ຕົ້ນເຫດການເກີດອັກຄີໄພ ຢູ່ບ້ານຮ່ອງໄກ່ແກ້ວ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.

0
3034

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 20:30 ໂມງ ວັນທີ 25 ຕຸລາ 2021 ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າ: ມີເຫດໄຟໄໝ້ເຮືອນປະຊາຊົນ, ຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນວ, ຫຼັງຈາກໄດ້ຮັບແຈ້ງ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ນະຄອນຫຼວງວຽງຈັນ ກໍ່ໄດ້ກຽມຄວາມພ້ອມ ກຳລັງພົນ ແລະ ພາຫະນະ ພ້ອມທັງປະສານສົມທົບກັບ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ, ອອກໄປຫາຈຸດເກີດເຫດ ໂດຍມີ ລົດມອດໄຟ 3 ຄັນ, ໃຊ້ເວລາປະມານ 1 ຊົ່ວໂມງ ຈື່ງສາມາດດັບມອດໄຟໄດ້.

ພັທ ຄຳເພັດ ດາລາວົງ ຫົວໜ້າພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານ ອັກຄີໄພ ນວ ໃຫ້ຮູ້ວ່າ: ເຮືອນຫຼັງທີ່ເກີດເຫດດັ່ງກ່າວ ແມ່ນເປັນເຮືອນຂອງ ແມ່ຕູ້ ແວງ ທອງວັນ ອາຍຸ 73 ປີ, ເປັນເຮືອນ 2 ຊັ້ນ, ຊັ້ນລຸ່ມກໍ່ດ້ວຍສີມັງ, ຊັ້ນສອງແອ້ມດ້ວຍໄມ້, ມຸງສັງກະສີ, ຈຸດທີ່ເກີດເຫດແມ່ນຢູ່ຊັ້ນ 2 ຂອງເຮືອນ ເປັນຫ້ອງນອນຂອງ ແມ່ຕູ້ ແວງ, ພາຍໃນຫ້ອງນອນມີເຄື່ອງໃຊ້ໄຟຟ້າຈຳນວນໜື່ງ ໃນມື້ທີ່ເກີດເຫດ ວັນທີ 25 ຕຸລາ 2021 ເວລາ 19 : 00 ໂມງ ຜູ້ກ່ຽວບໍ່ໄດ້ຢູ່ເຮືອນ ໃນຂະນະທີ່ໄຟພວມລຸກໄໝ້ໄດ້ມີຫຼານຊາຍ ກັບ ໝູ່ ອີກໜື່ງຄົນ ໄດ້ຍີນສຽງຄົນຮ້ອງໃສ່ວ່າມີໄຟໄໝ້ເຮືອນ ເມື່ອໄດ້ຍີນຜູ້ກ່ຽວກັບໝູ່ໄດ້ພາກັນແລ່ນຂື້ນໄປເບີ່ງຊັ້ນສອງ ເຫັນປະຕູຫ້ອງນອນ ແມ່ຕູ້ ແວງ ໄຂປະໄວ້ເຫັນຄວັນໄຟກຸ້ມຢູ່ໃນຫ້ອງ ແລະ ຈຸດທີ່ເກີດປະກາຍໄຟ ແມ່ນຢູ່ກ້ອງໂທລະພາບ ເຊີ່ງເປັນປັກໄຟ ຜູ້ກ່ຽວຈິ່ງແລ່ນລົງມາງັບສະວີກໄຟຟ້າຢູ່ຊັ້ນລຸ່ມ ແລ້ວພາກັນຫິ້ວຄຸນ້ຳຂື້ນໄປເພື່ອຈະດັບມອດໄຟ ແຕ່ບໍ່ສາມາດດັບໄຟໄດ້ ເພາະໄຟເລີ່ມໄໝ້ແຮງ ຫຼັງຈາກນັ້ນຈິ່ງພາກັນອອກໄປນອກເຮືອນ ແລະ ອີກປະມານ 15 ນາທີ ລົດມອດໄຟກໍ່ມາເຖີງທີ່ເກີດເຫດ, ສາເຫດທີ່ເກີດອັກຄີໄພໃນຄັ້ງນີ້ເກີດຍ້ອນ ໄຟຟ້າຊ໊ອດ ຈາກປັກໄຟໂທລະພາບ ລວມມູນຄ່າຄວາມເສຍຫາຍ 250.000.000 ( ສອງຮ້ອຍຫ້າສິບລ້ານກີບ ).

ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານ ອັກຄີໄພ ນວ, ຈິ່ງຮຽກຮ້ອງມາຍັງປະຊາຊົນ ຈົ່ງເປັນເຈົ້າການມີສະຕິໃນການນຳໃຊ້ໄຟຟ້າ ຖອດປັກໄຟທຸກຄັ້ງກ່ອນອອກຈາກເຮຶອນ, ການນຳໃຊ້ຟືນ-ໄຟ ແຕ່ງຢູ່ຄົວກີນ ການຈູດຂີ້ເຫຍື້ອ ແລະ ອື່ນໆ ຄວນກວດເບີ່ງຄືນວ່າດັບມອດດີແລ້ວຫຼືບໍ່ ເພື່ອຄວາມປອດໄພ ທາງດ້ານຊີວິດ ແລະ ຊັບສີນຂອງທ່ານ.

LEAVE A REPLY

Please enter your comment!
Please enter your name here