ການກໍ່ສ້າງຂົວນໍ້າພະນາຍ 3 ມີຄວາມຄືບໜ້າໃກ້ຈະສໍາເລັດແລ້ວ!

0
1781

ການກໍ່ສ້າງຂົວນໍ້າພະນາຍ 3 ມີຄວາມຄືບໜ້າໃກ້ຈະສໍາເລັດ ແລະ ເປີດນໍາໃຊ້ໃນອີກບໍ່ດົນນີ້

ຂົວນໍ້າພະນາຍ 3 ມີ ທີ່ຕັ້ງ ຢູ່ບ້ານເກິນກາງ, ເມືອງທຸລະຄົມ, ແຂວງວຽງຈັນ ເສັ້ນທາງແຕ່ 3 ແຍກຄຸ້ມໝື່ນໝັ້ນ ລັດໄປໃສ່ທາງໜ້າທະນາຄານສົ່ງເສີມກະສິກໍາ ໜ່ວຍບໍລິການເມືອງທຸລະຄົມ, ໂດຍຜ່ານທາງຫລັງຂອງສໍານັກງານປົກຄອງເມືອງ ຮັບເໝົາໂດຍ ບໍລິສັດ ຟ້າໃສ ການຊ່າງ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ, ເລີ່ມລົງມືກໍ່ສ້າງ ວັນທີ 24 ກັນຍາ 2021 ເປັນຕົ້ນມາ ໂດຍການເຫັນດີເຫັນພ້ອມຂອງພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນຊາວເມືອງ, ຈຸດປະສົງຂອງການກໍ່ສ້າງຂົວດັ່ງກ່າວນີ້ ເພື່ອຫລຸດຜ່ອນການສັນຈອນແອອັດ, ເຮັດໃຫ້ການເດີນທາງມີຄວາມສະດວກສະບາຍຂຶ້ນກວ່າເກົ່າ, ເປັນຂົວສໍາຮອງໃຊ້ສະເພາະລົດເບົາທີ່ນໍ້າໜັກບໍ່ເກີນ 8 ໂຕ່ນ, ມີຮາວເຫຼັກທັງສອງຟາກຂ້າງ ແລະ ຮາວກັ້ນລວງສູງ 3 ຈຸດ, ຄວາມຍາວ 33 ແມັດ, ກວ້າງ 4 ແມັດ, ເປັນຂົວເກົ່າທີ່ສະມັດຕະພາບຍັງໃຊ້ງານໄດ້ດີ ໄດ້ຜ່ານການກວດກາເຕັກນິກມາດຖານ ແລະ ຄຸນນະພາບຈາກ ຂະແໜງໂຍທາທິການ ແລະ ຂົນສົ່ງ, ສໍາລັບຊິ້ນສ່ວນອຸປະກອນຂອງຂົວທີ່ບໍ່ພຽງພໍ ແມ່ນໄດ້ຮັບການສະໜອງຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ, ຂົວແຫ່ງນີ້ຈະກາຍເປັນຂົວອະນຸລັກຮູບແບບຂົວເບເລ່ ເປັນອະນຸສອນໄປອີກຍາວນານ.

