ລາຍງານຜູ້ຕິດໃໝ່ມື້ນີ້ ຕິດເພີ່ມ +648 ແລະ ເສຍຊີວິດໃໝ່ +2

0
3684

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 24 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ເພີ່ມ 2 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:

ຜູ້ເສຍຊີວິດ ທີ 1: ເພດຍິງ, ອາຍຸ 70 ປີ, ປະຈຸບັນຢູ່ບ້ານ ດານສະຫວັນ ເມືອງແກ້ວອຸດົມ, ແຂວງວຽງຈັນ

  • ຄົນເຈັບໄດ້ໄປສະຖານທີທີ່ສ່ຽງ ຢູ່ພາຍໃນບ້ານດານສະຫວັນ ແລະ ໂຮງໝໍແຂວງ ທີ່ມີຄົນຕິດເຊື້ອ
  • ຄອບຄົວຜູ້ກ່ຽວມີຜູ້ຕິດເຊື້ອນຳກັນ 06 ຄົນ
  • ພະຍາດປະຈໍາຕົວ: ເປັນພະຍາດຫົວໃຈຊຸດໂຊມ, ຄວາມດັນເລືອດສູງ ໄດ້ກີນຢາປະຈໍາເປັນເວລາຫລາຍປີ, ເຄື່ອນໄຫວໄປມາບໍ່ໄດ້ ໄດ້ນອນກັບທີ່
  • ຍັງບໍ່ໄດ້ຮັບການສັກຢາວັກຊີນ
  • ວັນທີ 16 ຕຸລາ 2021: ຜູ້ກ່ຽວມີອາການໄອ, ຫາຍໃຈຝືດ, ແໜ້ນໜ້າເອິກ, ກິນດື່ມໄດ້ເລັກໜ້ອຍ ແລະ ບໍ່ມີອາການໄຂ້
  • ວັນທີ 17 ຕຸລາ 2021: ຜູ້ກ່ຽວ ໄດ້ມາກວດພະຍາດ ເພື່ອແທກຫົວໃຈ ຢູ່ໂຮງໝໍແຂວງ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19
  • ວັນທີ 18 ຕຸລາ 2021: ຜູ້ກ່ຽວ ໄດ້ລໍຖ້າຜົນກວດ ຢູ່ບ້ານ ແລະ ຈົນມາຮອດເວລາ 13 ໂມງ 30 ນາທີ ຂອງມື້ດຽວກັນນັ້ນ, ຜູ້ກ່ຽວມີອາການອິດເມື່ອຍ, ຫາຍໃຈຝຶດ, ແໜ້ນໜ້າເອິກ, ໄອຫລາຍ ແລະ ນອນບໍ່ໄດ້ ຈື່ງໄດ້ມາກວດ ແລະ ນອນປີ່ນປົວຢູ່ໂຮງໝໍແຂວງ
  • ວັນທີ 19 ຕຸລາ 2021: ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ທີ່ເມືອງໂພນໂຮງ ແຂວງວຽງຈັນ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 18-23 ຕຸລາ 2021 ເປັນເວລາ 06 ວັນ
  • ມາຮອດເວລາ 07 ໂມງ 15 ນາທີເຊົ້າ ຂອງວັນທີ 23 ຕຸລາ 2021: ຜູ້ກ່ຽວອາການອີດເມື່ອຍຫລາຍ, ຈືດມ້ານ ຫລາຍ, ຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ແພດໝໍໄດ້ສຸມທຸກກຳລັງເພື່ອເຊີດຊູຄົນເຈັບ ແຕ່ອາການຄົນເຈັບບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງ.

ຜູ້ເສຍຊີວິດ ທີ 2: ເພດຍິງ, ອາຍຸ 31 ປີ, ອາຊີບ ພະນັກງານອາສາສະໜັກ, ບ້ານຢູ່ ບ້ານຊຽງຫວາງທ່າ, ເມືອງ ໜອງບົກ,  ແຂວງຄຳມ່ວນ

