ເມືອງປາກງື່ມຢືນຢັນ ບໍ່ມີການຍິງຂຶ້ນຟ້າ ໃນມື້ບຸນອອກພັນສາ

0
3273

ອີງຕາມການໃຫ້ສໍາພາດຂອງ ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງ ເມືອງປາກງື່ມ ຜ່ານໂທລະພາບ ນະຄອນຫຼວງວັນທີ 27 ຕຸລາ 2021 ທີ່ຜ່ານມາວ່າ:

ພາຍຫຼັງໄດ້ຮັບເລື່ອງລາວທີ່ເກີດຂຶ້ນຢູ່ໄທ ຄືມີກຸ່ມພິສູດບັ້ງໄຟພະຍານາກ ຍື່ນຄໍາຮ້ອງຕໍ່ສະຖານທູດລາວປະຈໍາໄທ ພ້ອມທັງໄດ້ຮັບການຊີ້ນໍາຈາກນະຄອນຫຼວງວຽງຈັນ ຈຶ່ງໄດ້ ສົມທົບກັບຫຼາຍພາກສ່ວນ ເພື່ອລົງກວດສອບ ລົງເຮັດບົດບັນທຶກກັບແຕ່ລະບ້ານຄື: ບ້ານໜອງຂຽດ, ບ້ານປາກງື່ມ, ບ້ານນາກຸງ ແລະ ບ້ານໂດນເໜືອ ເຊິ່ງທັງໝົດພາກັນຢືນຢັນວ່າ ບໍ່ມີມູນຄວາມຈິງ ແລະ ຮັບປະກັນໄດ້.

ອີງຕາມ ທ່ານ ພັນໂທ ຄໍາສິງ ລໍວັນໄຊ ຮັກສາຫົວຫນ້າກອງບັນຊາການ ປກສ ເມືອງປາກງື່ມ ໃຫ້ຮູ້ວ່າ: ໃນໄລະຍະການລະບາດໂຄວິດ-19 ແລະ ໃນໄລຍະບຸນອອກພັນສາໄດ້ມີການຈັດການເວນຍາມ ຕະຫຼອດ 24 ຊົ່ວໂມງ ຕາມບ້ານແຄມຝັ່ງແມ່ນໍ້າຂອງ ທີ່ເຄີຍມີປະຊາຊົນມາຢ່າງໜາແໜ້ນ ເຊິ່ງໃນປີນີ້ມີລະບຽບຫ້າມ ເຂົ້າ-ອອກ ໃນບ້ານເຂດແຄມຝັ່ງແມ່ນ້ໍາຂອງ ເນື່ອງຈາກການລະບາດໂຄວິດ-19.

ອີກປະເດັນໜຶ່ງ ຄືການນໍາໃຊ້ອາວຸດໃນ ສປປ ລາວ ເປັນມາດຕະການເຂັ້ມງວດ ບໍ່ໄດ້ອະນຸຍາດໃຫ້ຍິງປືນຊະຊາຍ, ບໍ່ມີການຍິງປືນ ໃນງານບຸນປະເພນີຕ່າງໆ ເຊິ່ງຖືວ່າເປັນມາດຕະການລະບຽບຂອງກອງທັບ ຫາກໃຜລະເມີດຕ້ອງເຖິງຂັ້ນຕ້ອງປະຕິບັດວິໄນ, ໃສ່ລະບຽບກົດໝາຍ ແລະ ຈະຖືກໄລ່ອອກຈາກກອງບັນຊາການ.

ນອກຈາກນີ້ ທາງດ້ານ ປກສ ກຸ່ມ, ນາຍບ້ານທີ່ມີລາຍຊື່ ໃນເອກະສານຂອງເພຈພິສູດບັ້ງໄຟພະຍານາມ ກໍລ້ວນແຕ່ເຫັນວ່າບໍ່ມີຄວາມເປັນຈິງ.

LEAVE A REPLY

Please enter your comment!
Please enter your name here