄວາມປອດໄພຂອງທາງລົດໄຟທັນທີ.
3.ຫ້າມຖິ້ມ ຫຼື ໂຍນ ວັດຖຸສິ່ງຂອງໃສ່ລະບົບຈ່າຍໄຟເໜືອຫົວ ຂອງທາງລົດຢ່າງເດັດຂາດ, ຫ້າມປັດສະວະໃສ່ສາຍສົ່ງກາງຫາວທີ່ຢູ່ບໍລິເວນຂົວເທິງທາງລົດໄຟເດັດຂາດ.
![](https://tholakhong.com/wp-content/uploads/2021/10/img_20211018_1104475359938354915198249.jpg)
4.ຫ້າມປ່ອຍວ່າວ, ລູກປູມເປົ້າ ແລະ ວັດຖຸທີ່ສາມາດລອຍໃນອາກາດພາຍໃນຂອບເຂດ 500 ເເມັດ ທັງສອງເບື້ອງຂອງລະບົບຈ່າຍໄຟເໜືອຫົວ ຢ່າງເດັດຂາດ.
5.ຫ້າມປີນໄຕ່ຂຶ້ນເສົາໄຟຟ້າທີ່ຢູ່ຕາມທາງລົດໄຟ ຫຼື ຕິດຕັ້ງອຸປະກອນຕ່າງໆໃສ່ເທິງເສົາໄຟຟ້າ.
![](https://tholakhong.com/wp-content/uploads/2021/10/img_20211018_1105205594767352717199270.jpg)
6.ຫ້າມຂຸດດິນ,ຕອກເສົາເຂັມ,ເຈາະຂຸດຄົ້ນ ຫຼື ປ່ອຍນ້ຳເປື້ອນ,ຖີ້ມຂີ້ເຫຍື້ອຍ ແລະ ວັດຖຸຕ່າງໆທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງທາງລົດໄຟພາຍໃນຂອບເຂດ 20 ເເມັດ
ຂອງເສົາໄຟຟ້າ ແລະ ຫ້າມດຶງສາຍໄຟ, ສາຍເຄເບິ້ນທີ່ຢູ່ອ້ອມຂ້າງຕາມແລວທາງລົດໄຟຢ່າງເດັດຂາດ.
7.ຫ້າມສໍາພັດກັບລະບົບຈ່າຍໄຟເໜືອຫົວຂອງທາງລົດໄຟຢ່າງເດັດຂາດ.
![](https://tholakhong.com/wp-content/uploads/2021/10/img_20211018_11054246498599529259315.jpg)
8.ຖ້າຫາກພົບເຫັນສາຍໄຟລະບົບຈ່າຍໄຟເໜືອຫົວ ຂາດ ແລະ ຊິ້ນສ່ວນຂອງມັນມີການເປ່ເພເສຍຫາຍ ຫຼື ມີປາຍຂອງສາຍໄຟ,ສາຍເຊືອກ ແລະ ວັດຖຸຕ່າງໆທີ່ແຂວນຫ້ອຍຢູ່ເທິງລະບົບຈ່າຍໄຟເໜືອຫົວ ແມ່ນຫ້າມບໍ່ໃຫ້ໄປສໍາພັດເດັດຂາດ ໃນເວລາດຽວກັນນັ້ນໃຫ້ຮັກສາໄລຍະຫ່າງຄວາມປອດໄພ 10 ແມັດ ຂຶ້ນໄປ. ຖ້າຫາກພົບເຫັນສິ່ງຜິດປົກກະຕິຕ້ອງລາຍງານຕໍ່ສະຖານີທີ່ໃກ້ຄຽງໃຫ້ທັນເວລາ.
9.ຫ້າມຈູດປ່າ, ລ້ຽງສັດ, ປູກພືດພັນ ແລະ ປູກຕົ້ນໄມ້ອື່ນໆ ພາຍໃນຂອບເຂດຮັກສາຄວາມປອດໄພຂອງແລວທາງລົດໄຟຢ່າງເດັດຂາດ ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມປອດໄພຂອງເສັ້ນທາງລົດໄຟ ແລະ ການແລ່ນລົດໄຟ.
![](https://tholakhong.com/wp-content/uploads/2021/10/img_20211018_1105292137589534588666841.jpg)
10.ບຸກຄົນທີ່ບໍ່ເເມ່ນພະນັກງານທາງລົດໄຟ, ຫ້າມເຂົ້າໄປໃນຮົ້ວປ້ອງກັນຂອງທາງລົດໄຟ ແລະ ສະຖານນີໄຟຟ້າແບບຂັບເຄື່ອນຂອງທາງລົດໄຟຢ່າງເດັດຂາດ, ຫ້າມເຂົ້າໄປຫຼິ້ນ, ລ້ຽງສັດ ຫຼື ຢືນຈຶ້ງຢູ່ພາຍໃນຖະໜົນທາງລົດໄຟ ຢ່າງເດັດຂາດ.
11.ບຸກຄົນທີ່ບໍ່ແມ່ນພະນັງການທາງລົດໄຟ, ຫ້າມເຂົ້າໄປໃນອາຄານຄວບຄຸມລະບົບໄຟຟ້າຂອງທາງລົດໄຟຢ່າງເດັດຂາດ, ຫ້າມບໍ່ໃຫ້ຈັບສະວິດສ໌ ຫຼື ປຸ່ມຕ່າງໆເພື່ອຫຼີກຫຼ່ຽງບໍ່ໃຫ້ມີຜົນກະທົບຕໍ່ການດໍາເນີນງານຂອງອຸປະກອນ ແລະ ນໍາໄປສູ່ບັນຫາຄວາມປອດໄພຂອງການຂັບຂີ່ຂອງລົດໄຟ ແລະ ຄວາມປອດໄພຂອງຄົນ.
![](https://tholakhong.com/wp-content/uploads/2021/10/photocollage_20211018_1111286357548661828087370988-scaled.jpg)