  • ຜູ້ກ່ຽວມີພະຍາດປະຈຳຕົວ: ພະຍາດຫົວໃຈ
  • ໄດ້ສັກຢາວັກຊີນຊີໂນຟາມຄົບ 2 ເຂັມ
  • ວັນທີ 16 ຕຸລາ 2021: ມີອາການໄອ, ຫາຍໃຈຝືດ ແລະ ແໜ້ນໜ້າເອິກ ແຕ່ບໍ່ມາປີ່ນປົວຢູ່ສະຖານທີບໍລິການສາທາລະນະສຸກ, ຄອບຄົວໄດ້ພາຜູ້ກ່ຽວປີ່ນປົວດ້ວຍໄສຍະສາດ ແລະ ປີ່ນປົວຕາມຮິດຄອງປະເພນີ)
  • ວັນທີ 22 ຕຸລາ 2021: ຜູ້ກ່ຽວມີອາການໜັກ, ຫາຍໃຈຝຶດ ແລະ ທ້ອງເບັງ ຈື່ງໄດ້ມາກວດຢູ່ໂຮງໝໍແຂວງຄໍາມ່ວນ ພ້ອມທັງໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະໃນມື້ດຽວກັນຜົນກວດອອກແມ່ນພົບເຊື້ອພະຍາດໂຄວິດ-19 ແລ້ວນໍາສົ່ງເຂົ້າມານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ວັດທະນາທໍາແຂວງ , ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູ ແຕ່ເນື່ອງຈາກຜູ້ກ່ຽວມາປີ່ນປົວໃນໂຮງໝໍຊ້າ ເຮັດໃຫ້ມີອາການໜັກຫຼາຍ ແລະ ຜູ້ກ່ຽວກໍ່ໄດ້ເສຍຊິວິດລົງ.

ສຳລັບຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 648 ຄົນ ມີດັ່ງນີ້

ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 13 ຄົນ ຄື: ສະຫວັນນະເຂດ 12 ແລະ ສາລະວັນ 1 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິ ເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາ ສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້, ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 635 ຄົນ ຄື:

1.ແຂວງວຽງຈັນ 184 ຄົນ ລາຍລະອຽດຄື:

  • ເມືອງໂພນໂຮງ, ມີ 18 ບ້ານ
    •  ບ້ານນາເລົ່າ , ບ້ານໜອງປຸງ , ບ້ານຫຼັກ 52 , ບ້ານໂພນສູງ , ບ້ານໂພນງາມ , ບ້ານສະກ້າ , ບ້ານໂພນໄຊ , ບ້ານແຈ້ງສະຫວ່າງ , ບ້ານາໂພໃຕ້ , ບ້ານນາຍາງ, ບ້ານາບອນ, ບ້ານນາມ່ວງ, ບ້ານນາໂພເໜຶອ, ບ້ານເຕົາຖ່ານ, ບ້ານແອັກຊ້າງ, ບ້ານໂພນ, ບ້ານໂພນຄໍາໃຕ້ ແລະ ບ້ານໂພນໃຕ້,  ບ້ານໃໝ່.
  •  ເມືອງກາສີ ມີ 8 ບ້ານ, 40 ຄົນ
    • ບ້ານນາຊູ , ບ້ານວຽງແກ້ວ , ບ້ານພູຄໍາ , ບ້ານນາມົນ , ບ້ານໜອງບົວທອງ , ບ້ານຈູງ , ບ້ານໂພນສີດາ , ບ້ານຈຽງ
  • ເມືອງແກ້ວອຸດົມ, ມີ 04 ບ້ານ, 33 ຄົນ
    • ບ້ານທ່າຊັນ , ບ້ານທ່າລາດ ,ບ້ານແສງສະຫວ່າງ , ບ້ານເຕົາປູນ ,
  • ເມືອງວຽງຄໍາ, ມີ 1 ບ້ານ, 1 ຄົນ ບ້ານໂພນຊອງ
  • ເມືອງໜື່ນ, ມີ 08 ບ້ານ, 18 ຄົນ
    • ບ້ານນໍ້າເລົ້າ , ບ້ານນາໄຮ , ບ້ານສີວິໄລ, ບ້ານໂພນງາມ ແລະ ບ້ານວັງ, ບ້ານກ້ອນຄໍາ, ບ້ານນາບົວ ແລະ ບ້ານນໍ້າເພີນ
  • ເມືອງວັງວຽງ, ມີ 04 ບ້ານ, 07 ຄົນ
    • ບ້ານສົມສະຫວາດ , ບ້ານນາມອນ , ບ້ານວຽງແກ້ວ , ບ້ານເມືອງຊອງ
  •  ເມືອງຫີນເຫີບ, ມີ 02 ບ້ານ, ມີ 05 ຄົນ
    • ບ້ານມຸກ , ບ້ານວັງຄີ
  •  ເມືອງວຽງຄໍາ, ມີ 03 ບ້ານ, ມີ 03 ຄົນ
    • ບ້ານໂພນໝີ , ບ້ານໂນນສະຫວ່າງ , ບ້ານປາກກະຍຸງ
  • ເມືອງທຸລະຄົມ, ມີ 02 ບ້ານ, 02 ຄົນ
    • ບ້ານນາແພງ , ບ້ານເກີນ

