ສສ ຫວຽດນາມ ມອບເງິນສົດ ແລະ ອຸປະກອນການແພດໃຫ້ແກ່ ສປປ ລາວ

0
1335

ລັດຖະບານ ສສ ຫວຽດນາມ ມອບເງິນສົດ ແລະ ອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອຮັບມືກັບການແຜ່ລະ ບາດຂອງເຊື້ອພະຍາດໂຄວິດ-19 ຢູ່ລາວ.

ຕອນແລງຂອງວັນທີ 25 ຕຸລາ 2021 ທີ່ ກະຊວງການຕ່າງປະເທດ ສສ ຫວຽດ ນາມ ໄດ້ມີພິທີມອບ-ຮັບເງິນ ສົດ ແລະ ເຄື່ອງຊ່ວຍເຫຼືອອຸປະກອນການແພດ ຈາກລັດຖະບານຫວຽດນາມມອບໃຫ້ລັດຖະບານລາວ ໂດຍສະຫາຍ ຫງວຽນ ກວກ ຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕາງໜ້າໃຫ້ແກ່ລັດຖະບານ ສສ ຫວຽດ ນາມ ເປັນຜູ້ກ່າວມອບ ແລະ ກ່າວຮັບໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ລັດຖະບານລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຄະນະນຳສະ ຖານທູດລາວ ທີ່ຮ່າໂນ້ຍ ພ້ອມດ້ວຍພະນັກ ງານຂອງທັງສອງຝ່າຍລາວ-ຫວຽດນາມ.

ເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ມີ ເງິນສົດຈຳນວນ 2.150.000 ໂດລາສະຫະລັດ (ສອງລ້ານໜຶ່ງແສນຫ້າໝື່ນໂດລາສະຫະລັດ) ພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ ລວມມູນຄ່າ 2.270.000 ໂດລາສະຫະລັດ (ສອງລ້ານສອງແສນເຈັດໝື່ນໂດລາສະຫະລັດ).ໃນພິທີ ສະຫາຍ ຫງວຽນ ກວກ ຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕາງໜ້າພັກ, ລັດສະແດງຄວາມເປັນຫວ່ງເປັນໃຍຕໍ່ການລະບາດພະຍາດໂຄວິດ-19 ຮອບໃໝ່ (ຮອບ 3) ຢູ່ ສປປ ລາວ ຊຶ່ງເງິນ ແລະ ອຸປະກອນການແພດທີ່ນຳມາມອບໃນຄັ້ງນີ້ຈະບໍ່ຫຼາຍ ແຕ່ກໍເປັນການປະກອບສ່ວນດ້ວຍຄວາມຈິງໃຈເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ສປປ ລາວ ໃນການປ້ອງກັນໂຄວິດ-19 ທີ່ກຳລັງລະບາດຢູ່ລາວໃນປັດຈຸບັນ ຫວັງວ່າລັດຖະບານ ແລະ ປະຊາຊົນລາວຈະພ້ອມກັນຕ້ານ ແລະ ສະກັດກັ້ນເຊື້ອພະຍາດໂຄດວິດ-19 ໄດ້ ແລະ ຂໍໃຫ້ປະຊາຊົນລາວກັບມາໃຊ້ຊີວິດແບບປົກກະຕິໂດຍໄວ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ, ສະແດງຄວາມຂອບໃຈມາຍັງສະຫາຍ ຫງວຽນ ກວກ ຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ການຊ່ວຍເຫຼືອຄັ້ງນີ້ເປັນການສະແດງໃຫ້ເຫັນເຖິງນຳ້ໃຈມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງ ທີ່ເວລາໃດກໍໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ໂດຍສະເພາະໃນເວລາທີ່ກໍາລັງພົບຄວາມຫຍຸ້ງຍາກ. ເຖິງວ່າ ຢູ່ ຫວຽດນາມ ກໍກຳລັງພົບຄວາມຫຍຸ້ງຍາກ ເນື່ອງຈາກປະເຊີນໜ້າກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຮອບທີ 4 ໃນຂອບເຂດທົ່ວປະເທດ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດປະຊາຊົນເປັນຈຳນວນຫຼວງຫຼາຍ, ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນຫວຽດນາມອ້າຍນ້ອງ, ກໍຄືເສດຖະກິດຢ່າງມະຫາສານ. ແຕ່ເຖິງຢ່າງໃດກໍຕາມພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍຍັງສະແດງຄວາມເປັນຫ່ວງເປັນໄຍ ແລະ ບິແບ່ງວັດຖຸ ເງິນຄຳໄປຊ່ວຍເຫຼືອພັກ, ລັດ ແລະ ປະຊາຊົນລາວຕະຫຼອດມາ.

ໃນໂອກາດນີ້, ສະຫາຍເອກອັກຄະລັດ ຖະທູດ ຍັງໄດ້ຢືນຢັນວ່າ ການຊ່ວຍເຫຼືອອັນລ້ຳຄ່າຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນໃຫ້ແກ່ ສປປ ລາວ ໃນການຮັບມື ແລະ ຜ່ານຜ່າ ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າກັບຄືນສະພາບປົກກະຕິໂດຍໄວ.

ຂ່າວ, ພາບ: ໂອລຳ Lao National Radio

LEAVE A REPLY

Please enter your comment!
Please enter your name here