ຕາມການລາຍງານຂອງ ທ່ານ ພົມມະສອນ ວົງໄຊ ປະທານບໍລິສັດຮັບເໝົາໃຫ້ຮູ້ວ່າ ພາຍຫລັງໄດ້ຮັບຂໍ້ຕົກລົງອະນຸມັດ ແລະ ໃບສັ່ງວຽກແລ້ວ ຕົນເອງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານວິຊາການຂອງບໍລິສັດ ຮີບຮ້ອນເລັ່ງມືປະຕິບັດທຸກໜ້າວຽກຕາມແບບໂຄງສ້າງ, ຕາມເຕັກນິກ ແລະ ຕາມວິຊາສະເພາະ ເຖິງວ່າຈະມີຄວາມຫຍຸ້ງຍາກບາງວຽກ ກໍ່ໄດ້ອົດທົນຜ່ານຜ່າຈຶ່ງເຮັດໃຫ້ວຽກງານສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້, ລວມໄລຍະເວລາກໍ່ສ້າງ-ປະກອບຂົວ 33 ວັນ, ນອກຈາກນັ້ນສໍາລັບວຽກເພີ່ມເຕີມທີ່ບໍ່ນອນຢູ່ໃນສັນຍາ ເຊັ່ນ: ວຽກອະນາໄມອ້ອມກໍາແພງສໍານັກງານປົກຄອງເມືອງ, ອະນາໄມທາງຮ່ອມ, ເຫຼົ່າທາງ ແລະ ລວງຮ່ອງ ນໍ້າລະບາຍແຄມທາງແມ່ນເປັນການປະກອບສ່ວນຊ່ວຍເຫຼືອລ້າ, ພາຍໃຕ້ການຕິດຕາມຊຸກຍູ້ຊີ້ນໍາຢ່າງຕໍ່ເນື່ອງຂອງວິຊາການຂະແໜງໂຍທາທິການ ແລະ ຂົນສົ່ງ, ການນໍາເມືອງ ແລະ ພາກສ່ວນກ່ຽວຂ້ອງ, ປະຊາຊົນໃກ້ຄຽງກໍ່ເຫັນດີສະໜັບສະໜູນ, ຕື່ນຕົວຫຍັບຍ້າຍສິ່ງກີດຂວາງ ຈຶ່ງເຮັດໃຫ້ການກໍ່ສ້າງດໍາເນີນໄປດ້ວຍດີ ແລະ ວຽກງານມີຄວາມຄືບໜ້າວ່ອງໄວຕາມແຜນການ; ໂອກາດທີ່ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ແລະ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະຄົມ ໄດ້ລົງໄປຕິດຕາມຊຸກຍູ້, ກວດກາ ແລະ ໃຫ້ທິດຊີ້ນໍາຕໍ່ບໍລິສັດຮັບເໝົາ.

ໃນວັນທີ 27 ຕຸລາ 2021 ນີ້ ທ່ານ ພົມມະສອນ ວົງໄຊ ປະທານບໍລິສັດ ໄດ້ລາຍງານໜ້າວຽກທີ່ຍັງຄ້າງເລັກນ້ອຍອີກຈໍານວນໜຶ່ງທີ່ຈະຕ້ອງໄດ້ເລັ່ງລົງມືຈັດຕັ້ງປະຕິບັດໃຫ້ສໍາເລັດໂດຍໄວ ເປັນຕົ້ນ: ວຽກອະນາໄມ, ທາສີ ແລະ ຄວາມຮຽບຮ້ອຍດ້ານອື່ນໆ ເຊິ່ງຄາດວ່າການຈັດພິທີເປີດ-ມອບຮັບ ຈະມີຂຶ້ນໃນອີກບໍ່ດົນນີ້ຕາມຄວາມພ້ອມຂອງການນໍາເມືອງ, ທ່ານເຈົ້າເມືອງ ແລະ ຮອງເຈົ້າເມືອງທຸລະຄົມ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ພົມມະສອນ ວົງໄຊ ທີ່ໄດ້ມີຄວາມຮັບຜິດຊອບສູງ ເອົາໃຈໃສ່ປະຕິບັດທຸກໜ້າວຽກຢ່າງເປັນເຈົ້າການ ຈົນເຮັດໃຫ້ວຽກງານສໍາເລັດຕາມເວລາທີ່ກໍານົດ ແລະ ສືບຕໍ່ປະຕິບັດວຽກຄ້າງຄາໃຫ້ສໍາເລັດໃນເວລາອັນຄວນ ເພື່ອໃຫ້ໄດ້ຈັດພິທີມອບຮັບ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນອີກບໍ່ດົນນີ້.

ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ

LEAVE A REPLY

Please enter your comment!
Please enter your name here