2.ນະຄອນຫຼວງວຽງ ຈັນ 183 ຄົນ ຈາກ 8 ເມືອງ 76 ບ້ານ

  • ເມືອງຈັນທະບູລີ ມີ 7 ບ້ານ ຄື: ຮ່ອງຄ້າ, ໜອງປີງ, ສີສະຫວາດ, ດອນແດງ, ໂພນຕ້ອງສະຫວາດ, ດົງໜ້ຽງ, ຫ້ວຍຫົງ
  • ເມືອງສີໂຄດຕະບອງ 20 ບ້ານ ຄື: ໂນນແກ້ວ, ໜອງດ້ວງເໜືອ, ຫນອງດ້ວງທົ່ງ, ວຽງສະຫວັນ, ສີໄຄທົ່ງ, ຫນອງດ້ວງໃຕ້, ດ່ານຄຳ, ສີບຸນເຮືອງທົ່ງ, ອຸບມຸງ, ນາຄຳ, ນາແຮ່,ໂພນສະຫວາດ, ຈຳປາ, ວັດໄຕນ້ອຍທ່າ, ຕາດທອງ, ດົງນາໂຊກໃຕ້, ທົ່ງປົ່ງ, ໂພນສົມບູນ, ຊຳເກດ, ອາກາດ
  • ເມືອງໄຊເສດຖາມີ 16 ບ້ານ ຄື: ສົມສະຫງ່າ, ຫົວຂົວ, ໂຊກຄຳ, ຈອມມະນີ, ແສງສະຫວ່າງ, ທາດຫຼວງກາງ, ໜອງສ້າງທໍ່, ນາໄຊ, ຊຽງດາ, ທາດຫລວງໃຕ້, ໂນນຫວາຍ, ໂພນພະເນົາ, ໂພນທອງ, ຮ່ອງແກ, ອາມອນ, ໂນນສະຫງ່າ.
  • ເມືອງສີສັດຕະນາກ ມີ 10 ບ້ານ ຄື:  ຈອມເພັດເໜືອ, ທົ່ງພານທອງ, ໂພນສະຫວ່າງ, ສະພານທອງເໜືອ, ຝາຍ, ນາຄໍາ, ຈອມເພັດໃຕ້, ດອນນົກຂຸ້ມ, ທົ່ງກາງ , ດົງປ່າລານທົ່ງ.
  • ເມືອງນາຊາຍທອງ ມີ 4 ບ້ານ ຄື: ສີເກີດ, ນາທອ່ນ, ຫ້ວຍນ້ຳເຢັນ, ນາສ້ຽວ
  • ເມືອງໄຊທານີ ມີ 11 ບ້ານ ຄື: ດົງໂດກ, ໜອງພະຍາ, ທ່າງ່ອນ, ພະຂາວ, ສະພັງມຶກ, ຄຳຮຸ່ງ, ຂຸດສາມບາດ, ທ່ານາກ, ໂນນແສງຈັນ, ສີວິໄລ, ຕານມີໄຊ
  • ເມືອງຫາດຊາຍຟອງ ມີ 7 ບ້ານ ຄື: ສາລາຄຳໃຕ້, ຊາຍຟອງໃຕ້, ສົມຫວັງເໜືອ, ແກ້ງປາຢ້າງ, ຫົວຫ້າ, ຖິ່ນເພຍ, ດົງໂພນເລົາ
  • ເມືອງສັງທອງ ມີ 1 ບ້ານ ຄື: ບ້ານນາຈະເລີນໃຫ່ຍ

3.ຫຼວງພະບາງ ມີ165 ຄົນ ຈາກ 4 ເມືອງ

  • ນະຄອນຫຼວງພະບາງ ມີ 5 ບ້ານ ,154 ຄົນ (ບ້ານຜາໂອ , ບ້ານໂພສີ ,  ບ້ານຫາດຮ່ຽນ, ບ້ານນາຫຼວງ , ບ້ານທາດໂບສົດ, ບ້ານຜາສຸກ)
  • ເມືອງປາກອູມີ 8 ຄົນ ( ບ້ານສ້ຽວ , ບ້ານຫາດມາດ , ບ້ານຊ່າງໄຫ )
  • ເມືອງນ້ຳບາກ ມີ 2 ຄົນ ຈາກບ້ານ ບົມ(ຫ້ວຍຍືງ)
  • ເມືອງງອຍ ມີ 1 ຄົນ ຈາກບ້ານພູວຽງ

