ພິທີຄອບໄຂ່ວມະເຫສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ ເນື່ອງຈາກປີນີ້ບໍ່ສາມາດຈັດງານບຸນອອກພັນສາປະວໍຣະນາ

0
4847

ໃນຕອນເຊົ້າ ວັນທີ 20 ຕຸລາ ທ່ານ ດວງຕາ ສຸລີວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍຄະນະ ແລະເຖົ້າແກ່ແນວໂຮມ ໄດ້ຈັດພິທີຄອບໄຂ່ວມະເຫສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ ເນື່ອງຈາກປີນີ້ບໍ່ສາມາດຈັດງານບຸນອອກພັນສາປະວໍຣະນາ, ປະເພນີນ່ານນ້ຳຊ່ວງເຮືອທ່າວັດຈັນ ແລະ ໄຫລເຮືອໄຟ ອັນເປັນຮີດຄອງທີ່ສືບທອດກັນມາຕັ້ງແຕ່ດົນນານ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19.

ຕາມປົກກະຕິແລ້ວຫລັງບຸນອອກພັນສາປະວໍຣະນາແລ້ວ ການແຂ່ງຂັນເຮືອຊ່ວງຖືເປັນປາງບຸນໃຫຍ່ປະຈຳປີຂອງຊາວນະຄອນຫລວງວຽງຈັນ ກໍຄືທົ່ວປະເທດ ຄຽງຄູ່ກັນກໍໄດ້ຈັດງານຕະຫລາດນັດຄົບງັນຢ່າງຄຶກຄື້ນມ່ວນຊື່ນເປັນເວລາຫລາຍວັນ ຖືເປັນການກະຕຸ້ນເສດຖະກິດ ແລະການທ່ອງທ່ຽວ ພ້ອມດຽວກັນກໍໄດ້ເປັນວາລະແຫ່ງການເຕົ້່າໂຮມຄວາມສາມັກຄີຂອງບັນດາສີພາຍເຮືອຊ່ວງແຕ່ລະບ້ານ ແຕ່ລະກົມກອງ ພ້ອມທັງຊາວບ້ານກອງເຊຍທີ່ຍົກຂະບວນກັນມາເຕົ້າໂຮມສ້າງຄວາມມ່ວນຊື່ນທີ່ທ່າວັດຈັນ.

ແຕ່ເນື່ອງຈາກສະຖານນະການການແຜ່ລະບາດຂອງພະຍາດໂຄວິດທີ່ຍັງຫນ້າເປັນຫ່ວງ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດຕາມມາດຕະການທີ່ທາງຂັ້ນເທິງວາງອອກຢ່າງເຄັ່ງຄັດເຮັດໃຫ້ບຸນຊ່ວງເຮືອປີນີ້ຕ້ອງໂຈະໄປເສຍກ່ອນ.

ຂ່າວ: ກິນທີ່ນີ້, ທ່ຽວທີ່ນີ້

ພາບໂດຍ:ສອນດາຣາ.

LEAVE A REPLY

Please enter your comment!
Please enter your name here