ຊົມເຊີຍ! ສະຫວັນນະເຂດ ຍັງມີຜູ້ປີ່ນປົວຢູ່ໂຮງໝໍສະໜາມ 370 ຄົນ ເທົ່ານັ້ນ

0
1061

ຕາມການລາຍງານ ຂອງພະແນກສາທາລະນະສຸກ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ໃນມື້ນີ້້, ວັນທີ 20 ຕຸລາ 2021 ເວລາ 9:30 ໂມງ ໄດ້ມີພິທີມອບ – ຮັບ ຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 55 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9 ຈຳນວນ 52 ຄົນ ແລະ ໂຮງໝໍສະໜາມ ແພໄໝ 3 ຄົນ.

ເຊີ່ງໃນປະຈຸບັນ ແຂວງສະຫັວນນະເຂດ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ 7.510 ຄົນ, ປີ່ນປົວດີເເລ້ວສະສົມ 7.140 ຄົນ, ຍັງປີ່ນປົວຢູ່ໂຮງໝໍສະໜາມ 370 ຄົນ, ເສັຍຊີວິດສະສົມ 10 ຄົນ,ຍິງ 2 ຄົນ.ໃນການມອບ-ຮັບ ຄັ້ງນີ້ ກຸ່ມວຽກຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໄດ້ສຸຂະສຶກສາ ໃຫ້ຄວາມຮູ້ກັບຜູ້ທີ່ປີ່ນປົວດີເເລ້ວ ແລະ ຄອບຄົວ ດັ່ງນີ້:

-ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ,ບ້ານ ແລະ ສະຖານທີ່ສ່ວນຕົວ.

-ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

-ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

ຂ່າວ-ພາບ: ສຸກສາຄອນ ໂກດຫລຽນທອງ

LEAVE A REPLY

Please enter your comment!
Please enter your name here