4.ບໍ່ແກ້ວ 27 ຄົນ ຈາກ 2 ເມືອງ

  • ເມືອງຫ້ວຍຊາຍ, ມີ 05 ບ້ານ, 21 ຄົນ (ບ້ານຫ້ວຍຊາຍໃຕ້ , ບ້ານປ່າອ້ອຍ , ບ້ານຫ້ວຍຊາຍເໜຶອ , ບ້ານອຸດົມ , ບ້ານຂອນແກ້ວ )
    •  ເມືອງຕົ້ນເຜີ້ງ, ເຂດພິເສດ ມີ 06 ຄົນ (ກໍາມະກອນມຽນມາ)

5.ຈໍາປາສັກ 23 ຄົນ ຈາກ 3 ເມືອງ

  • ເມືອງໂພນທອງ ມີ 06 ບ້ານ, 17 ຄົນ( ບ້ານໂພໄຊ ,         ບ້ານວັດຫໍ , ບ້ານໂນນສະຫວັນ,          ບ້ານໂພນທອງ , ບ້ານທ່າຫລວງ , ບ້ານໝໍສະລຽບ )
  •  ເມືອງບາຈຽງ, ບ້ານລົ່ມສັກເໜືອ ມີ 05 ຄົນ
  • ນະຄອນປາກເຊ, ບ້ານທ່າຫລວງ ມີ 01 ຄົນ

6.ບໍລິຄາໄຊ 16 ຈາກ 2 ເມືອງ

  • ເມືອງປາກກະດີງ, ມີ 06 ບ້ານ, 14 ຄົນ(ບ້ານນໍ້າສ້າງ , ບ້ານໂພນຈະເລີນ , ບ້ານສົມສະໜຸກ, ບ້ານນໍ້າທອນ, ບ້ານປາກສາ ແລະ ບ້ານຊາຍຄໍາ )
    • ເມືອງປາກຊັນ, ມີ 02 ບ້ານ, 02 ຄົນ ບ້ານນາສົ້ມມໍ ແລະ ບ້ານໂພສີ

7.ຫຼວງນໍ້າທາ 15 ຄົນ ມາຈາກ 4 ເມືອງຄື:  ເມືອງນໍ້າທາ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງສິງ

8.ສະຫວັນະເຂດ 9 ຄົນ ຈາກ 2 ເມືອງ ແລະ ນະຄອນໄກສອນ

  • ນະຄອນໄກສອນ ມີ 05 ບ້ານ, 07 ຄົນ (ບ້ານບຶງວະ , ບ້ານໜອງເດີ່ນ ,ບ້ານດົງນາຄຳ ,  ບ້ານຊອກ , ບ້ານອຸດົມວິໄລ
  •  ເມືອງຈໍາພອນ, ມີ 02 ບ້ານ, 02 ຄົນ (ບ້ານຫຼັກ 35  ແລະ       ບ້ານນາເຕີຍ
  •  ເມືອງຊົນບູລີ, ບ້ານທ່າຄຳເຫຼື້ອມ ມີ 01 ຄົນ

9.ສາວະວັນ ມີ 9 ຄົນ ຈາກ 3 ເມືອງ

  •  ເມືອງສະໜ້ວຍ, ມີ 02 ບ້ານ, 03 ຄົນ (ບ້ານເທດສະບານ , ບ້ານລະໄລ )
    •  ເມືອງສາລະວັນ, ມີ 03 ບ້ານ, 03 ຄົນ  (ບ້ານຫຼັກ 2 , ບ້ານຄັນທະລາດ , ບ້ານໜອງໃສ່ )
    •  ເມືອງເລົ່າງາມ, ມີ 03 ບ້ານ, 03 ຄົນ  (ບ້ານພໍ່ນວນ , ບ້ານໂນນສູງ

10. ຄໍາມ່ວນ 3 ຄົນ ຈາກ 2 ເມືອງ

  • ເມືອງທ່າແຂກ, ບ້ານດອນມະໄຫຼ ມີ 2 ຄົນ,
  •  ເມືອງໜອງບົກ, ບ້ານຊຽງງຫວ່າງທ່າ ມີ 1 ຄົນ

11. ອັດຕະປື 1 ຄົນ

LEAVE A REPLY

Please enter your comment!
Please enter your name here